ນັກການທູດຈີນ ສອງທ່ານ ຖືກຂ້າຕາຍ ແລະ ອີກຄົນນຶ່ງ
ໄດ້ຮັບບາດເຈັບ ໃນລະຫວ່າງ ການຍິງກັນ ເມື່ອວັນພຸດມື້ນີ້
ຢູ່ທີ່ຮ້ານອາຫານ ໃນເມືອງແຫ່ງນຶ່ງ ຢູ່ທາງພາກກາງຂອງ
ຟີລິບປິນ ອີງຕາມເຈົ້າໜ້າທີ່ຕຳ ຫຼວດທ້ອງຖິ່ນ ແລະ
ລາຍງານຂ່າວ.
ຕຳຫຼວດ ກ່າວວ່າ ຫົວໜ້າກົງສຸນ ທ່ານ Song Ronghua
ໄດ້ຮັບບາດເຈັບ ແລະ ພະນັກງານຂອງທ່ານ ສອງຄົນ ຖືກ
ຂ້າຕາຍ ໃນການຍິງກັນ ຢູ່ທີ່ຮ້ານອາຫານ Lighthouse ຢູ່
ໃນເມືອງ Cebu ຂອງຟີລິບປິນ.
ໜັງສືພິມ Philippine Daily Inquirer ໄດ້ລາຍງານວ່າ ຫົວໜ້າກົງສຸນ ແມ່ນມີອາການ
ທຸ່ນທ່ຽງແດ່ແລ້ວ ແລະກ່າວຕື່ມວ່າ ຜູ້ຕ້ອງສົງໄສສອງຄົນ ທີ່ເປັນຜູ້ຊາຍ ແລະ ຜູ້ຍິງ ຖືກ
ຄຸມຕົວໄວ້ໄດ້.
ແມ່ຍິງຈີນຄົນນຶ່ງ ແມ່ນສົງໄສວ່າ ເປັນມືປືນໃນການຍິງສັງຫານຄັ້ງນີ້ ອີງຕາມ ໜັງສືພິມ
Philippine Sun Star.
ບໍ່ມີລາຍງານ ກ່ຽວກັບຈຸດປະສົງຂອງການໂຈມຕີດັ່ງກ່າວ. ບັນດາເຈົ້າ ໜ້າທີ່ຈີນ ກໍບໍ່ມີ
ຄຳເຫັນຕໍ່ເຫດການນີ້.