ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

2 ຄົນເສຍຊິວິດ ໃນເຫດລະເບີດ ຢູ່ບ່ອນແລ່ນມາຣາທອນ ທີ່ Boston (ວີດິໂອ/ສະໄລດ໌)


ຢ່າງນ້ອຍສອງຄົນເສຍຊີວິດ ແລະຫລາຍກ່ວາ 100 ຄົນໄດ້ຮັບ
ບາດເຈັບ ໃນມື້ວັນຈັນ ເວລາເກີດເຫດລະເບີດສອງບັ້ນພ້ອມໆ
ກັນ ໃກ້ໆກັບຝຸງຊົນທີ່ຢືນເບິ່ງ ຢູ່ໃກ້ໆເສ້ນໄຊຂອງການແລ່ນ
ມາຣາທອນນາໆຊາດ ທີ່ມີຊື່ສຽງກ້ອງໂລກ ຂອງນະຄອນບອສ
ຕັນ ລັດແມສສາຈູແຊັສ.

ຈຸດເສ້ນໄຊຂອງການແລ່ນມາຣາທອຍທີ່ບອສຕັນ ບ່ອນເກີດເຫດລະເບີດສອງບັ້ນຊ້ອນ, ວັນທີ 15 ເມສາ
ຈຸດເສ້ນໄຊຂອງການແລ່ນມາຣາທອຍທີ່ບອສຕັນ ບ່ອນເກີດເຫດລະເບີດສອງບັ້ນຊ້ອນ, ວັນທີ 15 ເມສາ

ແຫລ່ງຂ່າວທີ່ໄດ້ຮັບແຈ້ງກ່ຽວກັບການສືບສວນ ກ່າວວ່າ ເຈົ້າໜ້າທີ່ໄດ້ພົບເຫັນລະເບີດ ອີກສອງລູກທີ່ຍັງບໍ່ແຕກ ໂຮມທັງລູກນຶ່ງ ຢູ່ຄຸ້ມນິວຕັນ ໃນເຂດຊານເມືອງບອສຕັນ.

ບໍ່ມີຂ່າວໃດໆກ່ຽວກັບສາເຫດຂອງການລະເບີດ ຫລື
ຜູ້ໃດເປັນຜູ້ທໍາການໂຈມຕີ ແລະພວກເຈົ້າໜ້າທີ່
ກ່າວວ່າ ຍັງບໍ່ທັນມີຜູ້ໃດອອກມາອ້າງເອົາຄວາມຮັບ
ຜິດຊອບໃນທັນທີ ນີ້ເທື່ອ.

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ໄດ້
ອອກມາກ່າວທາງໂທລະພາບວ່າສະຫະລັດບໍ່ຮູ້ວ່າ “ຜູ້ໃດເປັນຜູ້ກໍ່ເຫດນີ້ ຫລືວ່າເປັນ
ຫຍັງຈຶ່ງເຮັດ” ແຕ່ທ່ານປະຕິຍານວ່າ ຜູ້ໃດກໍຕາມທີ່ຮັບຜິດຊອບ ກໍແມ່ນ “ຈະໄດ້ຮັບ
ຄວາມຍຸດຕິທໍາຢ່າງເຕັມອັດຕາ.”

ເຖິງແມ່ນທ່ານໂອບາມາບໍ່ໄດ້ເອີ້ນເຫດລະເບີດດັ່ງກ່າວວ່າ ເປັນການໂຈມຕີ ກໍຕາມ ແຕ່
ເຈົ້າໜ້າທີ່ທໍານຽບຂາວທ່ານນຶ່ງກ່າວວ່າ ເຫດການໃດໆກໍຕາມທີ່ມີການລະເບີດຫລາຍໆ ຄັ້ງ ດັ່ງໃນເຫດການຄັ້ງນີ້ ແມ່ນແລເຫັນໄດ້ວ່າ “ເປັນການກໍ່ການຮ້າຍຢ່າງແຈ້ງຂາວ ແລະກໍຈະໄດ້ຮັບການຮັບມືຕອບ ໃນຖານະເປັນການກໍ່ການຮ້າຍ.”

ຂ່າວໂທລະພາບສະແດງໃຫ້ເຫັນ ພາບສະຖານນະການທີ່ວຸ້ນວາຍສັບສົນ, ຖະໜົນຫົນ ທາງເຕັມໄປດ້ວຍສິ່ງຫັກພັງແລະເລືອດ, ພວກພະນັກງານແພດພາກັນຫາມເປຄົນເຈັບ ແລະພາບຄວາມເສຍຫາຍແກ່ຕຶກອາຄານຫລາຍໆຫລັງ.

ພວກຜູ້ຊົມການແລ່ນທີ່ໄດ້ຮັບບາດເຈັບເລືອກໄຫລ ໂຮມທັງຫລາຍຄົນທີ່ອະໄວຍະວະ ຂາດ ຖືກຫາມໄປຍັງເຕ້ນພະຍາບານ ທີ່ໄດ້ຖືກຕັ້ງຂຶ້ນໄວ້ ເພື່ອດູແລພວກແລ່ນມາຣາ ທອນ ທີ່ອິດເມື່ອຍຈາກການແຂ່ງຂັນນັ້ນ.

ເຫດລະເບີດເກີດຂຶ້ນ ປະມານສອງຊົ່ວໂມງ ຫລັງຈາກພວກແລ່ນມາຮອດເສ້ນໄຊຈຸທໍາ ອິດ ໃນຈໍານວນຫລາຍກ່ວາ 23 ພັນຄົນທີ່ເຂົ້າປະກອບສ່ວນນັ້ນ ແລ່ນມາເຖິງ. ປະມານ
17,600 ຄົນໄດ້ແລ່ນມາເຖິງເສ້ນໄຊ ກ່ອນເກີດເຫດລະເບີດ. ການແຂ່ງຂັນໄດ້ຖືກຍົກ ເລີກທັນທີ ຫລັງຈາກລະເບີດແຕກຂຶ້ນ. ການບໍລິການທາງລົດໄຟໃຕ້ດິນໄປຍັງບໍລິເວນນັ້ນ ກໍໄດ້ຖືກປິດເຊ່ນກັນ.

ໄດ້ມີການເອົາມາດຕາການຮັກສາຄວາມປອດໄພເພີ້ມຂຶ້ນຢູ່ໃນທົ່ວສະຫະລັດ. ຫົວເມືອງໃຫຍ່ໆໃນທົ່ວໂລກ ກໍໄດ້ເອົາມາດຕາການຮັກສາຄວາມປອດໄພເພີ້ມຂຶ້ນ ເຊ່ນກັນ ຫລັງຈາກໄດ້ຍິນຂ່າວ ເຫດລະເບີດທີ່ບອສຕັນ.

ທີ່ອັງກິດ ຕໍາຫລວດກ່າວວ່າ ເຂົາເຈົ້າກໍາລັງທົບທວນຄືນເບິ່ງແຜນການຮັກສາຄວາມ ປອດໄພ ສໍາລັບການແຂ່ງແລ່ນມາຣາທອນ ທີ່ນະຄອນຫລວງລອນດອນ ຊຶ່ງເປັນການ ແຂ່ງມາຣາທອນລະດັບນາໆຊາດຄັ້ງໃຫຍ່ຄັ້ງຕໍ່ໄປ ຊຶ່ງຈະມີຂຶ້ນໃນວັນອາທິດ ຈະມາ ຮອດນີ້. ລອນດອນ ຖືວ່າເປັນເປົ້າໝາຍອັນດັບສູງແຫ່ງນຶ່ງ ສໍາລັບການໂຈມຕີຂອງພວກ
ກໍ່ການຮ້າຍ.



ຫລັງຈາກເກີດເຫດລະເບີດ ພະແນກຮັກສາຄວາມປອດໄພແກ່ປະທານາທິບໍດີໄດ້ອັດ
ຖະໜົນ Pennsylvania ຕໍ່ໜ້າທໍານຽບຂາວ ໂດຍເອົາເທບສີເຫລືອມາຕິດກັ້ນໄວ້ ບໍ່ໃຫ້ຄົນເຂົ້າໄປ ແຕ່ວ່າໂຕທໍານຽບຂາວເອງ ບໍ່ໄດ້ອັດ.

ເບິ່ງວີດິໂອ ກ່ຽວກັບເຫດລະເບີດທີ່ບອສຕັນ:

XS
SM
MD
LG