ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ແມ່ຍິງລາວ ອາເມຣິກັນ ສອງຄົນ ທີ່ເຮັດວຽກຢູ່ບໍລິສັດ ປາດຊີ້ນໄກ່ ເສຍຊີວິດຍ້ອນ COVID-19


ນາງພະຍາບານຄົນນຶ່ງ ຕຽມຢາສຳສັກປ້ອງກັນ COVID-19 ທີ່ພັດທະນາໂດຍ ສະຖາບັນສຸຂະພາບແຫ່ງຊາດ ແລະບໍລິສັດ Moderna Inc ວັນທີ 27 ກໍລະກົດ 2020.
ນາງພະຍາບານຄົນນຶ່ງ ຕຽມຢາສຳສັກປ້ອງກັນ COVID-19 ທີ່ພັດທະນາໂດຍ ສະຖາບັນສຸຂະພາບແຫ່ງຊາດ ແລະບໍລິສັດ Moderna Inc ວັນທີ 27 ກໍລະກົດ 2020.

ຜົນກະທົບຂອງການແຜ່ລະບາດຂອງພະຍາດໂຄວິດ-19 ຍັງດໍາເນີນ ຢູ່ຕໍ່ໄປ ໃນສະຫະ
ລັດ. ຫວ່າງບໍ່ເທົ່າໃດອາທິດທີ່ຜ່ານມານີ້ ຢູ່ໃນປະຊາຄົມລາວ ມີແມ່ຍິງ ອາຍຸ 51 ປີ ແລະ
ຜູ້ມີອາຍຸ 61 ປີ ໄດ້ອອກບໍານານໄປແລ້ວ ແຕ່ກັບຄືນໄປເຮັດວຽກໃໝ່ອີກ ຢູ່ໂຮງງານປາດ
ຊີ້ນໄກ່ຂອງບໍລິສັດໄທສັນ (Tyson) ລັດໂອກລາໂຮມາທີ່ຕັ້ງຢູ່ພາກຕາເວັນຕົກຕອນກາງ
ຂອງສະຫະລັດໄດ້ຕິດເຊື້ອພະຍາດໂຄ ວິດ-19 ໂດຍບໍ່ຮູ້ສຶກໂຕ ແລະໄດ້ເຮັດວຽກເຮັດງານປະຈຳວັນໄປຕາມປົກກະຕິ ຈົນມາຮອດໄລຍະນຶ່ງຈຶ່ງຮູ້ສຶກວ່າໂຕມີ ອາການບໍ່ສະບາຍ ແລະ
ມັນກໍຊ້າເກີນໄປ ແລ້ວ. ທ່ານໄຊອຸດົມ ປາຣະມີ ສະມາຊິກສັງຄົມລາວອາເມຣິກັນ ຢູ່ໃນຂົງ
ເຂດນັ້ນ ໄດ້ເຫລົ່າເຖິງເຫດການສູ່ວີໂອເອ ຟັງດັ່ງນີ້:

ເປັນໜ້າເສົ້າສະລົດໃຈ ແລະໜ້າເສຍດາຍນໍາຜູ້ເສຍຊີວິດທັງສອງຄົນນີ້ ທີ່ໄດ້ປະກອບວຽກ
ງານ ມາເປັນເວລາດົນນານ ຈົນໄດ້ຮັບເງິນເບ້ຍບຳນານ ແລະບໍ່ມີ ໂອກາດໄດ້ຊົມ ຊື່ນກັບ
ຜົນງານ ແລະເງິນຄໍາທີ່ໄດ້ສະສົມມາເພື່ອຄວາມສຸກ ໃນຊີວິດບັ້ນປາຍ. ປັດຈຸບັນນີ້ມີສ່ວນ
ໃຫຍ່ຂອງຊາວອາເມຣິກັນ ຍັງພາກັນ ເຮັດວຽກຢູ່ບ້ານເຮືອນຂອງໃຜລາວ ແລະມີພຽງແຕ່
ຜູ້ມີໜ້າທີ່ສຸກເສີນ ຫລືເຮັດ ວຽກໃນໂຮງຈັກ ໂຮງ ງານ, ຮ້ານຄ້າ ແລະໂຮງກາຊິໂນ ທີ່ຕ້ອງ
ໄດ້ອອກ ເຮືອນໄປເຮັດວຽກ ເປັນປະຈຳ ແຕ່ກໍຕ້ອງໄດ້ໃຊ້ຄວາມລະມັດລະວັງ ແລະປະຕິ
ບັດຕາມມາດຕະການປ້ອງກັນ ການຕິດພະຍາດໂຄວິດ-19.

XS
SM
MD
LG