ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

200 ຄົນ ບາດເຈັບ ຍ້ອນການສູ້ລົບ ທີ່ ອາຟຣິກາກາງ (ສະໄລດ໌)


ທະຫານຝຣັ່ງ ກໍາລັງກວດຄົ້ນ ພົນລະເຮືອນທີ່ ເມືອງຫລວງ Bangui ສາທາລະນະລັດ ອາຟຣິກາກາງ
ທະຫານຝຣັ່ງ ກໍາລັງກວດຄົ້ນ ພົນລະເຮືອນທີ່ ເມືອງຫລວງ Bangui ສາທາລະນະລັດ ອາຟຣິກາກາງ
ພວກ​ເຈົ້າໜ້າ​ທີ່​ຊ່ວຍ​ເຫຼືອທາງ​ດ້ານ​ການ​ແພດກຸ່ມ​ນຶ່ງ ກ່າວ​ວ່າ
ຄວາມ​ຮຸນ​ແຮງ​ຄັ້ງ​ໃໝ່ ​ໃນ​ສາທາລະນະ​ລັດອາ​ຟຣິກາ​ກາງ ເຮັດ
​ໃຫ້​ເກືອບ 200 ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນໄລຍະ​ຫ້າ​ມື້​ທີ່​ຜ່ານ​ມາ.

ພວກ​ນາຍ​ແພດບໍ່​ມີ​ພົມ​ແດນ ກ່າວ​ວ່າ ຄວາມ​ຮຸນ​ແຮງ ​ທີ່ເພີ້​ມທະ
ວີຂື້ນ​ຢູ່ໃນນະຄອນ​ຫລວງ Bangui ​ເລີ້ມ​ມາ​ແຕ່​ວັນ​ທີ 20 ​ເດືອນ​
ທັນວາ ​ເວລາພວກ​ນາຍ​ແພດຈຸ​ດັ່ງກ່າວ ​ໄດ້​ປິ່ນປົວ​ຜູ້​ໄດ້​ຮັບ​ບາດ​
ເຈັບ 49 ຄົນ​ທີ່​ໄດ້​ຖືກຍິງ.

ການ​ສູ້​ລົບ​ສ່ວນ​ໃຫຍ່ ​ຢູ່ໃນສາທາລະນະ​ລັດອາ​ຟຣິກາ​ກາງແມ່ນ ​
ລະຫວ່າງອະດີດກະບົດມຸສລິ​ມ ທີ່​ຮູ້​ກັນ​ໃນ​ນາມ​ອະດີດ​ກຸ່ມ Se-
leka ​ແລະ ພວກ​ທະຫານ​ບ້ານຄຣິສຕຽນ ທີ່​ຮູ້​ກັນໃນ​ນາມ ກຸ່ມ​ຕໍ່ຕ້ານ balaka.

ນັກ​ຂ່າວວີ​ໂອ​ເອ ພະ​ແນ​ກພາສາ​ຝັ່ຣງ ​ໄປ​ຍັງອາຟຣິກາ ທ່ານ Idriss Fall ​ໄດ້​ໃຊ້ເວລາ​ຫຼາຍ​
ມື້ຢູ່ທີ່​ນະຄອນຫຼວງ Bangui ລາຍ​ງານ​ໃຫ້ຊາບ​ກ່ຽວ​ກັບ​ໂຕ​ເລກ​ຜູ້​ເຄາະ​ຮ້າຍ​ທີ່​ຖືກ​ຍິງທີ່​ອາດ
ສະ​ແດງ​ໃຫ້​ເຫັນ​ເຖິງ ການ​ປ່ຽນ​ແປງກ່ຽວ​ກັບ​ກົນລະຍຸດຂອງພວກ​ນັກ​ລົບຕໍ່ຕ້ານ balaka ຊຶ່ງ
​ແຕ່​ກ່ອນ​ໄດ້​ໃຊ້​ພ້າ​ອີ່​ໂຕ້ ​ໃນການ​ໂຈມ​ຕີຂອງ​ພວກ​ເຂົາ​ເ​ຈົ້າ.

ຢູ່​ທີ່​ກອງ​ປະຊຸມ​ຖະ​ແຫຼງຂ່າວ ​ໃນ​ວັນ​ອັງຄານ​ວານ​ນີ້ ປະທານາທິບໍດີ​ຊົ່ວຄາວ ຂອງສາ​ທາ​ລະ
ນະ​ລັດອາ​ຟຣິກາ​ກາງ ທ່ານ Michel Djotodia ​ຮຽກຮ້ອງ​ໃຫ້ທຸກ​ຄົນຢູ່​ໃນ​ຄວາມສ​ະຫງົບ.

ລາຍ​ງານ​ຂອງ​ທ່ານ Fall ຍັງໄດ້​ກ່າວ​ເຖິງ​ເຫດ​ຮ້າຍ​ໃນ​ອາທິດ​ນີ້ວ່າ ທະຫານ​ອາລັກຂາ ຂອງ
ປ​ະທາ​ນາ​ທິບໍດີ ສາມ​ຄົນ​ໄດ້​ຖືກ​ສັງຫານ ໂດຍທະ ຫານ​ຝຣັ່ງ.

ປະທານ​າທິບໍດີ ກ່າວ​ເຖິງ​ການ​ຍິງກັນ​ໃນ​ຄັ້ງນີ້ວ່າ ແມ່ນອຸ​ປະຕິ​ເຫດ. ທ່ານເວົ້າ​ວ່າ ​ເວລາ​ນັ້ນ ທະຫານທັງ​ສາມ​ບໍ່​ໄດ້​ຢູ່​ໃນ​ເຄຶ່ອງ​ແບບ ​ແລະ​ບໍ່​ມີເອກ​ກະສາ​ນຂອງ​ເຂົາ​ເຈົ້າ ທີ່​ອະນຸຍາດ​ໃຫ້
​ເຂົາ​ເຈົ້າ​ຖືອາວຸດ​ໄດ້

XS
SM
MD
LG