ສອງບໍລິສັດຈາກຈີນ ວາງແຜນຈະລົງທຶນ ກໍ່ສ້າງເໝືອງແຮ່
ບ໊ອກໄຊ້ 2 ແຫ່ງຢູ່ເມືອງປາກຊ່ອງໃນແຂວງຈໍາປາສັກ ໂດຍ
ຈະຂໍຍ້າຍຈາກແຂວງອັດຕະປື ທີ່ປະສົບກັບໄພນໍ້າຖ້ວມ.
ທ່ານ ຄໍາສີ ປ່ຽນວໍລະວົງ ຫົວໜ້າພະແນກພະລັງງານ ແລະບໍ່ແຮ່
ແຂວງຈໍາປາສັກ ເປີດ ເຜີຍວ່າ ກຸ່ມບໍລິສັດຈາກຈີນ 2 ລາຍ ກໍຄືບໍ
ລິສັດ SALACO ແລະບໍລິສັດ SINO MINE ໄດ້ຍື່ນຄໍາຮ້ອງເຖິງ
ທ່ານ ສຸລິວົງ ດາລາວົງ ລັດຖະມົນຕີວ່າການກະຊວງພະລັງ ງານ ແລະບໍ່ແຮ່ເມື່ອບໍ່ດົນມານີ້ ເພື່ອຂະຫຍາຍສະຖານທີ່ຕັ້ງເໝືອງແຮ່ບ໊ອກໄຊ້ ຈາກແຜນການເດີມ ທີ່ຈະຕັ້ງຢູ່ໃນເຂດເມືອງສາມັກຄີໄຊ ໃນແຂວງອັດຕະປື ເພື່ອໄປຕັ້ງຢູ່ ໃນເຂດເມືອງປາກຊ່ອງ ແຂວງຈໍາປາສັກແທນ.
ທັງນີ້ ກຸ່ມບໍລິສັດຈາກຈີນ ທັງ 2 ລາຍດັ່ງກ່າວໄດ້ໃຫ້ເຫດຜົນວ່າ ສະຖານທີ່ຕັ້ງເໝືອງແຮ່
ໃນເຂດເມືອງສາມັກຄີໄຊນັ້ນ ມີຄວາມສ່ຽງສູງ ຕໍ່ການປະເຊີນກັບໄພນໍ້າຖ້ວມ ທີ່ເກີດຂຶ້ນ
ຢ່າງຕໍ່ເນື່ອງໃນຊ່ວງ 2 ປີມານີ້ ຊຶ່ງເຮັດໃຫ້ບໍ່ສາມາດທີ່ຈະລົງທຶນກໍ່ສ້າງເໝືອງແຮ່ ແລະ
ໂຮງງານຜະລິດແຮ່ບ໊ອກໄຊ້ຕ໌ ໄດ້ເລີຍຈົນເຖິງປັດຈຸບັນ ດັ່ງທີ່ທ່ານ ຄໍາສີ ໄດ້ໃຫ້ການ
ຢືນຢັນວ່າ:
“ໂຄງການນີ້ ເບື້ອງຕົ້ນວ່າສິຕັ້ງໂຮງງານຢູ່ເມືອງສາມັກຄີໄຊ ແຂວງອັດຕະປື
ແຕ່ສອງປີທີ່ຜ່ານມານີ້ ນໍ້າກໍຖ້ວມ ຊຶ່ງບໍ່ເໝາະສົມໃນການສ້າງໂຮງງານຢູ່ຫັ້ນ
ກໍເລີຍສະເໜີມາ ຂໍຕັ້ງໂຮງງານຢູ່ປາກຊ່ອງ ຖ້າວ່າ ໄດ້ດໍາເນີນການກໍ່ສ້າງຢູ່
ໃນທ້າຍປີນີ້ ຫຼືຕົ້ນປີໜ້າ ເຂົາກະຄາດວ່າ ໃນປີ 2018 ກໍຈະໄດ້ທໍາການຜະລິດ
ເປັນເບື້ອງຕົ້ນ.”
ໂດຍຖ້າຫາກວ່າ ທາງການລາວອະນຸຍາດຕາມການຮ້ອງຂໍດັ່ງກ່າວນີ້ ກຸ່ມບໍລິສັດຈາກ
ຈີນທັງ 2 ລາຍ ກໍໄດ້ປະກາດຄວາມພ້ອມ ທີ່ຈະລົງທຶນຄິດເປັນມູນຄ່າລວມຫຼາຍກວ່າ
1,325ລ້ານໂດລ່າ ໃນທັນທີ ແລະກໍຈະສາມາດເລີ່ມການຂຸດຄົ້ນແຮ່ບ໊ອກໄຊ້ ເພື່ອສົ່ງ
ອອກໄປຕ່າງປະເທດໄດ້ ພາຍໃນປີ 2018 ໂດຍຄາດວ່າຈະມີມູນຄ່າການສົ່ງອອກຫຼາຍ
ກວ່າ 1,000 ລ້ານໂດລ່າຕໍ່ປີ.
ນອກຈາກການລົງທຶນໃນການຂຸດຄົ້ນແຮ່ບ໊ອກໄຊ້ ດັ່ງກ່າວແລ້ວ ກຸ່ມທຸລະກິດຈີນຍັງໄດ້
ສະແດງຄວາມສົນໃຈ ທີ່ຈະລົງທຶນໃນດ້ານອື່ນໆ ຢູ່ໃນແຂວງຈໍາປາສັກ ໃຫ້ຫຼາຍຂຶ້ນອີກ
ດ້ວຍ ໂດຍໃນນີ້ ກໍລວມເຖິງການລົງທຶນໃນເຂດເສດຖະກິດພິເສດ 3 ແຫ່ງ ທີ່ທາງການ
ແຂວງຈໍາປາສັກມີແຜນການ ຈະສ້າງຕັ້ງຂື້ນມາໃນໝໍ່ໆນີ້ ກໍຄືເຂດເສດຖະກິດພີເສດ
ຄອນພະເພັງ ເຂດເສດຖະກິດພິເສດວັງເຕົ່າ ແລະເຂດເສດຖະກິດພິເສດປາກຊ່ອງ ຕາມລໍາດັບ.
ໂດຍໃນລະຍະທີ່ຜ່ານມາ ກໍໄດ້ມີການລົງນາມໃນບັນທຶກຄວາມ
ເຂົ້າໃຈຮ່ວມກັບບໍລິສັດເອກກະຊົນລາວ ແລະຕ່າງຊາດໄປແລ້ວ
2 ແຫ່ງ ກໍຄືເຂດເສດຖະກິດພິເສດຄອນພະເພັງ ແລະເຂດເສດ
ຖະກິດພິເສດວັງເຕົ່າ. ສ່ວນເຂດເສດຖະກິດພິເສດປາກຊ່ອງນັ້ນ
ກໍຄາດໝາຍວ່າກຸ່ມທຸລະກິດຈາກຈີນຈະເຂົ້າມາລົງທຶນໃນໄລຍະ
ຫຼັງຈາກທີ່ໄດ້ຮັບອະນຸຍາດຈາກທາງການລາວ ໃຫ້ຍ້າຍເໝືອງ
ແຮ່ບ໊ອກໄຊ້ດັ່ງກ່າວ ຢ່າງເປັນທາງການແລ້ວ.
ໂດຍປັດຈຸບັນນີ້ ທາງການລາວ ໄດ້ສ້າງຕັ້ງເຂດເສດຖະກິດພິເສດ
ແລະເຂດເສດຖະກິດສະເພາະແລ້ວ 10 ແຫ່ງຈາກແຜນການທີ່ຈະສ້າງຕັ້ງໃຫ້ໄດ້ບໍ່ໜ້ອຍ
ກວ່າ 20 ແຫ່ງ ພາຍໃນປີ 2015 ໂດຍເຂດທໍາອິດ ກໍແມ່ນເຂດເສດຖະກິດພິເສດ ສະຫວັນ
-ເຊໂນ ໃນແຂວງສະຫວັນນະເຂດ ທີ່ສ້າງຕັ້ງຂຶ້ນ ໃນປີ 2003 ຕາມດ້ວຍເຂດເສດຖະກິດ
ພິເສດບໍ່ເຕັນແດນງາມ ຢູ່ແຂວງຫຼວງນໍ້າທາ ທີ່ສ້າງຕັ້ງຂຶ້ນໃນປີດຽວກັນ ແຕ່ທີ່ຖືວ່າພັດທະນາ
ໄວທີ່ສຸດ ກໍແມ່ນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ທີ່ເມືອງຕົ້ນເຜີ້ງ ໃນແຂວງບໍ່ແກ້ວ.
ສ່ວນນະຄອນວຽງຈັນ ກໍມີຢູ່ເຖິງ 5 ແຫ່ງ ແລະອີກ 2 ແຫ່ງຕັ້ງຢູ່ໃນເຂດແຂວງຄໍາມ່ວນ
ຫາກແຕ່ວ່າ ການພັດທະນາເຂດເສດຖະກິດພິເສດ ສ່ວນໃຫຍ່ກໍຍັງຊັກຊ້າຫຼາຍ ເນື່ອງ
ຈາກວ່າບໍ່ສາມາດດຶງດູດເງິນທຶນຈາກຕ່າງປະເທດໄດ້ ຕາມເປົ້າໝາຍທີ່ວາງໄວ້ນັ້ນເອງ.