ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ພູ​ໄຟ​ ​2 ໜ່ວຍ​ ລະເບີດຂຶ້ນ​ ​ໃນ​ວັນ​ຈັນ​ມື້​ນີ້ ທີ່ ອິນໂອເນເຊຍ


ພູ​ໄຟ​ Sinabung ​ໄດ້​ລະເບີດ​ຂື້ນ ​ໃນ​ວັນ​ຈັນ​ມື້​ນີ້ ທີ່ ພາກໃຕ້ຂອງ ເກາະ Sumatra ອິນໂດເນເຊຍ
ພູ​ໄຟ​ Sinabung ​ໄດ້​ລະເບີດ​ຂື້ນ ​ໃນ​ວັນ​ຈັນ​ມື້​ນີ້ ທີ່ ພາກໃຕ້ຂອງ ເກາະ Sumatra ອິນໂດເນເຊຍ
ບັນດາ​ເຈົ້າ​ໜ້າ​ທີ່ ອິນໂດ​ເຊຍ ກ່າວ​ວ່າ ພູ​ໄຟ​ສອງ​ໜ່ວຍ​ໄດ້​ລະ
​ເບີດ​ຂື້ນ ​ໃນ​ວັນ​ຈັນ​ມື້​ນີ້ ບັງຄັບໃຫ້​ປ່ຽນ​ທິດທາງ​ສາຍ​ການບິນ
ຕ່າງໆ ​ແລະ​ເຮັດ​ໃຫ້​ຫລາຍ​ພັນ​ຄົນ ທີ່​ໄດ້​ຍົກຍ້າຍໜີ​ໄປ​ນັ້ນ ບໍ່​
ສາມາດ​ກັບ​ຄືນ​ມາບ້ານ​ໄດ້.

ສູນ​ກາງ​ພູໄຟ​ອິນ​ໂດ​ເນ​ເຊຍ ກ່າວ​ວ່າ ພູ Sinabung ຢູ່​ພາກ​ໃຕ້​
ຂອງ​ເກາະ Sumatra ໄດ້​ລະ​ເບີດ​ຂື້ນ​ແບບ ຢຸດ​ໆ​ເຊົາໆນັບ​ຕັ້ງ​ແຕ່​ກາງ​ເດືອນ​ກັນຍາ ​ໄດ້​ສົ່ງ​ຂີ້​ເຖົ່າພູ​ໄຟ​ຂື້ນ​ສູ່​ອາກາດປະມານ 8000 ແມດ.

ປະມານ 5000 ຄົນທີ່​ຫາ​ກໍ່​ໄດ້​ຍົກຍ້າຍ​ອອກ​ຈາກ​ຂົງ​ເຂດ ອ້ອມ​ແອ້ມພູ​ Sinabung ບໍ່​ສາມາດ​ກັບ​ຄືນ​ມາ​ບ້ານ​ໄດ້.

ຢູ່​ທີ່​ເກາະ​ໃຫຍ່ Java ບ່ອນ​ທີ່​ພູ​ໄຟ​ມີ​ຊີວິດ​ຢູ່​ນັ້ນ ພູ Merapi ​ໄດ້​ລະ​ເບີດ​ສົ່ງ​ລໍາຂີ້​ເຖົ່າ ​ແລະ​ຄວັນຂື້ນ​ສູງປະມານ 2000 ​ແມດ. ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ປະມານ 600 ຄອບຄົວ​ໄດ້​ຖືກ​ບອກ​ໃຫ້​ຕຽມ​ພາກັນຍົກຍ້າຍ.
XS
SM
MD
LG