ບັນດາເຈົ້າໜ້າທີ່ ໃນປະເທດຕາຈິກກິສຖານ ກ່າວວ່າ ຕຳຫຼວດ
9 ຄົນ ແລະ ຜູ້ຕ້ອງສົງໄສຫົວຮຸນແຮງ 13 ຄົນ ໄດ້ຖືກສັງຫານ
ໃນການຕໍ່ສູ້ກັນ ພ້ອມກັບການຖິ້ມໂທດໃສ່ ລັດຖະມົນຕີປ້ອງກັນ
ປະເທດ ວ່າທໍລະຍົດ ແລະ ໄດ້ຖືກໄລ່ອອກຈາກລັດຖະບານ
Dushanbe ໃນວັນສຸກທີ່ຜ່ານມາ.
ຕຳຫຼວດກ່າວວ່າ ການເສຍຊີວິດດັ່ງກ່າວ ເກີດຂຶ້ນຢູ່ໃນ ແລະ
ໃກ້ໆ ກັບນະຄອນຫລວງ ໃນຂະນະທີ່ ກອງກຳລັງຮັກສາຄວາມ
ປອດໄພ ໄດ້ໄລ່ຕິດຕາມ ພວກຫົວຮຸນແຮງທີ່ເປັນເຄືອຂ່າຍ ຂອງ
ຮອງລັດຖະມົນຕີປ້ອງກັນປະເທດ ທ່ານ Abdukhalim Nazarzoda ຜູ້ເປັນສະມາຊິກຂອງຝ່າຍຄ້ານອິສລາມປານກາງຂອງປະເທດ ທີ່ໄດ້ຖືກຂັບໄລ່ອອກຈາກຕຳແໜ່ງນັ້ນ. ພັກອິສລາມຟື້ນຟູູໃໝ່ຂອງຕາຈິກກິສຖານ ແມ່ນໄດ້ຖືກຫ້າມຢ່າງສິ້ນເຊີງ ເມື່ອອາທິດແລ້ວນີ້ ສຳຫລັບການພົວພັນຂອງຕົນ ກັບພວກລັດອິສລາມກໍ່ການຮ້າຍ.
ທ່ານ Nazarzoda ແມ່ນຖືກກ່າວຫາວ່າ ໄດ້ສັ່ງໃຫ້ ກອງກຳລັງຕິດອາວຸດຈຳນວນນຶ່ງ
ໂຈມຕີອ້ອມນະຄອນຫລວງ ລວມທັງການບຸກໂຈມຕີ ດ່ານຕຳຫຼວດສອງແຫ່ງ ໃກ້ໆກັບ
ນະຄອນຫຼວງດຸຊານເບອີກດ້ວຍ. ຕຳຫຼວດກ່າວວ່າ ກອງກຳລັງຮັກສາຄວາມປອດໄພ
ໄລ່ຕິດຕາມພວກທຳການໂຈມຕີ ແລະ ປິດລ້ອມພວກເຂົາເຈົ້າ ໃນວັນເສົາວານນີ້ ຢູ່ໃນ
ບໍລິເວນຊົນນະບົດແຫ່ງນຶ່ງ ໃກ້ກັບນະຄອນຫຼວງ.
ອົງການຂ່າວຂອງຣັດເຊຍ ລາຍງານເມື່ອຕອນຄ່ຳວັນເສົາວານນີ້ ວ່າ ທ່ານ Nazarzoda
ໄດ້ຖືກຄວບຄຸມໄວ້ ພ້ອມກັບ ພວກທີ່ທຳການໂຈມຕີ ຢູ່ທີ່ Romit Gorge ຫ່າງຈາກນະຄອນ ຫຼວງດຸຊານເບ ປະມານ 45 ກິໂລແມັດ ທາງກ້ຳຕາເວັນອອກສຽງເໜືອ.