ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກສະພາ ເພື່ອປະຊາທິປະໄຕ ຂອງຮົງກົງ ສອງທ່ານ ຖືກຕຳຫຼວດຈັບກຸມ ໃນຕອນເຊົ້າວັນພຸດນີ້


ສະມາຊິກສະພາເພື່ອປະຊາທິປະໄຕ ທ່ານແທດ ຫຸຍ ຖືກຈັບກຸມ ໂດຍຕຳຫຼວດ ໃນຮົງກົງ, ເມື່ອວັນພຸດ ທີ 26 ສິງຫາ 2020.
ສະມາຊິກສະພາເພື່ອປະຊາທິປະໄຕ ທ່ານແທດ ຫຸຍ ຖືກຈັບກຸມ ໂດຍຕຳຫຼວດ ໃນຮົງກົງ, ເມື່ອວັນພຸດ ທີ 26 ສິງຫາ 2020.

ສະມາຊິກສະພາເພື່ອປະຊາທິປະໄຕຂອງຮົງກົງສອງທ່ານ ໄດ້ຖືກຈັບກຸມ ແລະໄດ້ຖືກຟ້ອງໃນຂໍ້ຫາທີ່ກ່ຽວຂ້ອງກັບການປະທ້ວງຕໍ່ຕ້ານລັດຖະບານ ໃນປີກາຍນີ້ ທີ່ໄດ້ເຮັດໃຫ້ຮົງກົງ ທີ່ເປັນເຂດເຄິ່ງປົກຄອງຕົນເອງນັ້ນ ສັ່ນສະເທືອນ.

ທ່ານແລມ ເຈິກ-ຕິງ ແລະທ່ານແທດ ຫຸຍ ໄດ້ຖືກຈັບກຸມ ໃນຕອນເຊົ້າວັນພຸດມື້ນີ້ ຢູ່ທີ່ບ້ານພັກຂອງພວກເຂົາເຈົ້າ ອີງຕາມຂໍ້ມູນທີ່ນຳລົງໜ້າເຟສບຸກຂອງພັກເດໂມແຄຣັດ.

ທ່ານແລມ ໄດ້ຖືກຈັບກຸມຍ້ອນຂໍ້ສົງໄສໃນການມີສ່ວນຮ່ວມໃນການກໍ່ຈະລາຈົນ ເມື່ອວັນທີ 21 ກໍລະກົດ ປີກາຍນີ້ ຊຶ່ງໃນເວລານັ້ນ ພວກຜູ້ຊາຍຫຼາຍກວ່າ 100 ຄົນ ໄດ້ໂຈມຕີພວກປະທ້ວງເພື່ອປະຊາທິປະໄຕ ແລະພວກຜູ້ໂດຍສານ ຢູ່ທີ່ ສະຖານີລົດໄຟໃຕ້ດິນ ຢຸນ ລອງ ດ້ວຍທ່ອນເຫຼັກ ແລະໄມ້ຄ້ອນເທົ້າ. ພວກປະທ້ວງໄດ້ກ່າວຫາຕຳຫຼວດ ທີ່ເດີນທາງໄປຮອດບ່ອນເກີດເຫດ ຊ້າເກີນໄປ ແລະປ່ອຍໃຫ້ພວກຜູ້ຮ້າຍຕິດອາວຸດບາງຄົນໜີໄປ.

ທ່ານແລມ ຍັງໄດ້ຖືກຟ້ອງຮ້ອງພ້ອມກັນກັບ ທ່ານຫຸຍ ໃນການມີສ່ວນກ່ຽວຂ້ອງກັບການປະທ້ວງໃນວັນທີ 6 ກໍລະກົດ ຢູ່ໃນເມືອງ ຕວນ ໝັນ ນຳດ້ວຍ.

ຢ່າງໜ້ອຍອີກ 14 ຄົນ ຍັງໄດ້ຖືກຈັບກຸມໃນວັນພຸດມື້ນີ້ ໃນການພົວພັນກັບການປະທ້ວງຂະໜາດໃຫຍ່ເມື່ອປີກາຍນີ້ ຊຶ່ງໄດ້ເລີ້ມຂຶ້ນໃນເວລາທີ່ລັດຖະບານ ໄດ້ປະກາດແຜນການທີ່ຈະຮັບຮອງເອົາຮ່າງກົດໝາຍສົ່ງຄົນຮ້າຍຂ້າມແດນ ທີ່ຈະສົ່ງພວກຜູ້ຕ້ອງສົງໄສເປັນອາຊະຍາກອນ ໄປຍັງຈີນແຜ່ນດິນໃຫຍ່ ເພື່ອປະເຊີນກັບການດຳເນີນຄະດີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG