ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ເກີດລະເບີດແຕກ ສອງຄັ້ງ ຢູ່ໃນກຸງ Damascus (ເບິ່ງວີດີໂອ)


ເຈົ້າໜ້າທີ່ຮັກສາຄວາມປອດໄພຊີເຣຍ ກໍາລັງທໍາການສືບສວນ ເບິ່ງຕຶກໜ່ວຍສຶບລັບກອງທັບອາກາດ ທີ່ໄດ້ຮັບ ຄວາມເສຍຫາຍຈາກການວາງບະເບິດ ນື່ງໃນສອງ ລູກທີ່ແຕກຂຶ້ນໃນກຸງ Damascus (17 ມີນາ 2012)

ລູກລະ​ເບີດໄດ້​ແຕກ​ຂື້ນ​ສ​ອງຄັ້ງ​ຢູ່ໃນກຸ​ງ Damascus ​ເມືອງຫລວງ ຂອງຊີ​ເຣຍ ຂະນະ
ທີ່​ການ​ລຸກ​ຮື​ຂື້ນ​ຕໍ່ຕ້ານປະທານາທິບໍດີ Bashar al-Assad ​ແລະການ​ປາບ​ປາມ ​ຢ່າງ
ໂຫດ​ຮ້າຍ​ທາລຸນຂອງ​ລັດຖະບານ ພວມ​ກ້າວເຂົ້າ​ເປັນປີ​ທີ​ສອງແລ້ວ.

ໂທລະພາບ​ຂອງລັດຖະບານຊີ​ເຣຍ​ ລາຍ​ງານກ່ຽວ​ກັບເຫດການ​ນີ້​ວ່າ “​ເປັນ​ການ​ໂຈມ​ຕີ​
ຂອງພວກ​ກໍ່​ການ​ຮ້າຍ” ​ໃນ​ຕອນ​ເຊົ້າວັນ​ເສົາມື້ນີ້ ທີ່​ເຮັດ​ໃຫ້​ເຈົ້າ​ໜ້າ​ທີ່​ຕໍາຫລວດ ​ແລະ​
ພົນລະ​ເຮືອນຈຳນວນ​ນຶ່ງ​ເສຍ​ຊີວິດ.ໂທລະພາບ​ຊີ​ເຣຍ​ແຈ້ງວ່າ ລາຍ​ງານ​ໃນ​ຂັ້ນ​ຕົ້ນ​ແມ່ນ​
ໃຫ້​ຮ່ອງຮອຍ​ວ່າເຫດ​ລະ​ເບີດ​ທັງ​ສອງ​ເປັນ​ລະ​ເບີດລົດ ທີ່ແນ່​ໃສ່ຕຶກ​ຮັກສາ​ຄວາມ​ປອດ
ໄພຂອງ​ຕໍາຫລວດ ​ແລະ​ຕຶກ​ຂອງ​ພວກ​ສືບ​ລັບ.

ອົງການ​ສະຫະ​ປະຊາ​ຊາດກ່າວ​ວ່າ ​ຫຼາຍ​ກວ່າ 8000 ຄົນ​ແລ້ວ​ໄດ້​ເສຍ​ຊີວິດ​ນັບ​ຕັ້ງ​ແຕ່​
ໄດ້​ເລີ້ມ​ມີ​ການ​ປະ​ທ້ວງ​ມາ​ໄດ້​ນຶ່ງ​ປີ​ໃນ​ວັນພ​ະຫັດຜ່ານ​ມາ​ນີ້. ​ໂຄ​ສົກ​ຂອງ​ເລຂາທິການ​
ໃຫຍ່ສະຫະ​ປະຊາ​ຊາດ ​ໄດ້ຖິ້ມ​ໂທດ​ການ ກໍ່​ຄວາມ​ຮຸນ​ແຮງ​ ໃສ່​ການ​ຕັດສິນ​ໃຈ​ຂອງ​ລັດ
ຖະບານ​ຊີ​ເຣຍ ​ໃນ​ການ“ເລືອກ​ເອົາການ​ກົດ​ຂີ່​ຢ່າງ​ຄວາມ​ຮຸນ​ແຮງແທນການ​ເຈລະຈາ​
ທາງດ້ານ​ການ​ເມືອງແບບ​ສັນຕິ.”

ໃນ​ວັນ​ສຸກ​ວານ​ນີ້ ອະດີດ​ຫົວໜ້າ​ສະຫະ​ປະຊາ​ຊາດທ່ານ Kofi Annan ​ໄດ້​ຮຽກຮ້ອງ​
ໃຫ້ສະມາຊິກ​ສະພາ​ຮັກສາ​ຄວາມໝັ້ນ​ຄົງທັບ​ມ້າງ​ສະພາບການ​ບໍ່​ໄປ​ບໍ່​ມາ ໃນການ​ກົດ
ດັນຊີ​ເຣຍກ່ຽວ​ກັບ​ການ​ປາບ​ປາມ​ຢ່າງ​ນອງເລືອດ​ນັ້ນ.

ໃນການ​ລາຍ​ງານ​ຈາກ​ນະຄອນ​ເຈ​ນີວານັ້ນ ທູດ​ພິ​ເສດ​ຂອງ​ອົງການສະ ຫະ​ປະຊາ​ຊາດ
ແລະສັນນິບາດອາຣັບ ​ກ່າວ​ວ່າ​ທ່ານ​ຈະ​ສົ່ງ​ເຈົ້າໜ້າ​ທີ່ຄະນະນຶ່ງ​ໄປຍັງ​ກຸງ Damascus ​
ໃນອາທິດ​ໜ້າ​ເພື່ອເຈລະຈາ​ຫາລືກ່ຽວ​ກັບ​ແຜນການ​ທີ່​ຈະສົ່ງ​ພວກ​ນັກ​ສັງ​ເກ​ດການ
ນາໆ​ຊາດ​ເຂົ້າ​ໄປ​ໃນ​ຊີ ​ເຣຍ. ທ່ານ Annan ຍັງ​ໄດ້​ກ່າວ​ຕໍ່​ບັນດານັກ​ຂ່າວ​ວ່າ​ ຄວາມ​
ວຸ້ນວາຍ​ທາງ​ດ້ານ​ການ​ເມືອງ​ຂອງຊີ​ເຣຍຕ້ອງ​ໄດ້ກໍາກັບ​ຢ່າງ​ລະ​ມັດ​ລະວັງເພື່ອ ​ຫລີກ​
ລ້ຽງບໍ່​ໃຫ້​ມີການ​ “ຄາດ​ຄະ​ເນ​ທີ່ພິດ​ພາດ​ໃດໆ” ທີ່​ຈະ​ນໍາ​ໄປ​ສູ່ການ “ການ​ເພີ່ມ​ທະວີ
ຄວາມ​ເຄັ່ງ​ຕຶງ​ທີ່​ສຳຄັນ” ຊຶ່ງ​ຈະ​ເປັນ​ຜົນ​ສະທ້ອນ​ມາສູ່​ຂົງ​ເຂດ​ທັງໝົດ.

ຖະ​ແຫລ​ງການສະບັບ​ນຶ່ງ​ທີ່​ນຳ​ອອກ​ເຜີຍ​ແຜ່​ກ່ອນໜ້າການ​ລາຍ​ງານ​ຂອງທ່ານ Annan
ນັ້ນ​ເວົ້າວ່າ ລັດຖະບານ​ຊີ​ເຣຍໄດ້​ປະກາດ​ໃຫ້​ຄຳ​ໝັ້ນສັນຍາ​ທີ່ຈະໃຫ້ການ​ຮ່ວມ​ມືໃນ​ການ
ຊອກ​ຫາ​ຊອງ​ທາງ​ເພື່ອ “​ແກ້ໄຂທາງ​ດ້ານ​ການ​ເມືອງ” ຕໍ່​ວິ​ກິດ​ການດັ່ງກ່າວ. ​ແຕ່ແນວ​ໃດ​
ກໍ​ຕາມກະ ຊວງ​ການ​ຕ່າງປະ​ເທດຊີ​ເຣຍ ອີກ​ຄັ້ງນຶ່ງຍັງ​ໄດ້​ຖິ້ມ​ໂທດ​ໃສ່ພວກ​ກໍ່​ການ​ຮ້າຍ
ແລະ​ການ​ແຊກ​ແຊ​ງຂອງ​ຕ່າງປະ​ເທດ ກ່ຽວ​ກັບ​ສ່ວນ​ໃຫຍ່​ຂອງ ຄວາມ​ຮຸນ​ແຮງ​ທີ່​ເກີດ​
ຂຶ້ນນັ້ນ.

XS
SM
MD
LG