ອົງການສື່ມວນຊົນຕ່າງໆ ຂອງສະຫະລັດກ່າວວ່າ ຜູ້ຊ່ວຍສອງຄົນຂອງອະດີດປະທານາທິບໍດີດໍໂນລ ທຣຳ ຈະໄປເປັນພະຍານ ໃນອາທິດນີ້ຢູ່ຕໍ່ໜ້າຄະນະກຳມະການລັດຖະສະພາພິເສດ ທີ່ສືບສວນການໂຈມຕີໃນວັນທີ 6 ມັງກອນ 2021 ຕໍ່ຫໍລັດຖະສະພາສະຫະລັດກ່ຽວກັບປະຕິກິລິຍາຂອງທ່ານທຣຳ ຕໍ່ການໂຈມຕີດັ່ງກ່າວໃນເວລານັ້ນ.
ທ່ານແມັດທີວ ພອດຕິງເກີ (Matthew Pottinger) ຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງອະດີດປະທານາທິບໍດີ, ແລະຮອງໂຄສົກປະຈຳທຳນຽບຂາວໃນຕອນນັ້ນ, ທ່ານນາງຊາຣາ ແມັດທີວສ໌ (Sarah Matthews) ຈະປາ ກົດຕົວຕໍ່ຫນ້າຄະນະກໍາມະການສະພາຕ່ຳ ໃນລະຫວ່າງການຮັບຟັງຄຳໃຫ້ການ ໃນວັນພະຫັດຈະມາເຖິງນີ້ ເຊິ່ງຈະເນັ້ນໃສ່ສະພາບການໃນທໍານຽບຂາວ ໃນຕອນທີ່ຜູ້ສະຫນັບສະຫນຸນທ່ານທຣຳ ໄດ້ບຸກໂຈມຕີຫໍລັດຖະສະພາສະຫະລັດ ເພື່ອຍຸຕິການຢັ້ງຢືນຢ່າງເປັນທາງການຕໍ່ໄຊຊະນະຂອງທ່ານໂຈ ໄບເດັນ ໃນ ການເລືອກຕັ້ງປະທານາທິບໍດີ ເດືອນພະຈິກປີ 2020.
ທ່ານພອດທິງເກີ (Pottinger) ແລະ ທ່ານນາງແມັດທີວສ໌ (Matthews) ຄາດ ວ່າ ຈະໄປໃຫ້ການ ກ່ຽວກັບຄວາມພະຍາຍາມຢ່າງສຸດຂີດ ແຕ່ບໍ່ປະສົບຜົນ ສໍາເລັດຂອງບັນດາພະນັກງານໃນທໍານຽບຂາວ ຕະຫລອດທັງຂອງຄອບຄົວຂອງທ່ານທຣຳເອງ ເພື່ອເຮັດໃຫ້ທ່ານອອກຖະແຫຼງການໃນໄລຍະຊົ່ວໂມງ ຫລືສອງຊົ່ວໂມງທໍາອິດຂອງການໂຈມຕີດັ່ງກ່າວ ເພື່ອຮຽກຮ້ອງໃຫ້ຜູ້ສະຫນັບສະຫນູນຂອງທ່ານສະຫງົບລົງ. ນານກວ່າ 3 ຊົ່ວໂມງຜ່ານໄປ ທ່ານທຣຳ ໃນທີ່ສຸດຈຶ່ງໄດ້ອອກຖະແຫຼງການຮຽກຮ້ອງໃຫ້ພວກກໍ່ຄວາມວຸ້ນວາຍກັບໄປບ້ານ.
ທ່ານພອດທິງເກີ (Pottinger) ແລະ ທ່ານນາງແມັດທີວສ໌ (Matthews) ໄດ້ລາອອກຈາກຕໍາແໜ່ງໃນເວລາຕໍ່ມາຂອງມື້ນັ້ນໂລດ.
ການຮັບຟັງຄຳໃຫ້ການຂອງວັນພະຫັດນີ້ ແມ່ນຈະຈັດຂຶ້ນໃນຕອນກາງຄືນ ເພື່ອໃຫ້ຜູ້ຊົມທາງໂທລະພາບທົ່ວປະເທດໄດ້ຊົມຫລາຍຂຶ້ນ. ສະມາຊິກຄະນະ ກໍາມະການຈາກພັກຣີພັບບລີກັນ ທ່ານອາດາມ ຄິນຊິງເກີ (Adam Kinzinger) ກ່າວໃນວັນອາທິດຜ່ານມາ ໃນລະຫວ່າງການໃຫ້ສໍາພາດວ່າ ຄະນະກໍາມະການໄດ້ "ມີຂໍ້ມູນເພີ້ມເຕີມ" ສຳລັບຄຳຖາມທີ່ວ່າ ທ່ານທຣຳກໍາລັງເຮັດຫຍັງຢູ່ໃນຂະນະທີ່ມີການໂຈມຕີຢູ່ນັ້ນ, ໂດຍກ່າວວ່າ ອະດີດປະທານາທິບໍດີໄດ້ບໍ່ໄດ້ເຮັດຫຍັງຫລາຍ ມີແຕ່ "ເບິ່ງໂທລະພາບຢ່າງເພີດເພີນໃຈໃນຊ່ວງເວລາອັນນີ້."
ຂະນະດຽວກັນ, ຄາດວ່າໃນວັນອັງຄານມື້ນີ້ ອົງການອາລັກຂາປະທານາທິບໍດີຫຼື Secret Service ກໍຈະມອບເອກະສານກ່ຽວກັບການສື່ສານຜ່ານທາງເອເລັກໂທຣນິກທັງໝົດຈາກບັນດາເຈົ້າໜ້າທີ່ຂອງຕົນໃນເວລາເກີດການໂຈມຕີຢູ່ນັ້ນໃຫ້ແກ່ຄະນະກຳມະການ. ຄະນະກຳມະການໄດ້ອອກຄຳສັ່ງຮຽກເອົາເອກະສານຈາກຫ້ອງການດັ່ງກ່າວ ຫຼັງຈາກຜູ້ກວດກາພາຍໃນຂອງກະຊວງຮັກສາຄວາມປອດໄພພາຍໃນ ຊຶ່ງເປັນອົງການແມ່ຂອງອົງການອາລັກຂາປະທານາທິບໍດີນັ້ນ ໄດ້ອອກລາຍງານທີ່ກ່າວວ່າ ອົງການອາລັກຂາປະທານາທິບໍດີໄດ້ລຶບຂໍ້ຄວາມຂອງເຈົ້າໜ້າທີ່ໃນວັນທີ 6 ມັງກອນ ແລະມື້ກ່ອນໜ້ານັ້ນຖິ້ມ.