ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະມາຊິກ ສະພາສູງ ພັກເດໂມແຄຣັດ 3 ທ່ານ ຟ້ອງລັດຖະບານ ເລື້ອງ ການແຕ່ງຕັ້ງ ທ. ວິຕທະເກີ


Trump Lashes Out at Critics of Acting Attorney General
please wait

No media source currently available

0:00 0:02:09 0:00

ທ່ານ ທຣຳ ຕອບໂຕ້ຄືນ ຕໍ່ພວກວິພາກວິຈານ ໃນການແຕ່ງຕັ້ງ ທ່ານ ແມັດຕີວ ວິຕທະເກີ ໃຫ້ເປັນ ລັດຖະມົນຕີ ຮັກ ສາການ ກະຊວງຍຸຕິທຳ.

ສະມາຊິກສະພາສູງສະຫະລັດ ສັງກັດພັກເດໂມແຄຣັດ 3 ທ່ານ ໄດ້ຟ້ອງຮ້ອງເພື່ອກີດ
ກັນ ການແຕ່ງຕັ້ງ ທ່ານ ແມັດຕີວ ວິຕທະເກີ ໃຫ້ເປັນ ລັດຖະມົນຕີຮັກ ສາການກະຊວງ
ຍຸຕິທຳ ໂດຍອ້າງວ່າ ທ່ານ ໄດ້ຖືກແຕ່ງຕັ້ງ ເພື່ອບ່ອນທຳລາຍ ການສືບສວນສອບສວນ
ທາງອາຍາ ທີ່ກຳລັງດຳເນີນຢູ່ ກ່ຽວກັບ ຂໍ້ກ່າວຫາວ່າ ຄະນະໂຄສະນາຫາສຽງຂອງ
ທ່ານທຣຳ ມີສ່ວນພົວພັນກັບ ຣັດເຊຍ ໃນປີ 2016.

ສະມາຊິກສະພາສູງ ທ່ານ ຣີເຈີຣດ໌ ບລູເມັນຕອລ ຈາກລັດຄອນເນັກຕິຄັດ ທ່ານ
ແຊລດັນ ໄວເຮົ້າສ໌ ຈາກລັດໂຣດ ໄອແລນ ແລະ ທ່ານນາງ ເມຊີ ຮີໂຣໂນ ຈາກລັດ
ຮາວາຍ ໄດ້ຍື່ນຟ້ອງຕໍ່ສານລັດຖະບານກາງ ໃນວັນຈັນວານນີ້ ທີ່ນະຄອນຫຼວງ
ວໍຊິງຕັນ.

ສະມາຊິກ ຄະນະກຳມະການ ດ້ານຕູລາການ ຂອງສະພາສູງ ທ່ານ ຣີເຈີຣດ໌ ບລູເມັນຕອລ ຈາກລັດຄອນເນັກຕິຄັດ, ໂອ້ລົມກັບສື່ມວນຊົນ ຫຼັງຈາກ ຄະນະກຳມະການ ຮັບຟັງການໃຫ້ການ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 28 ກັນຍາ 2018.
ສະມາຊິກ ຄະນະກຳມະການ ດ້ານຕູລາການ ຂອງສະພາສູງ ທ່ານ ຣີເຈີຣດ໌ ບລູເມັນຕອລ ຈາກລັດຄອນເນັກຕິຄັດ, ໂອ້ລົມກັບສື່ມວນຊົນ ຫຼັງຈາກ ຄະນະກຳມະການ ຮັບຟັງການໃຫ້ການ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 28 ກັນຍາ 2018.

ການ​ຟ້ອງດັ່ງກ່າວ ​ແມ່ນເປັນການທ້າທ້າຍທາງດ້ານກົດໝາຍຄັ້ງທີສີ່ ຕໍ່ການແຕ່ງຕັ້ງ
ທ່ານ ວິຕທະເກີ ຂອງປະທານາທິບໍດີ ທຣຳ ພາຍຫຼັງຈາກທີ່ໄດ້ປົດ ທ່ານ ແຈັຟ ແຊັດສັນ
ລັດຖະມົນວ່າການກະຊວງຍຸຕິທຳ ເມື່ອຕົ້ນເດືອນນີ້ ຜູ້ທີ່ທ່ານທຣຳ ໄດ້ດູຖືກດູໝິ່ນ ທີ່
ທ່ານແຊັດສັນ ໄດ້ຖອນໂຕເອງ ອອກຈາກການເປັນຜູ້ກຳກັບນຳ ການສືບສວນສອບ
ສວນ ຂອງໄອຍະການພິເສດ ທ່ານ ໂຣເບີດ ມັລເລີ ນັ້ນ.

ກ່ອນໜ້າ ຈະເຂົ້າຮ່ວມໃນກະຊວງຍຸຕິທຳ ເປັນຫົວ​ໜ້າ​ທີ່​ປຶກ​ສາຂອງທ່ານ ເຊັດສັນ ນັ້ນ
ເມື່ອນຶ່ງປີກວ່າຜ່ານມາ ທ່ານ ວິຕທະເກີ ໄດ້ໂຈມຕີການສືບສວນສອບສວນຂອງ ທ່ານ
ມັລເລີ ໃນການໃຫ້ຄຳເຫັນ ຢູ່ທີ່ຕາ​ໜ່າງໂທລະພາບຊີແອັນແອັນ ໂດຍກ່າວວ່າ ການປ່ຽນ
ລັດຖະມົນຕີ ກະຊວງຍຸຕິທຳ ຄືດັ່ງກັບທ່ານ ໃນປັດຈຸບັນນີ້ ອາດຕັດທຶນສະໜັບສະໜຸນ
ໃຫ້ແກ່ການສອບສວນ ເພື່ອທີ່ຈະເຮັດໃຫ້ມັນ “ຊ້າລົງຈົນເກືອບຢຸດສະງັກ.”

ທ່ານ ວິຕທະເກີ ບໍ່ໄດ້ເອົາມາດຕະການທີ່ເປີດເຜີຍໃດໆຕໍ່ການສືບສວນສອບສວນ
ນັບຕັ້ງແຕ່ ທ່ານ ທຣຳ ໄດ້ແຕ່ງຕັ້ງທ່ານ ໃຫ້​ເປັນເຈົ້າໜ້າທີ່ພິທັກກົດໝາຍສູງສຸດ ຂອງ
ປະເທດ ດົນເຖິງ 210 ວັນນັ້ນ ແຕ່ທ່ານຍັງບໍ່ໄດ້ອອກຖະແຫລງການເລີຍ ກ່ຽວກັບວ່າ
ທ່ານ ມີທັດສະນະແນວໃດກັບການສືບສວນນັ້ນ. ສ່ວນບັນດາສະມາຊິິກສະພາ ສັງກັດ
ພັກເດໂມແຄຣັດ ພ້ອມດ້ວຍບັນດາສະມາຊິກສະພາ ສັງກັດພັກຣີພັບບລີກັນ ບາງສ່ວນ
ໄດ້ຮຽກຮ້ອງຕໍ່ ທ່ານ ວິຕທະເກີ ໃຫ້ຍອມຮັບວ່າ ທ່ານ ຈະບໍ່ວາງຂໍ້ຈຳກັດ ຕໍ່ການສືບສວນ
ສອບສວນ ຂອງທ່ານ ມັລເລີ ໃນຂະນະທີ່ ມັນຍັງດຳເນີນຢູ່ຕໍ່ໄປ ແລະໄດ້ໂຕ້ແຍ້ງ ຕໍ່ການ
ແຕ່ງຕັ້ງຂອງທ່ານ ໃຫ້ເປັນຫົວໜ້າ ຂອງອົງການທີ່ເປັນລະດັບຂັ້ນລັດຖະບານ ນັ້ນ ແມ່ນ
ເປັນເລື້ອງທີ່ຕ້ອງໄດ້ຜ່ານ ການຮັບຮອງໂດຍສະພາສູງ.

​ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG