ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສອງຄົນເສຍຊີວິດ ໃນການໂຈມຕີ ພວກສັກຢາກັນ ໂປລີໂອ ຢູ່ປາກິສຖານ (ວີດິໂອ/ສະໄລດ໌)


ພະນັກງານຍິງຄົນນຶ່ງ ກໍາລັງຢອດຢາຕ້ານ ພະຍາດເປ້ຍລ່ອຍ ໃຫ້ແກ່ເດັກນ້ອຍ ປາກິສຖານ.
ພະນັກງານຍິງຄົນນຶ່ງ ກໍາລັງຢອດຢາຕ້ານ ພະຍາດເປ້ຍລ່ອຍ ໃຫ້ແກ່ເດັກນ້ອຍ ປາກິສຖານ.
ບັນດາ​ເຈົ້າ​ໜ້າ​ທີ່​ໃນ​ພາກ​ຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ປາ​ກິ​ສຖານ
​ກ່າວ​ວ່າ ລະ​ເບີດ​ລູກ​ນຶ່ງທີ່ແຕກ​ຂຶ້ນ ​ຢູ່​ໃກ້ໆ​ກັບ​ທີ​ມ​ສັກ​ຢາ​ກັນ​ພະ
ຍາດ​ເປ້ຍ​ລ່ອຍ ຫລື​ໂປ​ລິ​ໂອ ​ໄດ້​ເຮັດ​ໃຫ້ 2 ຄົນ​ເສຍ​ຊີວິດ ແລະ
ບາດ​ເຈັບ​ຕື່ມ​ອີກ 13 ຄົນ.

ລາຍ​ງານ​ກ່ອນ​ໜ້າ​ນີ້ ​ເວົ້າ​ວ່າ ມີ 6 ຄົນເສຍ​ຊີວິດ ຍ້ອນ​ລະ​ເບີດ​
ທີ່​ແຕກຂຶ້ນ​ໃນ​ວັນ​ຈັນ​ມື້​ນີ້ ​ຢູ່ບ້ານ​ແຫ່ງ​ນຶ່ງ ​ນອກ Peshawar
ເມືອງຫຼວງ​ຂອງ​ແຂວງ.

​ໄດ້​ມີ​ການດັດ​ແກ້​ຈຳນວນ​ຜູ້​ເສຍ​ຊີວິດ ​ຫຼັງ​ຈາກ​ພວກ​ເຈົ້າ​ໜ້າ​ທີ່​
ໄດ້​ຮັບ​ຂໍ້​ມູນໃໝ່ຈາກ​ໂຮງໝໍ​ແຫ່ງ​ນຶ່ງ​ໃນ​ທ້ອງ​ຖິ່ນ.

​ປາ​ກິ​ສຖານ ​ແມ່ນ​ເປັນ​ນຶ່ງ​ໃນ​ສາມປະ​ເທດ​ໃນ​ໂລກ ທີ່​ພະຍາດ​ໂປ​ລິ​ໂອ ຍັງ​ລະບາດ​ຢູ່.

Pakistan
please wait
Embed

No media source currently available

0:00 0:00:48 0:00

​ໂຄງການ​ຖອນ​ຮາກ​ພະຍາດ​ເປ້ຍ​ລ່ອຍ​ຂອງ​ໂລກ ຫຼື Global Eradication Initiative
ກ່າວ​ວ່າ ​ໄດ້​ມີ​ການ​ແຈ້ງ​ໃຫ້​ຊາບ ວ່າ ມີຄົນ​ເປັນພະ​ຍາດ​ເປ້ຍ​ລ່ອຍໃໝ່​ອີກ 8 ຄົນ​ໃນ​
ສັບປະດາ​ຜ່ານ​ມາ​ນີ້​ໃນ​ພາກ​ຕາ​ເວັນ​ຕົກສຽງ​ເໜືອ​ຂອງ​ປາ​ກິ​ສຖານ.

ເຫດຜົນ​ນຶ່ງ​ໃນ​ຫລາຍໆເຫດຜົນ ທີ່​ວ່າ​ເປັນ​ຫຍັງ​ພະຍາດ​ເປ້ຍ​ລ່ອຍ​ຍັງ​ມີ​ຢູ່​ທົ່ວ​ໄປ​ໃນ
​ປາ​ກິ​ສຖານ ​ກໍ​ແມ່ນ​ວ່າ ພວກ​ຫົວ​ຮຸນ​ແຮງທີ່​ຄັດຄ້ານ​ການ​ປຸກລະດົມ​ສັກ​ຢາ​ປ້ອງ​ກັນ​
ພະຍາດ​ນີ້ ມັກ​ຈະ​ທໍາ​ການ​ໂຈມ​ຕີ​ພວກທີ​ມງານ​ສັກ​ຢາ​ປ້ອງ​ກັນ ​ແລະ​ຂົ່ມຂູ່​ພວກ​
ປະຊາຊົນ​ທີ່ຢາກເອົາ​ລູກ​ເຕົ້າ​ຂອງ​ເຂົາ​ເຈົ້າ​ໄປ​ສັກ​ຢາ​ປ້ອງ​ກັນ​ພະຍາດ​ດັ່ງກ່າວ​ນັ້ນ.

XS
SM
MD
LG