ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການຂ່າວ ອາລ ຈາຊີຣາ ປະນາມ ການເສຍເສຍຊີວິດຂອງນັກຂ່າວ 2 ຄົນ ຈາກການໂຈມຕີຂອງອິສຣາແອລ


ນັກຂ່າວຈາກອົງການຂ່າວ ອາລ ຈາຊີຣາ ທ່ານວາເອລ ອາລ-ດາດູ ໂຈມມືລູກຊາຍຂອງທ່ານ, ທ່ານຮໍາຊາ, ຜູ້ທີ່ເຮັດວຽກໃຫ້ອົງການຂ່າວ ອາລ ຈາຊີຣາ ເຊັ່ນກັນ ແລະເປັນຜູ້ທີ່ຖືກສັງຫານຈາກການໂຈມຕີຂອງອິສຣາແອລໃນຂົງເຂດຣາຟາ, ແຫຼມກາຊາ, ວັນທີ 7 ມັງກອນ 2024.
ນັກຂ່າວຈາກອົງການຂ່າວ ອາລ ຈາຊີຣາ ທ່ານວາເອລ ອາລ-ດາດູ ໂຈມມືລູກຊາຍຂອງທ່ານ, ທ່ານຮໍາຊາ, ຜູ້ທີ່ເຮັດວຽກໃຫ້ອົງການຂ່າວ ອາລ ຈາຊີຣາ ເຊັ່ນກັນ ແລະເປັນຜູ້ທີ່ຖືກສັງຫານຈາກການໂຈມຕີຂອງອິສຣາແອລໃນຂົງເຂດຣາຟາ, ແຫຼມກາຊາ, ວັນທີ 7 ມັງກອນ 2024.

ອົງການຂ່າວ ອາລ ຈາຊີຣາ (Al Jazeera) ໄດ້ປະນາມຕໍ່ການເສຍຊີວິດຂອງນັກຂ່າວ 2 ຄົນ, ນຶ່ງໃນນັ້ນເປັນນັກຂ່າວອິດສະຫຼະຢູ່ໃນເຄືອຂ່າຍ ທີ່ເຈົ້າໜ້າ​ທີ່​ໃນຂົງ​ເຂດ​ກາຊາ ເຊິ່ງປົກຄອງໂດຍກຸ່ມຮາມາສກ່າວ​ວ່າ ​ເສຍ​ຊີວິດ​ໃນ​ການ​ໂຈມ​ຕີ​ທາງ​ອາກາດ​ໂດຍ​ອິສຣາ​ແອ​ລ ຢູ່ລົດ​ຂອງ​ພວກ​ເຂົາ​ເຈົ້າ​ໃນຂະນະປະຕິບັດງານຕິດຕາມຂ່າວ​ສົງຄາມ​ ໃກ້​ກັບເມືອງຣາຟາ.

ທ່ານມຸສຕາຟາ ທູເຣຍ (Mustafa Thuria) ເປັນຜູ້ຖ່າຍວີດີໂອສັນ​ຍາ​ຈ້າງຂອງອົງການຂ່າວຝຣັ່ງ ຫຼື AFP. ທ່ານຮໍາຊາ ອາລ-ດາດູ (Hamza Al-Dahdouh) ​ເປັນນັກຂ່າວ​ສັນ​ຍາ​ຈ້າງ ຂອງອົງການຂ່າວ ອາລ ຈາຊີຣາ ແລະເປັນລູກຊາຍຂອງຫົວໜ້າເຄືອຂ່າຍໂທລະພາບໃນຂົງເຂດກາຊາ, ທ່ານວາເອລ ອາລ-ດາດູ (Wael Al-Dahdouh). ສ່ວນນັກຂ່າວອິດສະຫຼະຄົນ​ທີ​ສາມ ທ່ານຮາເຊັມ ຣາຈາບ (Hazem Rajab) ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ໂຈມຕີດັ່ງ ກ່າວ.

ໃນຊ່ວງຕົ້ນຂອງສົງຄາມ, ທ່ານວາເອລ ອາລ-ດາດູ ສູນເສຍພັນລະຍາຂອງທ່ານ ພ້ອມດ້ວຍລູກສອງຄົນ ແລະຫລານຊາຍອີກຄົນນຶ່ງ ເຊິ່ງທ່ານເອງກໍເກືອບເສຍຊີວິດ.

ເຄືອ​ຂ່າຍອົງການຂ່າວ ອາລ ຈາຊີຣາ ເຊິ່ງທີ່​ມີ​ສຳນັກງານໃຫຍ່ຕັ້ງ​ຢູ່ປະເທດກາຕ້າ ກ່າວ​ໃນ​ຖະ​ແຫຼງການສະບັບ​ນຶ່ງ​ວ່າ ການ​ສັງຫານ​ຄັ້ງ​ຫຼ້າ​ສຸດສະ​ແດງ​ໃຫ້​ເຫັນ​ວ່າ “ບໍ່​ຕ້ອງ​ສົງ​ໄສ​ເລີຍເຖິງ​ຄວາມ​ຕັ້ງ​ໃຈ​ຂອງ​ກຳລັງ​ອິ​ສ​ຣາ​ແອລ ທີ່​ຈະຍັງຄົງ​ສືບ​ຕໍ່ການ​ໂຈມ​ຕີ​ທີ່​ໂຫດ​ຮ້າຍ​ຕໍ່​ພວກ​ນັກ​ຂ່າວ ​ແລະ​ຄອບຄົວ​ຂອງພວກ​ເຂົາ​ເຈົ້າໂດຍ ມີເປົ້າໝາຍເພື່ອແນ​ໃສ່ເພື່ອ​ຂັດຂວາງ​ບໍ່​ໃຫ້ພວກເຂົາ​ປະຕິບັດ​ພາລະກິດ​ຂອງ​ພວກ​ເຂົາ​ເຈົ້າ, ອັນເປັນການຝ່າຝືນ​ຫຼັກການ​ເສລີພາບ​ດ້ານ​ການຂ່າວ.”

ເຄືອຂ່າຍ ອາລ ຈາຊີຣາ ໄດ້ຮຽກຮ້ອງໃຫ້ "ສານອາຍາສາກົນ, ລັດຖະບານຂອງປະເທດຕ່າງໆ, ບັນດາອົງການ​ປົກ​ປ້ອງສິດທິມະນຸດ ແລະອົງການສະຫະປະຊາຊາດ ຈົ່ງໃຫ້ອິສຣາແອລຮັບຜິດຊອບຕໍ່ອາຊະຍາກໍາທີ່ໂຫດຮ້າຍຂອງຕົນ" ແລະຮຽກຮ້ອງໃຫ້ "ຍຸຕິການແນເປົ້າຫມາຍ ແລະການສັງຫານບັນດານັກຂ່າວ."

ກອງທັບອິສຣາແອລ ບໍ່ໄດ້ໃຫ້ຄວາມເຫັນໃດໆກ່ຽວກັບການໂຈມຕີດັ່ງກ່າວ ແຕ່ໃນຖະແຫຼງການສະບັບນຶ່ງ ເມື່ອວັນທີ 16 ທັນວານີ້, ໄດ້ຕອບໂຕ້ ຕໍ່ການເສຍຊີວິດຂອງນັກຂ່າວ ຈາກອົງການຂ່າວ ອາລ ຈາຊີຣາ ​ອີກຄົນນຶ່ງ ໃນບໍລິເວນເຂດກາຊາ, ເຊິ່ງກອງທັບກ່າວວ່າ "IDF ບໍ່ເຄີຍ, ແລະຈະບໍ່​ແນເປົ້າໝາຍໂດຍເຈດຕະນາໃດໆ ຕໍ່ບັນດານັກຂ່າວ."

ຄະນະກໍາມະການປົກປ້ອງນັກຂ່າວ ເຊິ່ງເປັນອົງການ​ຕິດຕາມ​ກວດກາສື່ມວນຊົນສາກົນກ່າວວ່າ ​ໃນ 10 ອາທິດ​ທຳ​ອິດ​ຂອງ​ສົງຄາມ​ຢູ່​ຂົງເຂດ​ກາຊາ ບັນດານັກ​ຂ່າວ ​ແລະ​ພະງານນັກຂ່າວເສຍ​ຊີວິດ 77 ຄົນ ​ຢູ່​ໃນ​ຂົງເຂດດັ່ງກ່າວ, ໃນນັ້ນ 70 ຄົນເປັນຊາວປາແລັສໄຕນ໌, 4 ຄົນເປັນຊາວອິສຣາແອລ ແລະ ອີກ 3 ຄົນເປັນຊາວເລບານອນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG