ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

5 ຄົນ ເສຍຊີວິດ ຍ້ອນ ເຮືອຫລົ້ມ ຢູ່ນອກຝັ່ງ ມາເລເຊຍ (ສະໄລດ໌/ວີດີໂອ)


ເຈົ້າໜ້າທີ່ ມາເລເຊຍ ກຳລັງຊອກຫາ ແລະຊ່ວຍກູ້ໄພ ຢູ່ໃນທະເລ ທາງກ້ຳຕາເວັນຕົກ ຂອງປະເທດ.
ເຈົ້າໜ້າທີ່ ມາເລເຊຍ ກຳລັງຊອກຫາ ແລະຊ່ວຍກູ້ໄພ ຢູ່ໃນທະເລ ທາງກ້ຳຕາເວັນຕົກ ຂອງປະເທດ.
ບັນ​ດາ​ເຈົ້າ​ໜ້າ​ທີ່ມາ​ເລ​ເຊຍ ກ່າວ​ວ່າ​ ຢ່າງ​ໜ້ອຍ 5 ຄົນເສຍ
ຊີວິດແລະ 35 ຄົນ​ຫາຍ​ສາບ​ສູນ ຫລັງ​ຈາກ​ເຮືອ​ໄມ້ ທີ່​ບັນທຸກ
ຜູ້ຄົນເກີນກຳນົດ​ໄດ້​ຫລົ້ມ​ຢູ່​ນອກຝັ່ງ​ທະ​ເລ ທາງ​ພາກຕາ​ເວັນ​
ຕົກ​ຂອງມາ​ເລ​ເຊຍ.

ພະແນກຄຸ້ມຄອງການເດີນເຮືອທາງທະເລຂອງມາ​ເລ​ເຊຍ
ກ່າວ​ວ່າ ປະມານ 60 ຄົນ​ໄດ້​ຮັບການຊ່ວຍກູ້​ໄພ ຫລື​ພາກັນ​
ລອຍ​ເຂົ້າ​ຕາ​ຝັ່ງ ຫລັງ​ຈາກ​ເຮືອ​ໄດ້​ຫລົ້ມໃນຕອນເຊົ້າ​ວັນ​ພຸດ
​ມື້​ນີ້ ຢູ່ໃນບໍລິເວນ​ຊ່ອງ​ແຄບ Malacca.


​ເຮືອ​ 9 ​ລຳ ​ແລະ​ເຮືອບິນ​ເຮ​ລິ​ຄອບ​ເຕີລຳນຶ່ງ ​ໄດ້​ເຂົ້າ​ຮ່ວມການປະຕິບັດ​ງານ​ກູ້​ໄພ.
ຍັງ​ບໍ່ທັນ​ເປັນ​ທີ່​ຊາບ​ເທື່ອ​ວ່າ ​ເປັນ​ຫຍັງ​ເຮືອ​ຈຶ່ງ​ຫລົ້ມ ​ແຕ່​ບັນດາ​ເຈົ້າ​ໜ້າ​ທີ່​ ກ່າວ​ວ່າ ​ເຮືອລຳນີ້ປາກົດ​ວ່າ ບໍ່​ເປັນ​ທີ່​ປອດ​ໄພ​ສຳລັບການເດີນທາງໃນ​ທະເລ.

ບັນດາ​ເຈົ້າ​ໜ້າ​ທີ່​ການເດີນເຮືອທາງທະເລຂອງ ມາ​ເລ​ເຊຍ ກ່າວ​ວ່າ ພວກ​ຜູ້ໂດຍສານ​ແມ່ນຊາວ​ອິນ​ໂດ​ເນ​ເຊຍ ທີ່​ພາກັນເດີນທາງ​ກັບ​ບ້ານ ​ເພື່ອ​ສະຫລອງ​ເດືອນ​ສັກສິດ
Ramandan. ບັນດາ​ເຈົ້າ​ໜ້າ​ທີ່ກ່າວ​ວ່າ ​ເຂົາ​ເຈົ້າ​ບໍ່​ມີ​ເອກ​ກະສາ​ນ​ເດີນ ທາງແຕ່ຢ່າງ
ໃດເລີຍ.

ມາ​ເລ​ເຊຍ ​ຊຶ່ງເປັນ​ປະເທດທີ່ຂ້ອນຂ້າງ​ຮັ່ງມີ ໄດ້ດຶງ​ດູດເອົາ​ບັນດາ​ແຮງ​ງານ​ຈາກ​ປະ​ເທດ
​ອ້ອມ​ແອ້ມ ທີ່​ທຸກ​ຍາກ​ກວ່າ ຮວມ​ທັງ ອິນ​ໂດ​ເນ​ເຊຍ ມຽນມາ ​ແລະ​ບັງ​ກລາ​ແດັສ. ບັນດາ​
ພວກ​ແຮງ​ງານ​ສ່ວນ​ຫລາຍບໍ່​ມີ​ເອກ​ກະສາ​ນ ​ແລະ​ເດີນທາງ​ໄປ​ມາ​ເລ​ເຊຍ ດ້ວຍ​ເຮືອ​ທີ່​
ເກົ່າແກ່ ​ບໍ່​ແຂງ​ແຮງ ບາງ​ຄັ້ງ​ເຮືອເຫຼົ່ານີ້ກໍ​ໄດ້ຫລົ້ມ.
MALAYSIA BOAT VO
please wait
Embed

No media source currently available

0:00 0:00:49 0:00
XS
SM
MD
LG