ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຂອງ ທ.ນ. ເມີໂກລ, ນາຍົກເຢຍຣະມັນ ເສຍໄຊ ໃນການເລືອກຕັ້ງ ຢູ່ໃນ 2 ລັດທີ່ສໍາຄັນ


ທ່ານ Winfried Kretschmann, ຜູ້ປົກຄອງລັດ Baden-Wuerttemberg ຊຶ່ງເປັນຜູ້ສະໝັກເລືອກຕັ້ງຈາກພັກ Green ທີ່ໄດ້ຮັບຄະແນນສູງທີ່ສຸດ ໄປປ່ອນບັດໃນການເລືອກຕັ້ງລັດຖະບານກາງ ໃນນະຄອນ Sigmaringen ຂອງເຢຍຣະມັນ, ວັນທີ 14 ມີນາ, 2021
ທ່ານ Winfried Kretschmann, ຜູ້ປົກຄອງລັດ Baden-Wuerttemberg ຊຶ່ງເປັນຜູ້ສະໝັກເລືອກຕັ້ງຈາກພັກ Green ທີ່ໄດ້ຮັບຄະແນນສູງທີ່ສຸດ ໄປປ່ອນບັດໃນການເລືອກຕັ້ງລັດຖະບານກາງ ໃນນະຄອນ Sigmaringen ຂອງເຢຍຣະມັນ, ວັນທີ 14 ມີນາ, 2021

ພັກຂອງນາຍົກລັດຖະມົນຕີເຢຍຣະມັນ, ທ່ານນາງ ແອັງໂກລາ ເມີໂກລ (Angela Merkel) ໄດ້ເສຍໄຊຢ່າງໃຫຍ່ຫລວງ ໃນສອງລັດທີ່ສຳຄັນທີ່ຈັດການເລືອກຕັ້ງລະດັບພາກພື້ນ ໃນວັນອາທິດວານນີ້.

ການຢັ່ງຫາງສຽງມີຂຶ້ນ 6 ເດືອນກ່ອນການເລືອກຕັ້ງແຫ່ງຊາດເຊິ່ງຈະກຳນົດວ່າ ໃຜຈະເປັນຜູ້ສືບທອດຕຳແໜ່ງນາຍົກລັດຖະມົນຕີທີ່ຍາວນານນັ້ນ.

ການລົງຄະແນນສຽງໃນລັດບາເດັນ-ວູເອີດເທັມເບີກ (Baden-Wuerttemberg) ໃນພາກຕາເວັນຕົກສຽງໃຕ້ຂອງປະເທດ, ເຊິ່ງເປັນຂົງເຂດທີ່ມີອໍານາດທາງດ້ານເສດຖະກິດ, ແລະໃນລັດຣາຍແລນ-ປາລາຕິເນດ (Rhineland-Palatinate) ທີ່ຢູ່ໃກ້ຄຽງກັນນັ້ນ ແມ່ນຖືກມອງເຫັນວ່າ ເປັນສິ່ງສຳຄັນໃນການທົດສອບເບິ່ງຄວາມຮູ້ສຶກ ຂອງປະຊາຊົນໃນຊາດ ກ່ອນການເລືອກຕັ້ງທົ່ວໄປໃນວັນທີ 26 ກັນຍາ, ເຊິ່ງໃນນັ້ນທ່ານນາງເມີໂກລ (Merkel) ຈະບໍ່ໄດ້ປາກົດຕົວເປັນຄັ້ງທຳອິດ ໃນຮອບຫຼາຍກວ່າ 15 ປີ ຜ່ານມາ.

ການສະໜັບສະໜູນສະຫະພັນປະຊາທິປະໄຕຊາວຄຣິສຕຽນ ຫລື CDU ທີ່ນິ ຍົມສາຍກາງ-ອຽງຂວາຂອງທ່ານນາງເມີໂຄ ແລະສະຫະພັນສັງຄົມຄຣີສຕຽນ ຫລື CSU ຊຶ່ງເປັນພັນທະມິດຊາວບາເວເຣີຍຫົວອະນຸລັກນິຍົມຂອງສະຫະພັນດັ່ງກ່າວນັ້ນ ກໍໄດ້ຫລຸດໜ້ອຍຖອຍໄປພ້ອມກັບຄວາມຮູ້ສຶກໂກດແຄ້ນຂອງຊາວເຢຍຣະມັນ ຕໍ່ວິທີການຄວບຄຸມວິກິດການ ທີ່ເກີດຈາກໄວຣັສໂຄໂຣນາ. ຊາວເຢຍຣະມັນມີຄວາມວິຕົກກັງວົນວ່າ ຈະມີການຕິດເຊື້ອໄວຣັສໂຄໂຣນາເປັນຄື້ນຟອງຮອບສາມກໍເປັນໄດ້ ໃນຂະນະທີ່ການເລີ້ມສັກຢາວັກຊີນຊັກຊ້າຢູ່ນີ້.

ຊື່ສຽງຂອງສະຫະພັນ CDU/CSU ຍັງໄດ້ຮັບຄວາມເສຍຫາຍຍ້ອນມີຄົນກ່າວອ້າງວ່າ ບັນດາສະມາຊິກສະພາຈາກພັກແນວໂຮມທີ່ປົກຄອງປະເທດຢູ່ນີ້ ໄດ້ຮັບຜົນກໍາໄລຈາກຂໍ້ຕົກລົງຊື້-ຂາຍໜ້າກາກປິດປາກ, ເຊິ່ງໄດ້ບັງຄັບໃຫ້ສະມາ ຊິກສະພາ 3 ຄົນລາອອກເມື່ອມໍ່ໆມານີ້.

ທ່ານພອລ ໄຊມຽກ (Paul Ziemiak), ເລຂາທິການໃຫຍ່ຂອງພັກທີ່ເບິ່ງແລ້ວຮູ້ສຶກບໍ່ຄ່ອຍດີໃຈນັ້ນ ໄດ້ກ່າວຕໍ່ບັນດານັກຂ່າວ ຫຼັງຈາກຜົນການຢັ່ງຫາງສຽງອອກມາວ່າ "ນີ້ບໍ່ແມ່ນຕອນແລງແຫ່ງການເລືອກຕັ້ງທີ່ດີສຳລັບ CDU".

ຢູ່ໃນລັດບາເດັນ-ວູເອີດເທັມເບີກ (Baden-Wuerttemberg), ເຊິ່ງເປັນລັດດຽວເທົ່ານັ້ນທີ່ມີຜູ້ປົກຄອງລັດທີ່ມາຈາກພັກສີຂຽວ ຫລື Green ທີ່ອຽງຊ້າຍນັ້ນ, ການຢັ່ງຫາງສຽງພວກທີ່ໄປປ່ອນບັດໃນຕອນແລງວັນອາທິດວານນີ້ ໄດ້ສະແດງໃຫ້ວ່າ ພວກນັກນິເວດວິທະຍາສັງກັດພັກກຣີນ (Green) ໄດ້ຮັບຄະແນນສູງເປັນຜູ້ທຳອິດໂດຍໄດ້ຮັບຄະແນນ 31.4 ເປີເຊັນຂອງການລົງຄະແນນສຽງທັງໝົດນໍາໜ້າສະຫະພັນ CDU ທີ່ໄດ້ຮັບຄະແນນສຽງ 23.4 ເປີເຊັນນັ້ນ, ອີງຕາມການຄາດຄະເນໄວ້ລ່ວງໜ້າ.

ອີງຕາມການລາຍງານຂອງອົງການຂ່າວຣອຍເຕີ້ສ (Reuters), ທ່ານໂຣເບີດ ແຮເບັກຄ໌ (Robert Habeck), ຜູ້ນໍາຮ່ວມຂອງພວກສັງກັດພັກ Green ກ່າວວ່າ "ນີ້ແມ່ນການເລີ່ມຕົ້ນທີ່ດີເລີດ ໃນປີການເລືອກຕັ້ງທີ່ດີເລີດ."

ຢູ່ໃນລັດຣາຍແລນ-ປາລາຕິເນດ (Rhineland-Palatinate) ນັ້ນ, ການຢັ່ງຫາງສຽງພວກທີ່ໄປປ່ອນບັດສະແດງໃຫ້ເຫັນວ່າພັກຂອງຜູ້ປົກຄອງລັດດັ່ງກ່າວ, ພັກປະຊາທິປະໄຕສັງຄົມທີ່ນິຍົມສາຍກາງອຽງຊ້າຍນັ້ນ ໄດ້ນຳໜ້າສະຫະພັນ CDU ໂດຍໄດ້ຮັບຄະແນນສຽງ 35.5 ເປີເຊັນ ແລະ CDU ໄດ້ຮັບ 26.9 ເປີເຊັນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG