ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລະ​ເບີດ​ແຕກ​ສອງ​ຄັ້ງ​ໃນ ໂຊ​ມາ​ເລຍ ສັງ​ຫານ​ຢ່າງ​ໜ້ອຍ 15 ຄົນ


ແຜນ​ທີ່​ປະ​ເທດ ໂຊ​ມາ​ເລຍ ສະ​ແດງ​ໃຫ້​ເຫັນ ທີ່ຕັ້ງຂອງ​ ເມືອງ
ໄບ​ດົວ.
ແຜນ​ທີ່​ປະ​ເທດ ໂຊ​ມາ​ເລຍ ສະ​ແດງ​ໃຫ້​ເຫັນ ທີ່ຕັ້ງຂອງ​ ເມືອງ ໄບ​ດົວ.

ລະເບີດແຕກສອງຄັ້ງ ໃນເມືອງ ໄບດົວ ຂອງໂຊມາເລຍ ໄດ້ສັງຫານຜູ້ຄົນຢ່າງໜ້ອຍ
15 ຄົນ ແລະເຮັດໃຫ້ໄດ້ຮັບບາດເຈັບ ຫຼາຍກວ່າ 30 ຄົນ.

ທ່ານ ອູກາສ ຮາສຊານ ອັບດີ ລັດຖະມົນຕີຖະແຫຼງຂ່າວຂອງລັດຕາເວັນຕົກສຽງໃຕ້
ກ່າວວ່າ “ການໂຕມຕີດັ່ງກ່າວ ໄດ້ເຮັດຂຶ້ນໂດຍພວກມືລະເບີດສະຫຼະຊີບສອງຄົນ
ທີ່ໃສ່ສາຍແອວລະເບີດອ້ອມໂຕ.” ທ່ານກ່າວວ່າ ພວກເຈົ້າໜ້າທີ່ກຳລັງຕີລາຄາເບິ່ງ
ຕົວເລກຂອງການບາດເຈັບແລະລົ້ມຕາຍຢູ່ ໃນຂະນະນີ້.

ພວກ ອານຊາບັບ ຫົວຮຸນແຮງ ທີ່ເຊື່ອມໂຍງກັບກຸ່ມ ອາລໄກດາ ທີ່ໄດ້ຄວບຄຸມ ໄບດົວ
ມາ ຕັ້ງປີ 2009 ຫາປີ 2012 ທີ່ໄດ້ຖືກຂັບໄລ່ອອກໄປ ໂດຍກຳລັງຂອງລັດຖະບານ ທີ່
ໜູນຫຼັງໂດຍ ເອທິໂອເປຍ ໄດ້ອ້າງເອົາຄວາມຮັບຜິດຊອບ.

ຜູ້ລອດຊີວິດມາຜູ້ນຶ່ງ ໄດ້ບອກ ວີໂອເອ ພະແນກພາສາໂຊມາເລຍວ່າ ມືລະເບີດສະຫຼະ
ຊີບຜູ້ນຶ່ງ ໄດ້ແກວ່ງລູກລະເບີດມື ໃສ່ຮ້ານອາຫານ ທີ່ມີລູກຄ້າອັ່ງອໍແຫ່ງນຶ່ງ ສັງຫານຢ່າງ
ໜ້ອຍຫ້າຄົນ ແລະເຮັດໃຫ້ບາດເຈັບເຈັດຄົນ. ທ້າວ ເອເດິນ ນົວ ເວົ້າວ່າ “ຜູ້ຊາຍໜຸ່ມ
ຄົນນຶ່ງ ໄດ້ແລ່ນມາຫາພວກເຮົາ ຢ່າງຟ້າວຟັ່ງ ພ້ອມທັງໄດ້ແກວ່ງລະເບີດມື ໄປໃສ່ຮ້ານ
ອາຫານແຫ່ງນຶ່ງທີ່ເຕັມໄປດ້ວຍຝຸງຊົນ. ເຂົາໄດ້ຖືກຍິງ ກ່ອນທີ່ເຂົາຈະໄດ້ບີບຂະນວນ
ລະເບີດຂ້າຕົວເອງຕາຍ.

ອີກບໍ່ທໍ່ໃດນາທີຕໍ່ມາ ມືລະເບີດສະຫຼະຊີບອີກຜູ້ນຶ່ງກໍໄດ້ຂັບລົດແລ່ນເຂົ້າໄປໃນໂຮງແຮມ
ບີລານ ຢູ່ໄກ້ໆກັນນັ້ນ ສັງຫານຄົນອີກ ຢ່າງໜ້ອຍເຈັດຄົນ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG