ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

248 ຄົນ ຖືກສັງຫານ ໂດຍກໍາລັງ ທະຫານ ລັດຖະບານ ຊີເຣຍ (ສະໄລດ໌/ວິດີໂອ)


 ຮູບພາບ ທີ່ຖ່າຍໂດຍປະຊາຊົນ: ທະຫານຊີເຣຍ ຢືນຢູ່ຕໍ່ໜ້າ ຊາກສົບ ຜູ້ເສຍຊີວິດ ທີ່ເມືອງ Al-Bayda.
ຮູບພາບ ທີ່ຖ່າຍໂດຍປະຊາຊົນ: ທະຫານຊີເຣຍ ຢືນຢູ່ຕໍ່ໜ້າ ຊາກສົບ ຜູ້ເສຍຊີວິດ ທີ່ເມືອງ Al-Bayda.
ກຸ່​ມປົກ​ປ້ອງສິດທິ​ດມະນຸດ​ ທີ່​ສໍາຄັນ​ກຸ່ມ​ນຶ່ງ ກ່າວ​ວ່າ ກໍາລັງ​ທະ
ຫານ​ທີ່​ພົວພັນ​ກັບລັດຖບານຊີ​ເຣຍ ​ໄດ້ສັງຫານ​ຢ່າງ​ໜ້ອຍ 248
ຄົນ ຮວມ​ທັງ​ຜູ້ຍິງ​ແລະ​ເດັກນ້ອຍ ຫລັງ​ຈາກ​ທີ່​ໄດ້​ມີ​ການ​ປະ​ທະ​
ກັນ ກັບ​ພວກ​ນັກ​ລົບຝ່າຍຕໍ່ຕ້ານ ຢູ່​ໃນ​ສອງຫົວ​ເມືອງ ​ໃນ​ຕົ້ນປີ​ນີ້.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ກ່າວວ່າ
ການ​ສັງຫານ ​ຢູ່​ທີ່ເມືອງ al-Bayda ຊຶ່ງ​ເປັນ​ຫົວ​ເມືອງ​ງ​ແຄມ
ທະເລ​ແລະ​ເມືອງ Baniyas ແມ່ນ​ຮວມຢູ່​ໃນ “ບັນດາການ​ສັງ
ຫານ​ໝູ່​ ແບບ​ຮວບ​ຮັດ​ຕັດ​ຕອນທີ່​ຮ້າຍ​ແຮງ” ​ໃນ​ລະຍະ​ສອງ​ປີ
ເຄິ່ງຂອງ​ສົງ​ຄາມ​ກາງ​ເມືອງ ຢູ່​ໃນ​ຊີ​ເຣຍ.



ລາຍ​ງານ​ຂອງກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ດັ່ງ​ເວົ້າວ່າ ການ​ສັງຫານໝູ່​ໄດ້​ມີ​ຂຶ້ນ ລຸນ​ຫລັງ
ການ​ປະ​ທະ​ກັນ​ ລະ​ຫວ່າງກຳລັງ​ທະຫານ ລັດຖະບານ ​ແລະ​ພວກ​ກະບົດ ​ໃນ​ວັນ​ທີ 2 ຫາ​ວັນ​ທີ 3 ເດືອນ​ພຶດສະພາຜ່ານ​ມາ. ຫລັງ​ຈາກ​ພວກ​ນັກ​ລົບຝ່າຍຕໍ່ຕ້ານໄດ້​ຖອຍ​ໄປ ລາຍ​ງານ​ກ່າວ​ວ່າ ກຳລັງຂອງ​ທ່ານ Assad ​ໄດ້​ເຂົ້າ​ໄປ​ໃນ​ເຮືອນ ຕ້ອນ​ເອົາ​ພວກ​ຜູ້​ຊາຍ​ ຈາກ​ແຕ່ລະ​ຄຸ້ມ ​ແລະ​ຍິງ​ເຂົາ​ເຈົ້າ​ແບບ​ປະຫານ​ຊີວິດ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະ​ນຸດ Human Rights Watch ​ໄດ້​ບັນ ທຶກ​ໄວ້​ວ່າ​ ມີຜູ້ຍິງຢ່າງ​ໜ້ອຍ 23
ຄົນແລະ​ເດັກນ້ອຍອີກ 14 ຄົນ ຮວມ​ທັງ​ເດັກ​ທາລົກ ​ໄດ້​ຖືກ​ສັງຫານໂດຍກໍາລັງ​ລັດຖະບານ ທີ່
ເມືອງ al-Bayda. ລາຍ​ງານ​ກ່າວ​ວ່າ ຢູ່​ໃນທັງ​ສອງ​ເມືອງກຳ ລັງ​ທະຫານລັດຖະບານ ຫລືພວກ​ນິຍົມລັດຖະບານ ​ໄດ້​ສັງຫານ ຫລື​ພະຍາຍາມ​ສັງຫານ ບັນດາ​ຄອບຄົວຕ່າງໆ​ທັງ​ໝົດ.

Syria
please wait
Embed

No media source currently available

0:00 0:01:41 0:00
XS
SM
MD
LG