ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂຕກຽວ ໄດ້ເປັນເຈົ້າພາບ ກິລາໂອລິມປິກລະດູຮ້ອນ ປີ 2020 (ວີ​ດິ​ໂອ)


ຄະນະຜູ້ແທນຂອງຍີ່ປຸ່ນ ສະແດງຄວາມຍິນດີກັນ ຢ່າງໃຫຍ່ ຫຼັງຈາກຖືກ​ເລືອກເປັນເຈົ້າພາບກິລາໂອລິມປິກລະດູຮ້ອນ ປີ 2020
ຄະນະຜູ້ແທນຂອງຍີ່ປຸ່ນ ສະແດງຄວາມຍິນດີກັນ ຢ່າງໃຫຍ່ ຫຼັງຈາກຖືກ​ເລືອກເປັນເຈົ້າພາບກິລາໂອລິມປິກລະດູຮ້ອນ ປີ 2020
ໂຕ​ກຽວ​ຈະ​ເປັນ​ເຈົ້າພາບ​ງານ​ແຂ່ງຂັນ​ກິລາ​ໂອ​ລິ​ມປິກ​ລະດູ​ຮ້ອນ ​ປີ 2020 ຫຼັງຈາກ​ຊະ​ນະສອງເມືອງ​ຄູ່ແຂ່ງ ຄື​ເມືອງອີສຕັນ​ບູລ ປະ​ເທດ​ເທີ​ກີ ​ແລະ Madrid ປະ​ເທດສະເປ​ນ ​ໃນ​ການ​ຄັດເລືອກຮອ​ບສຸດ​ທ້າຍ ​ເພື່ອ​ໃຫ້ໄດ້ ເປັນ​ເຈົ້າພາບ​ນັ້ນ. ​ໂຕ​ກຽວ​ເຄີຍ​ໄດ້​ເປັນ​ເຈົ້າພາບ​ກິລາ​ໂອ​ລິ​ມປີກ​ເມື່ອ​ປີ 1964.

Madrid ຕົກ​ຮອບ​ເມື່ອ​ວັນ​ເສົາ​ວານ​ນີ້ ​ໃນ​ການ​ລົງ​ຄະ​ແນນ​ສຽງ​ຮອບ​ທໍາ​ອິດ ​ໂດຍ​ຄະນະ​ກໍາມະການ​ກິລາ​ໂອ​ລິ​ມປິກ ຫຼັງຈາກ​ການນໍາ​ສະ​ເໜີ​ລາຍການ​ສະ​ແດງ​ຕ່າງ​ໆ​ໃນ​ຮອບ​ສຸດທ້າຍ ທີ່​ນະຄອນຫຼວງ Buenos Aires ຂອງ​ປະ​ເທດ​ອາ​ເຢັນ​ຕິ​ນາ ຊຶ່ງອີສຕັນ​ບູນ ກໍ​ຕົກໄປ​ໃນ​ການ​ຕັດສິນ​ຮອບ​ຕໍ່​ມາ.

ການ​ແຂ່ງຂັນ​ແມ່ນ​ສູ​ສີ​ກັນ​ທີ່​ສຸດ ​ຍ້ອນ​ວ່າ​ທັງ​ສາມ​ຕົວ​ເມືອງ​ດັ່ງກ່າວ​ນີ້ ຕ່າງ​ກໍມີ​ຄວາມ​ສ່ຽງ​ສູງ​ໃນ​ຫຼາຍໆ​ດ້ານ ເຊັ່ນ​ສົງຄາມ​ກາງ​ເມືອງ​ໃນ​ຊີ​ເຣຍ ປະ​ເທດ​ເພື່ອນ​ບ້ານ​ຂອງເທີ​ກີ ກໍ​ສ້າງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ຜົນ​ກະທົບ​ທີ່​ຈະ​ມີ​ຕໍ່​ເມືອງ​ອີສຕັນ​ບູນ ໃນ​ຂະນະທີ່ Madrid ກໍ​ກໍາລັງມີ​ບັນຫາ​ທາງ​ການ​ເງິນ​ຢ່າງ​ໜັກ​ນັ້ນ.

ສ່ວນນະຄອນຫຼວງ​ໂຕ​ກຽວ​ຂອງຍີ່ປຸ່ນ ກໍ​ປະ​ເຊີນ​ກັບ​ຄວາມ​ເປັນ​ຫ່ວງ ກ່ຽວ​ກັບ​ກໍາ​ມັນ​ຕະພາບ​ລັງສີ ຈາກໂຮງງານ​ໄຟຟ້າ​ນີວ​ເຄຼຍ Fukushima ທີ່​ເພພັງນັ້ນ.

ການ​ໄດ້​ເປັນ​ເຈົ້າພາບ​ກິລາ​ໂອ​ລິ​ມປິກນີ້ ​ແມ່ນ​ຈະ​ເປັນ​ຊຸກຍູ້​ອັນ​ໃຫຍ່ຫຼວງ ສໍາລັບ​ໂຕ​ກຽວ ທີ່ຈະ​ມີລາຍ​ໄດ້​ອັນ​ມະຫາສານ​ຈາກ​ການທ່ອງທ່ຽວ ​ແລະ​ສ້າງ​ໂອກາດໃຫ້ໄດ້​ມີ​ຊື່​ສຽງ​ໂດ່​ງ
ດັງ ໃນ​ເວທີ​ໂລກ.

ທັງ​ສາມ​ເມືອງ​ສຸດ​ທ້າຍ​ດັ່ງກ່າວ​ນີ້ ​ເຄີຍ​ໄດ້​ເຂົ້າແຂ່ງຂັນ​ເປັນ​ເຈົ້າພາບ​ໂອ​ລິ​ມປິກ ຫຼາຍ​ເທື່ອມາ​ກ່ອນ​ແລ້ວ ຄື​ຄັ້ງ​ນີ້ເປັນ​ເທື່ອ​ທີ່​ຫ້າ​ສໍາລັບອີສຕັນ​ບູນ ​ເທື່ອ​ທີ່​ສາມລຽນຕິດ​ຂອງ Madrid ​ແລະ​ເທື່ອ​ທີ່​ສອງ​ລຽນຕິດ​ສໍາລັບ​ໂຕ​ກຽວ.

ບັນດາ​ເຈົ້າໜ້າ​ທີ່​ລະດັບ​ສູງ​ຈາກ​ແຕ່ລະ​ປະ​ເທດ ​ໄດ້​ຮ່ວມ​ກັນ​ນໍາ​ສະ​ເໜີ​ສິ່ງ​ທີ່​ດີ​ເດັ່ນ​ກ່ຽວກັບ
​ເມືອງ​ຂອງ​ຕົນ​ໃນຮອບສຸດ​ທ້າຍ​ ເພື່ອ​ໃຫ້ເມືອງ​ຂອງ​ຕົນມີ​ໂອ​ກາດ​ທີ່​ດີກ​ວ່າ ທີ່​ຈະ​ໄດ້ຖືກ
​ເລືອກ​ເປັນ​ເຈົ້າພາບງານ​ແຂ່ງຂັນ​ກິລາ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ໂລກ. ທ່ານ Shinzo Abe ນາຍົກ
ລັດຖະມົນຕີ​ຍີ່ປຸ່ນ ​ແລະ​ຄູ່​ຕໍາ​ແໜ່​ງຂອງ​ທ່ານ ຈາກທັງ​ສອງ​ປະ​ເທດ​ ກໍ​ຄື​ທ່ານ Recep Tayyip Erdogan ນາຍົກລັດຖະມົນຕີ​ເທີ​ກີ ​ແລະ​ທ່ານ Mariano Rajoy ນາຍົກລັດຖະ
ມົນຕີສະ​ເປ​ນ ​ໄດ້​ບິນກົງ​ໄປ​ຍັງ​ນະຄອນຫຼວງ Buenos Aires ປະ​ເທດ​ອາ​ເຢັນ​ຕິ​ນາ ຈາກ​ກອງ​ປະຊຸມ​ສຸດ​ຍອດ G20 ທີ່​ຫາ​ກໍ​ສິ້ນ​ສຸດ​ລົງ​ ຢູ່ຣັດ​ເຊຍ​ນັ້ນ.

ເບິ່ງວີດີໂອ:

Olympic 2020
please wait
Embed

No media source currently available

0:00 0:01:17 0:00
XS
SM
MD
LG