ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສອງອ້າຍນ້ອງນັກເຕະບານເຍົາວະຊົນລາວ ຖືກຄັດເລືອກ ໃຫ້ໄປຫລິ້ນຮ່ວມກັບ ທີມເຕະບານຢູ່ສະເປນ ໃນເດືອນສິງຫານີ້


ທ່າວ ອານຸສັກ ຫຼື Bill Gate (ຊ້າຍສຸດ) ກັບເພື່ອຮ່ວມທີມ U10 FUT BOYS ຂອງໄທຫຼັງຈາກຄວ້າແຊມໄດ້ໃນ ວັນທີ 31 ມີນາ.
ທ່າວ ອານຸສັກ ຫຼື Bill Gate (ຊ້າຍສຸດ) ກັບເພື່ອຮ່ວມທີມ U10 FUT BOYS ຂອງໄທຫຼັງຈາກຄວ້າແຊມໄດ້ໃນ ວັນທີ 31 ມີນາ.

ນັກກິລາເຕະບານເຍົາວະຊົນລາວສອງອ້າຍນ້ອງໄດ້ຮັບການສະເໜີໃຫ້ເຂົ້າໄປ ຫຼິ້ນໃນສະໂມສອນເຕະບານຂອງສະເປນ ຫລັງຈາກໄດ້ສ້າງຄວາມປະທັບໃຈໃຫ້ແກ່ຄະນະຄັດເລືອກນັກເຕະບານຈາກສອງສະໂມສອນ.

ເຖິງແມ່ນການແຂ່ງຂັນເຕະບານສາກົນ TAR U11 ປີ 2024 ຢູ່ທີ່ນະຄອນບາເຊໂລນາຂອງປະເທດສະເປນ ໄດ້ຈົບລົງແລ້ວ ແຕ່ທ້າວອານຸສັກ ວິໄລກຸນ ຫລື ບຽວເກດ ແລະອ້າຍຂອງລາວ, ທ້າວເອກະລາດຈາກສະໂມສອນ W.I.G Naga ກໍຍັງສືບຕໍ່ສ້າງຊື່ສຽງໃຫ້ແກ່ປະເທດລາວ. ເຂົາເຈົ້າຖືກສະເໜີໃຫ້ຢູ່ສະເປນຕໍ່ອີກສາມອາທິດເພື່ອຄັດເລືອກຕົວໂດຍສະໂມສອນຂອງສະເປນເຊິ່ງພຽງສອງອາທິິດເທົ່ານັ້ນ ເຂົາເຈົ້າກໍສາມາດຜ່ານການຄັດເລືອກ ແລະສ້າງຜົນງານໄດ້ຢ່າງໜ້າປະທັບໃຈ ໂດຍສະເພາະແມ່ນບຽວເກດທີ່ມີອາຍຸ 9 ປີ ນັ້ນ ດັ່ງທີ່ຄູຝຶກຕົ້ນຈັກກິດ ນ້ອຍສົມສີ ຫລື ໂຄສເສືອ ເວົ້າດ້ວຍຄວາມພາກພູມໃຈວ່າ:

“ບຽວເກດຫັ້ນມື້ແລກຫັ້ນແມ່ນລາວໄປເນາະ ໄປຊ້ອມກັບລຸ້ນ 9 ປີ ທີມເອ (A) ຊ້ອມແລ້ວ ໂຄສມາບອກວ່າ ໂອ້ good player, ນັກເຕະຄົນນີ້ສະຫລາດກວ່າລຸ້ນ ນີ້ຫລາຍເຂົາເຈົ້າບອກນະແບບລາວເກັ່ງ ເກັ່ງກວ່າລຸ້ນ 9 ປີຫລາຍ. ເຂົາເຈົ້າເບິິ່ງ ລາວໜີສະຫລາດກວ່າ ມື້ຕໍ່ມາໜິ ຂໍໃຫ້ລາວໄປຊ້ອມກັບລຸ້ນ 10 ປີ ທີມເອ (A) ຂອງ ສະໂມສອນເຂົາເຈົ້າ. ເຂົາເຈົ້າກະບອກເລີຍວ່າ ນັກເຕະຄົນນີ້ມີພອນສະຫວັນ ເຂົາເຈົ້າຢາກເອົາຢູ່.”

ສ່ວນທ້າວເອກະລາດ ຫລືໄທເກີ, ອ້າຍຂອງລາວທີ່ມີອາຍຸ 12 ປີນັ້ນ ກໍຖືກຄັດເລືອກໃຫ້ໄປຫລິ້ນກັບທີມທີ່ມີອາຍຸລື່ນລາວປີ 1 ເຊັ່ນກັນ ແຕ່ລາວໄດ້ຫຼິ້ນຮ່ວມກັບທີມທີ່ອາຍຸເທົ່າກັນກັບລາວສາມມື້ ຈຶ່ງຖືກຄັດເລືອກໃຫ້ຫຼິ້ນໃນຊຸດ A ຂອງທີມ ອາຍຸ 13 ປີ ຂອງສະເປນ.

ໂຄສເສືອທີ່ຕິດຕາມເບິ່ງແຍງນັກກິລາທັງສອງຄົນນີ້ຢ່າງໃກ້ຊິດຢູ່ທີ່ສະເປນນັ້ນເລົ່າຄວາມຮູ້ສຶກຂອງຕົນແລະຂໍ້ສັງເກດລະຫວ່າງເດັກນ້ອຍລາວກັບເດັກນ້ອຍຊາວສະເປນເຕະບານຢູ່ນັ້ນສູ່ຟັງວ່າ:

“ຕື່ນເຕັ້ນເດະ ບໍ່ເຄີຍບໍ່ຄິດວ່າເດັກນ້ອຍເຮົາຊິເຮັດໄດ້ດີປານນີ້ ເພາະວ່າຕອນ ເຮົາຍັງບໍ່ໄດ້ໄປຄັດຫັ້ນ ຊ່ວງແຂ່ງຂັນຫັ້ນ ເຮົາກະເຫັນເດັັກນ້ອຍທີ່ຢູ່ສະເປນ ເຂົາເຈົ້າເຕະດີຫຼາຍ ເຫຼັ້ນດີຫຼາຍ ເຫຼັ້ນໄວ ມີຄວາມຄຄິດທີ່ໄວ ສະຫລາດອີກ ໂຕໃຫຍ່ຍັງບໍ່ພໍຍັງແບບວ່າເຫຼັ້ນບານດີອີກ ແຕ່ວ່າພໍເຫັນເດັກນ້ອຍເຮົາທີ່ວ່າ ສອງອ້າຍນ້ອງນີ້ໄປຄັດທີແລກ ກະຕື່ນເຕັ້ນຫັ້ນແຫລະ ເຂົາເຈົ້າຈັບໄປເທັສ ກ່ອນເນາະ ແລ້ວເຂົາເຈົ້າປະເມີນໃຫ້ຄະແນນ, ເທັສແບບໂຕຕໍ່ໂຕກ່ອນເລີຍ.”

ໂຄສເສືອກ່າວເຖິິງຜົນດີທີ່ຕິດຕາມມາພາຍຫຼັງຈາກການແຂ່ງຂັນ ແລະຜ່ານຜ່າອຸປະສັກເລັກນ້ອຍຂອງນັກກິິລາລາວ ທີ່ປະເຊີນໃນຂັ້ນທໍາອິິດຂອງການຫລິ້ນບານກັບທີມສະເປນນັ້ນສູ່ຟັງວ່າ:

“ຄິດວ່າເດັກນ້ອຍເຮົາໜີ້ ນຶ່ງ ຊິຕື່ນເຕັ້ນ ແບບບໍ່ເຂົ້າໃຈພາສາ ໄປແລກໆໜີ້ ບັນຫາແລກເລີຍ ເດັກນ້ອຍເຮົາໜີ້ບໍ່ເຂົ້າໃຈແຫລະ ລົງສະໜາມນີ້ ເຮັດລວມ ທີມກັບໝູ່ ເພາະວ່າໂຄດເຂົາເຈົ້າເວົ້າແຕ່ພາສາສະເປນ, ພາສາອັງກິດຂະ ເຈົ້າບໍ່ຄ່ອຍເວົ້າ ແຕ່ຊິມີນັກກິລາບາງຄົນຂະເຈົ້າໄດ້ພາສາອັງກິດ ເຂົາເຈົ້າ ກະພະຍາຍາມບອກໃຫ້ ຫລະກະໄດ້ເບິ່ງໝູ່ ແລກໆ ກະລົງໄປກະເຮັດຫຍັງ ແລກໆກະລົງໄປ ສົມມຸດວ່າຊ້ອມ 30 ນາທີໜີ້ ເສຍເວລາໄປຫລະປະມານ 5 ຫລື 10 ນາທີ ເພາະວ່າບໍ່ເຂົ້າໃຈໄດ້ ເບິ່ງໝູ່ໄປແລ້ວກະເຮັດຕາມໝູ່ຄ່ອຍເຂົ້າໃຈ.”

ນັກກິິລາທັງສອງອ້າຍນ້ອງນີ້ ໄດ້ຮັບການສະເໜີຈາກ 3 ສະໂມສອນເຕະບານ ໃນນະຄອນບາເຊໂລນາ ທີ່ຕ່າງກໍຢາກໃຫ້ເຂົາເຈົ້າໄປເຂົ້າທີມຂອງຕົນ ເພື່ອຈະໄດ້ມີໂອກາດຝຶກຝົນຕົນເອງໃຫ້ກາຍເປັນນັກເຕະບານມືອາຊີບລະດັບໂລກ ດັ່ງທີ່ໂຄສເສືອເລົ່າໃຫ້ຟັງຕື່ມເຖິງການຝຶກຊ້ອມກັບແຕ່ລະທີມວ່າ:

“ຕອນນີ້ ເຮົາຍັງບໍ່ໄດ້ໃຫ້ຄໍາຕອບທີມໃດເທື່ອວ່າ ເຮົາຈະໄປທີມໃດຫັ້ນໜະ ແຕ່ວ່າ ເຮົາຟັງຂໍ້ສະເໜີຂອງທັງສອງທີມຫັ້ນ ແຕ່ເຂົາເຈົ້າຕອບຮັບໝົດລະ ແຕ່ກະມີ ທີມໃນໃຈຢູ່ ທີ່ວ່າເຂົາເຈົ້າກະໃຫ້ offer (ຂໍ້ສະເໜີ) ດີກວ່າຊີ້ໜາ ເຮົາກະບໍ່ທັນໄດ້ບອກ ເຂົາເຈົ້າວ່າ ມັນແມ່ນທີມໃດ ເພື່ອບໍ່ເປັນການເສຍນໍ້າໃຈຂອງເຂົາເຈົ້າຫັ້ນນະ ແຕ່ເຂົາເຈົ້າຢາກໃຫ້ ເຮົາກັບໄປຮ່ວມລາຍການທີ່ຂະເຈົ້າຊິແຂ່ງຂັນຫັ້ນ ເປັນທົວນະເມັນ (Tournament) ຢາກໃຫ້ໄປອີກ ແຕ່ທີ່ຈິງເຂົາເຈົ້າຂໍໃຫ້ເຮົາ ຢູ່ຕໍ່ອີກທິດນຶ່ງ ແຕ່ວ່າເດັກນ້ອຍຕິດພາລະກິດເລື້ອງການຮຽນຫັ້ນ ເພາະວ່າ ມັນຊິເສັງຈົບພາກ ຈົບປີຫັ້ນ.”

ສ່ວນທ່ານວຽງໄຊ ວິໄລກຸນ, ປະທານສະໂມສອນ WIG Naga ທັງເປັນຜູ້ຈັດການໃຫຍ່ໃນທຸກໆດ້ານຂອງບັນດານັກກິລາເຕະບານເຍົາວະຊົນລາວ ກໍເນັ້ນຢໍ້າວ່າ:

“ຕ້ອງຟ້າວກັບ ຜ່ານລະເດະ ຢູ່ຕໍ່ກະບໍ່ມີປະໂຫຍດແລ້ວ ເຂົາຢາກໃຫ້ຢູ່ຕໍ່ແຕ່ ເຮົາບໍ່ຢູ່ຕໍ່ ເພາະວ່າດຽວນີ້ ມີແຕ່ຊິຖ້າເບິ່ງເຂົາຊິເຮັດສັນຍາ ເຮັດຫຍັງໃບສະເໜີ ຫຍັງໃຫ້ເຮົາກ່ອນ. ເຂົາຢາກໃຫ້ກັບຄືນມາເດືອນ August ຢູ່ນໍາເຂົາເດືອນນຶ່ງ.”

ໂດຍທີ່ເປັນນຶ່ງໃນນັກກິລາເຍົາວະຊົນລາວສອງຄົນຜູ້ທໍາອິດໃນປະຫວັດສາດ ຂອງປະເທດທີ່ຖືກຄັດເລືອກໃຫ້ໄປເຕະບານໃນສະໂມສອນເຕະບານຕ່າງປະ ເທດທີ່ມີຊື່ສຽງແຫ່ງນຶ່ງຂອງໂລກ ເຊັ່ນນະຄອນບາເຊໂລນານີ້, ອານຸສັກ ກໍໃຫ້ທັດສະນະກ່ຽວກັບເລື້ອງນີ້ຕໍ່ພວກເຮົາວ່າ:

ຮູ້ສຶກດີໃຈ ຕື່ນເຕັ້ນທີ່ຫລານໄດ້ໄປຝຶກຊ້ອມກັບຫຼາຍໆທີມຈາກສະເປນ ຫລານ ກະໄດ້ສໍາຜັດຫລາຍໆທີມ ຫລາຍໆໝູ່ຈາກສະເປນ. ຄວາມຝັນຫລານກະຢາກ ໄປຄັດຢູ່ສະເປນ ລະຫລານກະໄປຄັດ ແລ້ວຫລານກາເຮັດໄດ້ ແລ້ວຫລານກະຊິ ໄປຢູ່ພຸ້ນເດືອນ 8.”

ສ່ວນທ້າວເອກະລາດ ຫຼື ໄທເກີ ຜູ້ເປັນອ້າຍຂອງທ້າວອານຸສັກ ກໍໃຫ້ທັດສະນະກ່ຽວກັບເລື້ອງລົງຊ້ອມກັບທີມຂອງສະເປນວ່າ:

“ຮູ້ສຶກດີໃຈ ແລະຕື່ນເຕັ້ນທີ່ໄດ້ໄປຝຶກຊ້ອມກັບທີມສະເປນ ໄດ້ປະສົບການໃໝ່ໆ ຕອນໄປຊ້ອມກະຂະເຈົ້າກະຊ້ອມດີ, ຕັ້ງໃຈຊ້ອມທຸກຄົນ ມີຄວາມກະຕືລືລົ້ນ ຫລາຍ. ຮູ້ສຶກວ່າດີໃຈທີ່ຕິດທີມສະເປນ ແລະຄິດວ່າຢາກຈະໄປຢູ່ທີ່ປະເທດ ສະເປນເຕະຢູ່ຫັ້ນເທົ້້າໃຫຍ່.”

ດັ່ງທີ່ທ່ານວຽງໄຊ ປະທານສະໂມສອນ W.I.G. NAGA ໄດ້ກ່າວວ່າ ເມື່ອໃດທີ່ສະໂມສອນຂອງສະເປນສົ່ງເອກະສານຂໍ້ສະເໜີມາໃຫ້ເພື່ອພິຈາລະນາແລ້ວພວກນັກເຕະບານນ້ອຍສອງອ້າຍນ້ອງ ກໍຈະເດີນທາງກັບຄືນສະເປນ ອີກຄັ້ງນຶ່ງໃນເດືອນສິງຫາ ໃນໄລຍະນຶ່ງເດືອນ ເພື່ອຝຶກຊ້ອມກັບທີມຂອງສະເປນ ແລ້ວກໍຈະລົງແຂ່ງຂັນ. ສະໂມສອນ W.I.G. NAGA ຖືກສ້າງຕັ້ງຂຶ້ນໃນປີ 2022 ໂດຍທ່ານວຽງໄຊ ວິໄລກຸນ, ນັກທຸລະກິດລາວ-ອາເມຣິກາທີ່ໄດ້ເສຍສະລະທັງເວລາ, ຊັບສິນ ແລະເຫື່ອແຮງເພື່ອສ້າງເຍົາວະຊົນລາວໃຫ້ສາມາດກ້າວໄປເປັນນັກກິລາເຕະບານອາຊີບລະດັບໂລກໄດ້ ເມື່ອເຕີບໃຫຍ່ຂຶ້ນມາ ໂດຍຈະສ້າງປະຫວັດການໃນວົງການເຕະບານຂອງລາວ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG