ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ສານລັດຖະບານກາງ 2 ແຫ່ງ ບໍ່ເຫັນພ້ອມ ກັບ ປ. ທຣໍາ ທີ່ຫ້າມ ຄົນເຂົ້າເມືອງ


ພວກປະທ້ວງຕໍ່ຕ້ານ ການຫ້າມການເດີນທາງ ຂອງປະທານາທິບໍດີທຣໍາ ພາກັນເດີນຂະບວນ ຜ່ານອາຄານຜູ້ໂດຍສານ Tom Bradley ທີ່ສະໜາມບິນສາກົນ ນະຄອນ Los Angeles.
ພວກປະທ້ວງຕໍ່ຕ້ານ ການຫ້າມການເດີນທາງ ຂອງປະທານາທິບໍດີທຣໍາ ພາກັນເດີນຂະບວນ ຜ່ານອາຄານຜູ້ໂດຍສານ Tom Bradley ທີ່ສະໜາມບິນສາກົນ ນະຄອນ Los Angeles.

ຜູ້​ພິພາກສາສານ​ລັດຖະບານ​ກາງຄົນ​ນຶ່ງ ​ທີ່ໂຈະ​ຊົ່ວຄາວ​ການ​ບັງ​ຄັບໃຊ້ກົດ​ລະບຽບ​ຫ້າມ​ຄົນ​ເຂົ້າ​ປະ​ເທດ ​ຂອງປະທານາທິບໍດີ Donald Trump ​ໄດ້​ຕັດສິນ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຄະດີ​ນີ້​ແມ່ນ​ທ້າ​ທາຍ ​ໃນ​ຕົວ​ມັນ​ເອງ​ ຕໍ່​ການ​ຫ້າມ​ນັ້ນ​ຈະ​ດຳການໄປ​ໜ້າ ​ໃນ​ຂະນະ​ທີ່​ຜູ້​ພິພາກສາ​ລັດ ຖະບານ​ກາງອີກ​ທ່ານ​ນຶ່ງ​ໄດ້​ອອກຄຳ​ສັ່ງ​ໃໝ່ເພື່ອ​ບໍ່​ໃຫ້ການ​ຫ້າມມີ​ການຈັດຕັ້ງປະຕິບັດ​ຢູ່​ໃນ ​ລັດ​ເວີ​ຈີ​ເນຍ.

​ຜູ້​ພິ​ພາກ​ສາ​ປະຈຳ​ເຂດ ທ່ານ James Robart ​ໄດ້​ຕັດສິນ​ໃນ​ຕົ້ນ​ເດືອນ​ນີ້​ວ່າ ຜູ້ຄົນ​ທີ່​ມາ​
ຈາກ ອີຣັກ ອີຣ່ານ ຊີ​ເຣຍ ລີເບຍ ​ເຢ​ເມນ ​ໂຊ​ມາ​ເລຍ ​ແລະ​ຊູດ​ານ ຜູ້​ທີ່​ມີ​ວີ​ຊາ ຢ່າງຖືກ
ຕ້ອງສຳລັບ​ເຂົ້າ​ມາສະ​ຫະລັດນັ້ນ ກໍ​ສາມາດ​ເຂົ້າ​ມາ​ໄດ້ ​ແລະ​ໂຄງການ​ຮັບເອົາ​ອົບ​ພະ
​ຍົບຂອງປະ​ເທດ ສາມາດ​ດຳ​ເນີນ​ຕໍ່ໄປ​ ​ໃນຂະນະ​ທີ່​ສານພິຈາລະ​ນາ​ວ່າດຳລັດ​ຂອງ​ທ່ານ Trump ຖືກຕ້ອງ​ຕາມ​ກົດໝາຍຫລື​ບໍ່.

ນັບແຕ່​ໄດ້​ມີ​ການ​ຕັດສິນ​ເປັນ​ຕົ້ນ​ມາ ລັດຖະບານ​ໄດ້ຍື່ນ​ຂໍ​ອຸທອນ ​ຕໍ່​ຄະນະຜູ້ພິ ພາກສາ 3 ຢູ່ ສານອຸທອນເຂດ 9 ທີ່​ເຫັນ​ພ້ອມ​ກັບການ​ຕັດສິນ​ຂອງທ່ານ Robart ​ເພື່ອໂຈະ​ການ​ຈັດຕັ້ງປະ ຕິບັດ​ກ່ຽວ​ກັບດຳລັດ​ຫ້າມດັ່ງກ່າວ.

ສານ​ອຸທອນ​ທີ່​ມີຜູ້​ພິ​ພາກ​ສາ​ 25 ຄົນ ​ແລະ​ນຶ່ງ​ໃນ​ຈຳນວນ​ດັ່ງກ່າວ ​ໄດ້​ຮ້ອງ​ຂໍໃນອາທິດ
​ແລ້ວ​ນີ້​ວ່າ ຜູ້ພິພາກສາທັງ​ໝົດລົງ​ຄະ​ແນນ​ສຽງ​ກ່ຽວ​ກັບວ່າ ​ຈະ​ໃຫ້ ​ຄະນະຜູ້​ພິພາກສາ11
ທ່ານຮັບ​ຟັງ​ການ​ໂຕ້​ຖຽງ​ກ່ຽວ​ກັບ​ວ່າ ການ​ໂຈະ​ເປັນການ​ຊົ່ວຄາວ​ໃນການບັງຄັບໃຊ້​ຄຳ​
ສັ່ງ​ຫ້າມຄວນ​ທີ່​ຈະ​ຮັກສາ​ໄວ້​ຫຼື​ບໍ່. ທັງ​ສອງ​ຝ່າຍຢູ່​ໃນ​ຄະດີ​ດັ່ງກ່າວມີ ​ກຳນົດ​ທີ່​ຈະ​ນຳສະ​
ເໜີ​ລາຍງານ​ຂອງ​ເຂົາ​ເຈົ້າ​ຕໍ່​ສານ​ດັ່ງກ່າວໃນ​ວັນ​ພະຫັດ​ຈະ​ມາ​ເຖິງ​ນີ້.

ກະຊວງ​ຍຸຕິ​ທຳ​ໄດ້​ຖາມ​ຜູ້​ພິພາກສາ James Robart ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ​ບໍ່ໃຫ້​ດຳ​
ເນີນການ​ຕໍ່​ໄປ​ໃນ​ການ​ພິຈາລະນາ ກ່ຽວ​ກັບ​ຄວາມ​ຖືກຕ້ອງ​ຕາມ​ກົດໝາຍຫລື​ບໍ່ ໃນ​
ດຳລັດຂອງປະທານາທິບໍດີ Trump ຈົນ​ກວ່າ​ວ່າສານອຸທອນ​ເຂດ 9 ​ໄດ້​ຕັດສິນ ​ແຕ່​
ທ່ານ Robart ໄດ້​ປະຕິ​ເສດ​ຕໍ່ຄຳ​ຮ້ອງ​ຂໍນີ້.

ລັດ Washington ພ້ອມ​ດ້ວຍ​ລັດ Minnesota ກຳລັງ​ນຳພາການ​ທ້າ​ທາຍທາງ​ກົດ​
ໝາຍໂດຍ ໂຕ້ຖຽງ​ ​ເປີດຮັບ​ຟັງ​ຄຳ​ໃຫ້ການ​ ກ່ຽວ​ກັບ​ຄວາມ​ຖືກຕ້ອງຊອບ​ທຳ​ຕາມລັດ
ຖະທໍາ​ມະນູນໃນດຳລັດ​ຂອງ​ທ່ານ Trump ຢູ່​ສານ​ໃນ​ລະດັບ ທີ່​ຕ່ຳ​ລົງ​ມາ ຊຶ່ງຈະ​ບໍ່​ລົບ​
ກວນ​ຕໍ່​ການ​ຂໍອຸທອນ​ທີ່ກຳລັງ​ເກີດ​ຂຶ້ນ​ຢູ່ສານເຂດ 9.

ລັດຖະບານ​ທ່ານ Trump ກ່າວ​ວ່າ ມັນ​ຢູ່ໃ​ອຳນາດຂອງ​ຕົນ ທີ່​ຈະຄວບ​ຄຸມ​ການ​ຫ້າມ
​ໂດຍ​ກ່າວເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະຮັກສາ​ຄວາມ​ປອດ​ໄພ​ຂອງ​ປະ​ເທດ. ນອກ​ນັ້ນລັດ
ຖະບານ​ທ່ານ Trump ຍັງ​ໄດ້​ປະຕິ​ເສດ​ຕໍ່​ການ​ຕິ​ຕຽນ​ກ່ຽວ​ກັບ​ຄຳ ສັ່ງ​ຫ້າມນີ້ ທີ່​ພົວພັນ
​ກັບປະ​ເທດ ​ທີ່​ນັບຖື​ສາສະໜາ​ອິສລາມ​ເປັນສ່ວນ​ໃຫຍ່​ ທີ່ ​ໄດ້ຫ້າມບໍ່​ໃຫ້​ຊາວ​ມຸສລິ​ມ​
ເຂົ້າມາ​ໃນສະ​ຫະລັດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG