ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສອງຄົນເສຍຊີວິດ ໃນການຍິງກັນ ກັບຕຳຫຼວດເມັກຊີໂກ ທີ່ຂັດແຍ້ງກັນເລື້ອງນໍ້າ


ປະທານາທິບໍດີເມັກຊິໂກ ທ່ານ ອັນເດຣສ ມານູແອລ ໂລເປສ ໂອບຣາດໍ.
ປະທານາທິບໍດີເມັກຊິໂກ ທ່ານ ອັນເດຣສ ມານູແອລ ໂລເປສ ໂອບຣາດໍ.

ໜ່ວຍຮັກສາດິນແດນເມັກຊິໂກ ກ່າວໃນວັນພຸດວານນີ້ວ່າ ສອງຄົນໄດ້ເສຍຊີວິດ ຈາກການຍິງກັນກັບສາລະວັດທະຫານ ໃກ້ກັບບ່ອນປະທ້ວງຢູ່ເຂື່ອນທີ່ແບ່ງສາຍນໍ້າ ຈາກເຂດທີ່ແຫ້ງແລ້ງມາຫາ ສະຫະລັດ.

ພວກເຈົ້າໜ້າທີ່ເມັກຊິໂກ ກ່າວວ່າ ຊາວສວນພາກັນເສຍໃຈຍ້ອນນໍ້າທີ່ມາຈາກ ເຂື່ອນ ລາ ໂບກິລລາ (La Boquilla) ທີ່ສົ່ງຂ້າມຊາຍແດນຜ່ານລັດ ຈີຮົວຮົວ (Chihuahua) ແລະໄດ້ເລີ້ມແກວ່ງກ້ອນຫີນ ແລະລະເບີດນໍ້າມັນ ໃສ່ພວກເຈົ້າ ໜ້າທີ່ໃນຕອນແລງວັນອັງຄານທີ່ຜ່ານມາ.

ກຳລັງຮັກສາດິນແດນ ກ່າວວ່າ ພວກເຈົ້າໜ້າທີ່ໄດ້ຖືກຍິງໃສ່ ເວລາຜູ້ຕ້ອງສົງໄສ ຖືກກ່າວຫາວ່າມີແກັສນໍ້າຕາ ແລະລູກປືນທີ່ຖືກຈັບ ແລະນຳໄປກັກຂັງສຳລັບການຄອບຄອງອາວຸດດັ່ງກ່າວນັ້ນ.

ຖະແຫຼງການກ່າວວ່າ ກໍາລັງຮັກສາດິນແດນ “ໄດ້ຕອບໂຕ້ຕໍ່ການກໍ່ກວນ” ແລະຄົນນຶ່ງໄດ້ເສຍຊີວິດຄາທີ່ ແລະຄົນທີສອງໄດ້ເສຍຊີວິດຢູ່ໂຮງໝໍ.

ໃນລະຫວ່າງກອງປະຊຸມນັກຂ່າວໃນວັນພຸດວານນີ້ ປະທານາທິບໍດີເມັກຊິໂກ ທ່ານ ອັນເດຣສ ມານູແອລ ໂລເປສ ໂອບຣາດໍ ໄດ້ເອີ້ນເຫດການນັ້ນວ່າ “ເສົ້າສະລົດໃຈ” ໂດຍກ່າວວ່າ ທ່ານຈະບອກໃຫ້ຫ້ອງການຍຸຕິທຳສືບສວນກໍລະນີດັ່ງກ່າວ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG