ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ພາຍຸໝຸນ ຫຼື ໄຊໂຄລນ ຂະໜາດແຮງ ລະດັບ 4 ພັດຖະລົ່ມ ແຄມຝັ່ງ ຂອງ ອອສເຕຣເລຍ


ໃນພາບນີ້ ທີ່ມາຈາກວີດີໂອ ໃນວັນທີ 21 ມີນາ 2019, ສະແດງໃຫ້ເຫັນ ພວກອົບພະຍົບ ໜີພາຍຸ C-130 ຂອງກຳລັງປ້ອງກັນປະເທດ ອອສເຕຣເລຍ ທີ່ກຽມພ້ອມຈະບິນອອກຈາກເມືອງ ໂບໂຣລູລາ (Borroloola) ຂອງອອສເຕຣເລຍ ກ່ອນທີ່ພາຍຸຈະພັດຂຶ້ນຝັ່ງ.
ໃນພາບນີ້ ທີ່ມາຈາກວີດີໂອ ໃນວັນທີ 21 ມີນາ 2019, ສະແດງໃຫ້ເຫັນ ພວກອົບພະຍົບ ໜີພາຍຸ C-130 ຂອງກຳລັງປ້ອງກັນປະເທດ ອອສເຕຣເລຍ ທີ່ກຽມພ້ອມຈະບິນອອກຈາກເມືອງ ໂບໂຣລູລາ (Borroloola) ຂອງອອສເຕຣເລຍ ກ່ອນທີ່ພາຍຸຈະພັດຂຶ້ນຝັ່ງ.

ອອສເຕຣເລຍ ກຳລັງປະເຊີນກັບພາຍຸໝຸນ ຫຼື ໄຊໂຄລນ ສີ່ຫົວ ຂະໜາດແຮງ ລະດັບ
4 ຊຶ່ງຫົວນຶ່ງແມ່ນຢູ່ທາງພາກເໜືອ ແລະ ອີກຫົວນຶ່ງ ຢູ່ໃກ້ໆທາງພາກ ຕາເວັນຕົກ
ຂອງປະເທດ.

ພາຍຸໄຊໂຄລນ ຊື່ວ່າ ເທຣເວີ ໄດ້ພັດຂຶ້ນ​ຝັ່ງ ໃນວັນເສົາມື້ນີ້ ຢູ່ເຂດແຄມ​ຝັ່ງພາກເໜືອ
ທີ່ຢູ່ຫ່າງໄກສອກຫລີກ ຂອງປະເທດ.

ເຈົ້າໜ້າທີ່ຕຳຫຼວດ ແລະທະຫານ ໄດ້ຍົກຍ້າຍພົນລະເມືອງ ໂດຍສ່ວນໃຫຍ່ ອອກ
ຈາກພາກພື້ນດັ່ງກ່າວ ແຕ່ຍັງມີຜູ້ທີີ່ຍັງ​ເຫຼືອ​ຢູ່​ຈຳ​ນວນ​ນຶ່ງ.

ພາຍຸໄຊໂຄລນເທຣເວີ ພັດຂຶ້ນຝັ່ງພ້ອມດ້ວຍລົມພັດແຮງເຖິງ 250 ກິໂລແມັດ ຕໍ່
ຊົ່ວໂມງ ແລະມີຝົນຕົກໜັກ ທີ່ຄາດກັນວ່າ ຈະກໍ່ໃຫ້ເກີດໄພນ້ຳຖ້ວມຢ່າງກວ້າງຂວາງ.

ໃນຂະນະດຽວກັນ ພາຍຸ ເວີຣອນນິກາ ທີ່ເປັນພາຍຸ ໄຊໂຄລນ ລະດັບ 4 ອີກ ຫົວນຶ່ງ
ແມ່ນກຳລັງມຸ້ງໜ້າໄປຍັງ ເຂດແຄມຝັ່ງທາງພາກຕາເວັນຕົກ ຂອງ ອອສເຕຣເລຍ
ໃກ້ກັບຂົງເຂດທີ່ທຳການຂຸດບໍ່ແຮ່ ຂອງເມືອງພີລບາຣາ.

ສ່ວນພາຍຸຊື່ວ່າ ແກລສ໌ ທີ່ມີລົມແຮງ ເຖິງ 100 ກິໂລແມັດຕໍ່ຊົ່ວໂມງ ພັດເປັນບາດໆ
ແມ່ນໄດ້ກະທົບຕໍ່ອອສເຕເລຍແລ້ວ.

ແລະພາຍຸໝຸນ ເວີລອນນິກາ ຄືກັບ ເທຣເວີ ແມ່ນມີກຳນົດ ຈະນຳເອົາຝົນທີ່ຕົກໜັກ
ມາຍັງພາກພື້ນ ຢ່າງຫຼວງຫຼາຍ.

ພາຍຸໝຸນ ແມ່ນເກີດຂຶ້ນຢູ່ເລື້ອຍມາໃນອອສເຕຣເລຍ ແຕ່ສອງຫົວພ້ອມກັນ ແມ່ນບໍ່
ຄ່ອຍມີ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG