ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການກໍ່ຄວາມຮຸນແຮງ ກ່ອນການເລືອກຕັ້ງໃນ ບູຣຸນດີ ສົ່ງຜົນໃຫ້ 2 ຄົນເສຍຊີວິດ


ຝຸງປະຊາຊົນຈຳນວນຫຼວງຫຼາຍ ໄປເຕົ້າໂຮມກັນ ເພື່ອຟັງ ປະທານາທິບໍດີ Pierre Nkurunziza ໃນລະຫວ່າງ ການໂຄສະນາຫາສຽງຂອງທ່ານ ໃນເມືອງ Giteranyi, ແຂວງ Muyinga ປະເທດ ບູຣຸນດີ,26 ມິຖຸນາ 2015.
ຝຸງປະຊາຊົນຈຳນວນຫຼວງຫຼາຍ ໄປເຕົ້າໂຮມກັນ ເພື່ອຟັງ ປະທານາທິບໍດີ Pierre Nkurunziza ໃນລະຫວ່າງ ການໂຄສະນາຫາສຽງຂອງທ່ານ ໃນເມືອງ Giteranyi, ແຂວງ Muyinga ປະເທດ ບູຣຸນດີ,26 ມິຖຸນາ 2015.

ທີ່​ປະ​ເທດ ບູຣຸນດີ ບັນ​ດາ​ຜູ້​ເຫັນ​ເຫດການ​ ລາຍ​ງານໃນ​ວັນອາທິດ​ມື້​ນີ້ວ່າ ມີ​ຢ່າງ​ໜ້ອຍ 2 ຄົນເສຍ​ໄດ້ຊີວິດ​ ໃນ​ການ​ກໍ່​ຄວາມ​ຮຸນແຮງ​ຂ້າມ ຄືນ​ໃນ​ນະ​ຄອນ​ຫຼວງ ບູຈຸມບູຣາ ​ເຊິ່ງຄວາມ​ເຄັ່ງ​ຕຶງ​ໄດ້​ເພີ່ມ​ຂຶ້ນ​ ​ໃນ​ໄລຍະ​ກ່ອນ​ການເລື​ອກຕັ້ງ ທີ່​ເປັນ​ເລື່ອງ​ຖົກ​ຖຽງ​ກັນ​ນັ້ນ.

ພັກ​ຝ່າຍ​ຄ້ານ​ຂອງ ບູຣຸນດີ ກ່າວ​ວ່າ ພວກ​ເຂົາ​ຈະ​ບໍ່​ເຂົ້າ​ຮ່ວມ​ໃນ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ ເພື່ອ​ປະ​ທ້ວງ​ຕໍ່ຄວາມພະຍາຍາມຂອງປະທານາ ທິບໍດີທີ່​ຈະລົງ​ແຂ່ງ​ເອົາຕຳ​ແໜ່​ງ ປັນສະ​ໄໝ​ທີ​ສາມນັ້ນ.

ກຸ່ມ​ຝ່າຍ​ຄ້ານ​ກ່າວ​ວ່າ ພວກ​ເຂົາ​ຈະ​ຂວັ້ມບາດ ທັງ​ການ​ເລືອກຕັ້ງ ສະພາ​ແຫ່ງ​ຊາດ ໃນ​ວັນ​ຈັນ​ມື້​ອື່ນ ​ແລະ ການ​ເ​ລື​ອກຕັ້ງ​ປະ​ທາ​ນາ​ທິບໍດີ ​ໃນ​ວັນທີ 15 ກໍ​ລະ​ກົດນັ້ນ ​ໂດຍອ້າງ​ວ່າມັນ​ເປັນ​ໄປ​ບໍ່​ໄດ້​ທີ່​ຈ​ະຈັດການ​ເລືອກ​ຕັ້ງ​ທີ່ເປັນ​ທຳ.

ນັກສຶກສາຜູ້ປະທ້ວງ ຊອກຫາທີ່ຫຼົບໄພ ດ້ວຍການຄານລອດປະຕູເຂົ້າໄປໃນສະຖານທູດ ສະຫະລັດ ໃນນະຄອນຫຼວງ ບູຈຸມບູຣາ, ປະເທດ ບູຣຸນດີ. 25 ມິຖຸນາ 2015
ນັກສຶກສາຜູ້ປະທ້ວງ ຊອກຫາທີ່ຫຼົບໄພ ດ້ວຍການຄານລອດປະຕູເຂົ້າໄປໃນສະຖານທູດ ສະຫະລັດ ໃນນະຄອນຫຼວງ ບູຈຸມບູຣາ, ປະເທດ ບູຣຸນດີ. 25 ມິຖຸນາ 2015

ບັນດາພວກ​ທີ່ວິຈານ​ ປະທານາທິບໍດີ Pierre Nkurunziza ກ່າວ​ວ່າ ທ່ານ​ໄດ້​ລະ​ເມີດ​ ຂໍ້​ຈຳກັດ​ໃຫ້ດຳລົງ​ຕຳ​ແໜ່​ງ​ແຕ່​ພຽງສອງ​ສະໄໝ ໃນ ລັດຖະທຳ​ມະນູນ ​ແລະ ຂໍ້​ຕົກລົງ​ທີ່​ໄດ້​ເຮັດ​ໃຫ້​ສົງ​ຄາມ​ກາງ​ເມືອງ​ຂອງ ບູຣຸນດີ ​ຍຸດຕິ​ລົງ. ສານ​ລັດຖະທຳ​ມະນູນ​ຂອງ ບູຣຸນດີ​ ​ໄດ້​ກ່າວ​ວ່າ ທ່ານ​ປະທານາທິບໍດີ ​ແມ່ນ​ສາມາດ​ທີ່​ຈະ​ລົງ​ສະໝັກ​ເລືອກ​ຕັ້ງໄດ້​ອີກ​ ​ເພາະ​ວ່າ ທ່ານ​ໄດ້​ຖືກ​ເລືອກ​ໂດຍ ສະພາ​ແຫ່ງ​ຊາດ, ບໍ່​ແມ່ນ​ບັນດາ​ຜູ້​ເລືອກ​ຕັ້ງ, ສຳລັບ​ການ​ດຳລົງ​ຕຳ​ແໜ່​ງຫ້າ​ປີ​ຄັ້ງ​ທຳ​ອິ​ດຂອງ​ທ່ານ ​ໃນ​ປີ 2005 ນັ້ນ.

ການພະຍາຍາມ ​ທີ່​ຈະ​ລົງແຂ່ງຂັນ​ເລືອກ​ຕັ້ງອີກຂອງ​ທ່ານ Nkurunziza ​ໄດ້​ກະ​ຕຸ້ນໃຫ້​ມີການ ພະຍາຍາມ​ກໍ່​ລັດຖະປະຫານ​ທີ່​ລົ້ມ​ເຫຼວ ​ໃນ​ເດືອນແລ້ວ​ນີ້. ຄວາມ​ບໍ່​ສະຫງົບ​ຍັງ​ໄດ້​ບັງ​ຄັບ​ໃຫ້​ຊາວ ບູຣຸນດີ ຫຼາຍ​ກວ່າ 100,000 ຄົນ ຕ້ອງ​ຫຼົບໜີ​ໄພ ​ເຂົ້າໄປໃນ​ບັນດາ​ປະ​ເທດ​ເພື່ອນ​ບ້ານ.

XS
SM
MD
LG