ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ຜູ້ຊາຍສອງຄົນ ໃນລັດ ຄາລິຟໍເນຍ ຖືກຕັດສິນວ່າ ມີຄວາມຜິດ ຍ້ອນ ວາງແຜນເຂົ້າຮ່ວມ ລັດອິສລາມ


ທ້າວ Muhanad Badawi ອາຍຸ 25 ປີ ລະຫວ່າງການສອບສວນ ໂດຍຕຳຫລວດສັນຕິບານກາງ FBI ຫລັງຈາກລາວຖືກຈັບ ເມື່ອວັນທີ 21 ເດືອນພຶດສະພາ, 2015.

ຜູ້​ຊາຍສອງ​ຄົນ ຢູ່​ລັດ​ California ​ໄດ້​ຖືກ​ຕັດສິນ​ ຫຼັງ​ຈາກ​ການ​ດຳ​ເນີນ​ຄະດີ​ເປັນ​ເວລາ​ສອງ​ອາທິດ ​ໃນການ​ວາງ​ແຜນສົມຮູ້​ຮ່ວມ​ຄິດ​ ເດີນທາງ​ໄປ​ພາກຕາ​ເວັນ​ອອກ​ກາງ ​ເພື່ອ ເຂົ້າ​ຮ່ວມ​ກັບກຸ່ມ​ຫົວຮຸນ​ແຮງ​ລັດ​ອິສລາມ.

ທ້າວ Nader Elhuzayel ຈາ​ກ​ເ​ມື​ອງ Anaheim ລັດ California ​ໄດ້ຖືກ​ພົບ​ເຫັນວ່າ​ມີ​ຄວາມ​ຜິດ ​ໃນ​ຄວາ​ມພະຍາຍາມ​ເພື່ອ​ໃຫ້ການ​ສະໜັບສະໜຸນ​ທາງ​ດ້ານ​ວັດ​ຖຸແກ່ກຸ່ມ​ລັດ​ອິສລາມແລະ​ທ້າວ Muhanad Badawi ກໍ​ມາ​ຈາກ​ເມືອງ Anaheim ​ເຊັ່ນກັນ ທີ່​ໄດ້ຖືກ​ພົບ​ເຫັນວ່າ ​ມີ​ຄວາມ​ຜິດ​ ໃນ​ການ​ໃຫ້​ການ​ຊ່ວຍ​ເຫລືອແລະພະຍາມໃຫ້ການ​ສະໜັບສະ ໜູນທາງ​ດ້ານ​ວັດ​ຖະ​ແກ່​ກຸ່ມ​ລັດ​ອິສລາມ.

ທ້າວ Elhuzayel ຍັງ​ໄດ້​ຖືກ​ຕັດສິນ ໃນ​ຄວາມ​ຜິດ 26 ກະທົງ ​ຖານ​ສໍ້ໂກງທະນາຄານ ຮວມທັງ​ຝາກເຊັກເງິນ ​ທີ່​ລັກ​ເອົາ​ມາ ໄວ້​ໃນ​ບັນຊີ​ສ່ວນ​ໂຕຂອງຜູ້ກ່ຽວ ​ເພື່ອ​ໃຊ້​ໃນ​ການ​ເດີນທາງ. ສ່ວນທ້າວ Badawi ​ໄດ້​ຖືກ​ຕັດສິນ​ລົງ​ໂທດຖານ​ໃຊ້​ເງິນ​ທຶນຊ່ວຍ​ເຫຼືອ​ຂອງ ລັດຖະບານ​ກາງ​ ຊື້​ປີ້​ເຮືອບິນ​ທາງ​ດຽວໃຫ້​ແກ່ ທ້າວ Elhuzayel ​ເດີນທາງ​ໄປ​ປະ​ເທດ​ອິສຣາ​ແອ​ລ ພ້ອມ​ພັກຢູ່​ນະຄອນ Istanbul.

ທ້າວ Elhuzayel ​ໄດ້​ຖືກ​ຈັບ​ຢູ່ເດີ່ນ​ເຮືອບິນ​ສາກົນ ​ທີ່ນະ​ຄອນ Los Angeles ​ໃນ​ເດືອນ​ພຶດສະພາ ປີ 2015 ບ່ອນ​ທີ່​ລາວ​ວາງ​ແຜນ ​ຂີ່​ເຮືອບິນ​ໄປ​ນະຄອນ Tel Aviv. ອີງ​ຕາມ​ການ​ກ່າວ​ຫາ​ຢູ່​ໃນ​ສຳນວນ​ຟ້ອງແລ້ວ ທ້າວ Elhuzayel ​ໄດ້​ຮັບສາລະພາ​ບ “ວ່າ​ລາວ​ໄດ້​ວາງ​ແຜນ​ເດີນທາງ​ໄປ​ນະຄອນ Istanbul ​ເພື່ອເຂົ້າ​ຮ່ວມກັບ​ກຸ່ມລັດ​ອິສລາມຫຼື ISIL ​ແລະ​ບໍ່​ໄດ້​ຕັ້ງ​ໃຈ​ເດີນທາງ​ໄປ​ອິສຣາ​ແອ​ລ.

ທ້າວ Elhuzayel ອາຍຸ 25 ປີ ປະ​ເຊີນ​ໜ້າການ​ຕິດ​ຄຸກ​ສູງ​ສຸດ​ເຖິງ 30 ປີ ​ໃນ​ການ​ສໍ້​ໂກງ​ທະນາຄານ. ທ້າວ Badawi ປະ​ເຊີນໜ້າ​ກັບການ​ຕິດ​ຄຸກ​ສູງ​ສຸດ 5 ປີ ​ໃນ​ການ​ຕົວະ​ຕົ້ມ​ທະນາຄານ ​ແລະ​ຜູ້​ຊາຍ​ແຕ່ລະຄົນ​ອາດ​ຕິດ​ຄຸກ​ເພີ້​ມອີກ 15 ປີ ​ໃນ​ຖານໃຫ້ການ​ສະໜັບ ສະໜູນ​ທາງ​ດ້ານ​ວັດ​ຖຸ​ແກ່ກຸ່ມ​ລັດ​ອິສລາມ.

ການ​ຮັບ​ຟັງຕັດສິນ​ລົງ​ໂທດຂອງ​ພວກ​ເຂົາ​ເຈົ້າ ມີ​ກຳນົດໃ​ສ່​ເດືອນ​ກັນຍາ ຈະ​ມາ​ເຖິງ​ນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG