ນາງມາສເຈດາ ເມເຮຍແດລ (Masjeda Mehirdel) ມີອາຍຸໄດ້ພຽງ 11 ປີເມື່ອຄົນເກືອບຮອດ 3,000 ຄົນ ຖືກຂ້າຕາຍ ຢູ່ໃນການໂຈມຕີກໍ່ການຮ້າຍໃນສະຫະລັດເມື່ອວັນທີ 11 ກັນຍາ 2001. ນາງເກີດແລະເຕີບໃຫຍ່ຢູ່ໃນຄອບຄົວຊາວອາເມຣິກັນເຊື້ອສາຍອັຟການິສຖານຢູ່ໃນເມືອງຄວີນສ໌, ລັດນີວຢອກ.
ນາງຈື່ໄດ້ວ່າພໍ່ແມ່ຂອງນາງຮູ້ສຶກໂລ່ງໃຈຂຶ້ນເມື່ອລັດຖະບານຂອງອະດີດປະທາ ນາທິບໍດີສະຫະລັດ, ທ່ານຈອຣຈ໌ ດັບເບິນຢູ ບູສ (George W. Bush) ໄດ້ບຸກເຂົ້າໄປໃນອັຟການິສຖານໃນປີ 2001, ໃນຄວາມພະຍາຍາມທີ່ຈະທັບມ້າງຄ້າຍຝຶກຂອງເຄືອຂ່າຍ ອາລ ຄາຍດາ (al-Qaida). ກຸ່ມຕາລີບານໄດ້ໃຫ້ທີ່ພັກພິງ ຢູ່ໃນອັຟການິສຖານ ໃຫ້ແກ່ໂອຊາມາ ບິນລາເດິນ, ຜູ້ເປັນຫົວໜ້າອອກຫົວ ຄິດໃນການໂຈມຕີແບບກໍ່ການຮ້າຍໃນວັນທີ 11 ກັນຍານັ້ນ.
ພໍ່ແມ່ຂອງນາງຫວັງວ່າການບຸກລຸກຈະເປັນການເລີ່ມຕົ້ນຂອງສັງກາດໃໝ່ສໍາລັບປະຊາທິປະໄຕຢູ່ໃນບ້ານເກີດເມືອງນອນຂອງເຂົາເຈົ້າ, ເຊິ່ງໃນທາງປະຫວັດ ສາດແມ່ນຖືກທໍາລາຍໂດຍຄວາມຂັດແຍ້ງກັນ. ນາງກ່າວວ່າ ພວກເພິ່ນຍັງໄດ້ເຂົ້າຮ່ວມງານກອງໄຟຢູ່ໃນເມືອງຄວີນສ໌ (Queens) ບ່ອນທີ່ເຂົາເຈົ້າເຕົ້າໂຮມກັນຢູ່ອ້ອມກອງໄຟ ແລະສະເຫຼີມສະຫຼອງຕໍ່ສິ່ງທີ່ເຂົາເຈົ້າຖືວ່າເປັນການສິ້ນສຸດລົງຂອງພວກຕາລີບານ ແລະການປົກຄອງທີ່ຮຸນແຮງຂອງພວກເຂົາ.
ນາງເວົ້າວ່າ, "ຄົນຢູ່ໃນຄຸ້ມບ້ານທັງໝົດມາໂຮມກັນ," ໂດຍຈື່ບັນຍາກາດງານບຸນໃນຕອນນັ້ນ. “ຮ້ານຕ່າງໆເປີດບໍລິການຈົນຮອດເດິກດື່ນ ໂດຍເອົາອາຫານ ບໍລິການໃຫ້ຟຣີ. ພວກເຂົາເຈົ້າທັງໝົດໄດ້ພາກັນເຕັ້ນລຳແບບພື້ນເມືອງ.”
ນາງກ່າວວ່າອີກ 20 ປີຕໍ່ມາ, ຄວາມຮູ້ສຶກມີຄວາມຫວັງໃນແງ່ດີໄດ້ຖືກປ່ຽນແທນດ້ວຍຄວາມຮູ້ສຶກທີ່ຖືກປ່ອຍປະ.
“ຂ້ອຍຮູ້ສຶກຜິດຫວັງ. ຂ້ອຍຮູ້ສຶກບໍ່ພໍໃຈ. ຂ້ອຍຮູ້ສຶກຖືກທໍລະຍົດ,” ນັ້ນຄືຄໍາເວົ້າຂອງນາງເມເຮຍແດລ (Mehirdel) ທີ່ບອກກັບ VOA.
ໃນເດືອນກຸມພາປີ 2020, ສະຫະລັດແລະກຸ່ມຕາລີບານໄດ້ບັນລຸຂໍ້ຕົກລົງສັນຕິ ພາບນໍາກັນ ຊຶ່ງເປີດເສັ້ນທາງໃຫ້ທະຫານສະຫະລັດອອກຈາກອັຟການິສຖານ.
ນາງເມເຮຍແດລ (Mehirdel) ທີ່ມີພີ່ນ້ອງຢູ່ໃນອັຟການິສຖານ ກ່າວວ່າ ນາງເຊື່ອວ່າການຍຶດເອົາອັຟການິສຖານຂອງກຸ່ມຕາລີບານໃນເດືອນແລ້ວນີ້ເປັນໄປໄດ້ຍ້ອນວ່າສະຫະລັດໄດ້ຖອນທະຫານອອກຈາກປະເທດດັ່ງກ່າວໄວກວ່າເວລາອັນຄວນ.