ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລູກເຮືອ ຄົນຟີລິບປິນ 2 ຄົນເສຍຊີວິດ ແລະອີກ 16 ຄົນ ຫາຍສາບສູນ ເວລາເຮືອຈົມ ນອກຝັ່ງຫວຽດນາມ


ແຜນທີ່ປະເທດຫວຽດນາມ
ແຜນທີ່ປະເທດຫວຽດນາມ

ກະຊວງ​ການ​ຕ່າງປະ​ເທດ​ຂອງ​ຟີ​ລິບ​ປິນ ກ່າວ​ວ່າ ລູກ​ເຮືອ
​ບັນທຸກ​ສິນຄ້າ 2 ຄົນ ​ເສຍ​ຊີວິດ ​ແລະອີກ 16 ຄົນ ຫາຍ
​ສາບ​ສູນ ຫຼັງຈາກ​ທີ່​ເຮືອບັນທຸກ​ສິນຄ້າຂອງ​ເຂົາ​ເຈົ້າ ຈົມ​ລົງ
ຢູ່​ນອກ​ຝັ່ງ​ຂອງ​ຫວຽດນາມ ​ໃນ​ວັນ​ສຸກ​ຜ່ານ​ມາ.

ບັນດາ​ເຈົ້າໜ້າ​ທີ່ຟີ​ລິບ​ປິນກ່າວ​ໃນ​ວັນ​ອາທິດ​ວານນີ້ ​ວ່າ ​ເຮືອ
ບັນທຸກ​ສິນຄ້າ ຊື່ວ່າ Bulk Jupiter ທີ່​ຕິດ​ທຸງຂອງ​ປະ​ເທດນໍ​ເວ
​ແມ່ນ​ກຳລັງ​ຂົນສົ່ງ​ແຮ່​ທາດ​ຈາກ​ມາ​ເລ​ເຊຍ ​ໄປ​ຍັງ​ຈີນ ​ໃນ​ເວລາ
​ມັນຈົມລົງ ເມື່ອ​ຕອນ​ເຊົ້າວັນສຸກ​ຜ່ານ​ມາ ຢູ່​ທາງ​ພາກ​ໃຕ້ຂອງ
​ຫວຽດນາມ ນອກຝັ່ງ ​ເມືອງ​ທ່າ Vung Tau ອອກ​ໄປ 200
ກິ​ໂລ​ແມັດ.

ບັນດາ​ເຈົ້າໜ້າ​ທີ່ ກ່າວ​ອີກ​ວ່າ ມີຫົວໜ້າ​ພໍ່ຄົວ​ຂອງ​ເຮືອ​ພຽງ​ຄົນ​ດຽວ​ເທົ່າ​ນັ້ນ ທີ່​ໄດ້​ຮັບ​ການ​ຊ່ວຍ​ເຫຼືອອອກ​ມາ​ໄດ້ ​ໃນ​ຂະນະ​ທີ່​ດຶງ​ເອົາ 2 ສົບ​ອອກ​ມາ​ຈາກ​ທະ​ເ​ລ.

​ເຈົ້າໜ້າ​ທີ່ບໍ່​ໄດ້​ໃຫ້​ເຫດຜົນ​ໃດໆວ່າ ​ເປັນ​ຍ້ອນ​ຫຍັງ​ເຮືອ​ຈຶ່ງຫລົ້ມຈົມ​ລົງ.

XS
SM
MD
LG