ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຕຳຫຼວດລັດເທັກຊັສ ສັງຫານມືປືນ ສອງຄົນ ຢູ່ທີ່ງານແຂ່ງຂັນແຕ້ມຮູບ ພະສາສາດາ​ມູຮຳມັດ


ເຈົ້າໜ້າທີ່ຕຳຫຼວດ ກ່າວຖະແຫລງ ຕໍ່ບັນດາແຂກເຂົ້າຮ່ວມ ໃນງານແຂ່ງຂັນ ແລະວາງສະແດງສິລະປະຮູບແຕ້ມ ພະສາສາດາ​ມູຮຳມັດ ຫຼັງຈາກທີ່ ພວກເຂົາເຈົ້າໄດ້ຖືກຫ້າມ ບໍ່ໃຫ້ອອກໄປຈາກ ສະຖານທີ່ ໃນເວລາທີ່ມີລາຍງານວ່າ ມີການຍິງປືນດັງຂຶ້ນ ແລະ ຊາຍຄົນນຶ່ງ ຖືກຍິງ ຢູ່ທີ່ເມືອງ Garland ລັດ Texas, ວັນທີ 3 ພຶດສະພາ 2015.
ເຈົ້າໜ້າທີ່ຕຳຫຼວດ ກ່າວຖະແຫລງ ຕໍ່ບັນດາແຂກເຂົ້າຮ່ວມ ໃນງານແຂ່ງຂັນ ແລະວາງສະແດງສິລະປະຮູບແຕ້ມ ພະສາສາດາ​ມູຮຳມັດ ຫຼັງຈາກທີ່ ພວກເຂົາເຈົ້າໄດ້ຖືກຫ້າມ ບໍ່ໃຫ້ອອກໄປຈາກ ສະຖານທີ່ ໃນເວລາທີ່ມີລາຍງານວ່າ ມີການຍິງປືນດັງຂຶ້ນ ແລະ ຊາຍຄົນນຶ່ງ ຖືກຍິງ ຢູ່ທີ່ເມືອງ Garland ລັດ Texas, ວັນທີ 3 ພຶດສະພາ 2015.

ເຈົ້າໜ້າ​ທີ່ຕຳຫລວດ ​ໃນ​ລັດເທັກ​ຊັສ ທາງ​ພາກ​ໃຕ້​ຂອງ​ສະຫະລັດ
​ໄດ້​ສັງຫານ​ຊາຍ​ສອງ​ຄົນ ທີ່​ພວກ​ເຂົາ​ເຈົ້າກ່າວ​ວ່າ ​ໄດ້​ເລີ້ມ​ຍິງ​ປືນ
​ເຂົ້າ​ໃສ່​ເຈົ້າໜ້າ​ທີ່ ​ຮັກສາ​ຄວາມ​ປອດ​ໄພໂຮງຮຽນຄົນ​ນຶ່ງ​ ​ເມື່ອ​ຄືນ
​ວັນ​ອາທິດ​ວານ​ນີ້ ຢູ່ທາງນອກ​ບ່ອນທີ່​ມີ​ການ​ແຂ່ງຂັນ​ ແຕ້ມ​ຮູບ
ກາ​ຕູນກ່ຽວ​ກັບ ​ພະ​ສາ​ສະ​ດາ​ມູຮຳມັດ.

ເຈົ້າໜ້າ​ທີ່ເມືອງ Garland ທີ່​ຕັ້ງຢູ່​ບໍ່​ໃກປານ​ໃດຈາກ​ນະຄອນ
Dallas ກ່າວ​ວ່າ ​ເຈົ້າໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພ​ດັ່ງກ່າວ ​ໄດ້​ຮັບ
​ບາດ​ເຈັບ​ ​ແຕ່ບໍ່​ສາຫັດ ​ແລະວ່າ ເວລາ​ນັ້ນ ບັນ​ດາ​ເຈົ້າໜ້າ​ທີ່ກຳລັງ
​ຊອກ​ຫາ ສິ່ງ​ທີ່​ອາດ​ເປັນ​ວັດຖຸ​ລະ​ເບີດ ຢູ່​ໃນ​ລົດຂອງ​ພວກ​ມື​ປືນ.​
ເຈົ້າໜ້າ​ທີ່​ຍັງ​ບໍ່​ໄດ້​ລະບຸ​ໂຕ​ມື​ປືນ​ສອງ​ຄົນ​ນັ້ນ​ເທື່ອ. ສ່ວນ​ເຈົ້າໜ້າ​ທີ່​ຜູ້​ຖືກ​ຍິງ ໄດ້​ຮັບ​ການ​ຮັກສາ ພະຍາບານ​ ຢູ່​ໂຮງໝໍ​ແຫ່ງ​ນຶ່ງ ​ແລະ ​ໄດ້​ອອກ​ໂຮງໝໍ​ໄປ​ແລ້ວ.

ກຸ່ມ​ນຶ່ງ​ທີ່​ເອີ້ນ​ວ່າ ອົງການ​ລິ​ເລີ້ມ​ປ້ອງ​ກັນ​ເສລີພາບ​ຂອງ​ຄົນ​ອາ​ເມຣິກັນ ເປັນ​ຜູ້​ອຸປະຖຳ​
ການ​ແຂ່ງຂັນ​ດັ່ງກ່າວ ​ໂດຍສະ​ເໜີ​ໃຫ້ເງິນລາງວັນ 10,000 ດອລລາ ​ແກ່​ຜູ້ຊະນະ​ເລີດ.

​ເວັບໄຊ້ຂອງ​ກຸ່ມ​ດັ່ງກ່າວເວົ້າ​ວ່າ ມີຫຼາຍກວ່າ 350 ຮູບ​ພາບ​ກາ​ຕູນ ​ຖືກ​ສົ່ງ​ເຂົ້າມາຮ່ວມ ​ການ​ແຂ່ງຂັນ ທີ່ “​ເປັນ​ໂຕ​ແທນ​ ຂອງເສລີພາບ​ ໃນ​ການປາກ​ເວົ້າ ​ແລະສະ​ແດງ​ໃຫ້​
ເຫັນ​ວ່າ ຊາວ​ອາ​ເມຣິກັນ ຈະ​ບໍ່ກົ້ມ​ຫົວ​ໃຫ້ ​ການ​ຂົ່ມຂູ່​ໃຫ້​ຢ້ານ​ກົວ ຂອງພວກ​ຫົວ​ຮຸນ​
ແຮງ​ອິສລາ​ມ.”

US Shooting Cartoon
please wait
Embed

No media source currently available

0:00 0:01:34 0:00

XS
SM
MD
LG