ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອິນເດຍ ຈັບ 2 ຄົນແລ້ວ ໃນ​ຖານ​ ຂົ່ມຂືນ​ໝູ່ ນັກຂ່າວຍິງ​​ (ວິດີໂອ)


ເຈົ້າໜ້າທີ່ອິນເດຍ ພວມຄວບຄຸມຕົວ ຜູ້ຕ້ອງສົງໄສ ຊຶ່ງມີຜ້າດຳຄຸມຫົວ ໃນການຂົ່ມຂືນໝູ່ ນັກຂ່າວຊ່າງພາບ ທີ່ເມືອງມຸມໄບ (24 ສິງຫາ 2013)
ເຈົ້າໜ້າທີ່ອິນເດຍ ພວມຄວບຄຸມຕົວ ຜູ້ຕ້ອງສົງໄສ ຊຶ່ງມີຜ້າດຳຄຸມຫົວ ໃນການຂົ່ມຂືນໝູ່ ນັກຂ່າວຊ່າງພາບ ທີ່ເມືອງມຸມໄບ (24 ສິງຫາ 2013)
ເຈົ້າ​ໜ້າ​ຕໍາ​ຫລວດ​ອິນ​ເດຍກ່າວວ່າ ​ເຂົາ​ເຈົ້າ​ໄດ້​ຈັບ​ຜູ້​ຊາຍ​ສອງ​
ຄົນ ​ໃນ​ຖານ​ຂົ່ມຂືນ​ໝູ່ແກ່ ຜູ້ຍິງ​ທີ່​ເປັນນັກ​ຖ່າບຮູບ​ສື່​ມວນ​ຊົນ ​
ໃນນະຄອນ Mumbai.

ບັນດາ​ເ​ຈົ້າໜ້າ​ທີ່​ກ່າວ​ວ່າ ຜູ້​ຊາຍ​ຄົນ​ນຶ່ງ​ໄດ້​ຖືກ​ຈັບ​ໃນ​ວັນ​ສຸກ
​ວານ​ນີ້ ອີກ​ຄົນ​ນຶ່ງ​ໃນ​ວັນ​ເສົາ​ມື້​ນີ້. ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ​ເຂົາ​
ເຈົ້າ​ກໍາລັງ​ຊອກ​ຫາ​ອີກ​ສາມ​ຄົນ​ທີ່ເປັນ​ຜູ້​ຕ້ອງ​ສົງ​ໄສ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້​ຊາຍ​ຫ້າ​ຄົນ​ໄດ້​ທໍາ​ການ​ໂຈມ​ຕີ​ຜູ້ຍິງ
​ຄົນ​ນຶ່ງ ​ໃນ​ຂະນະ​ທີ່​ລາວ​ກໍາລັງ​ຖ່າຍ​ເອົາ​ຮູບ​ພາບ​ຂອງ​ໂຮງງານ​
ຕໍ່າ​ຜ້າ​ທີ່​ເປົ່າຫວ່າງ ​ພ້ອມ​ດ້ວຍ​ໝູ່​ຜູ້​ຊາຍ​ຂອງ​ລາວ​ຄົນ​ນຶ່​ງ. ນັກ
ຂ່າວ​ຜູ້​ຊາຍ​ໄດ້​ລາຍ​ງານ​ວ່າ​ຖືກ​ມັດ​ໄວ້ ​ໃນ​ຂະນະ​ທີ່​ຜູ້ຍິງ​ຖືກ​
ຂົ່ມ​ຂືນ.

ບັນດາ​ເຈົ້າ​ໜ້າ​ທີ່​ການ​ແພດ ກ່າວ​ວ່າ ຜູ້​ເຄາະ​ຮ້າຍ​ທີ່​ຖືກ​ຂົ່ມຂືນ​ໃນ​ວັນ​ພະຫັດ​ຜ່ານ​ມາ​ນັ້ນ ​ມີ​ອາຍຸຢູ່​ໃນ​ຕົ້ນ 20 ປີ ກໍາລັງ​ຢູ່​ໃນ​ໂຮງໝໍ​ດ້ວຍ​ອາການສະ​ມໍ​າ ສະ​ເໝີ.

ການ​ຂົ່ມຂືນ​ຢູ່​ນະຄອນ Mubai ​ໄດ້​ເຮັດ​ໃຫ້ເກີດຄວາມ​ຊົງ​ຈໍາທີ່​ຄ້າຍຄື​ກັນ​ກັບ​ການ​ກະທໍາ​
ຄວາມ​ຜິດ ຢູ່​ເທິ່ງລົດ​ເມ​ຕ້ານ​ຜູ້ຍິງ​ຄົນ​ນຶ່ງ​ໃນ​ເດືອນ​ທັນວາ ທີ່​ຜ່ານ​ມາ ຢູ່​ນະຄອນ New
Delhi ຊຶ່ງ​ຕໍ່​ມາ​ໄດ້​ເສຍ​ຊີ​ວິດ​ຈາກ​ການ​ໄດ້​ຮັບບາດ​ເຈັບຂອງ ການ​ຖືກໂຈ​ມຕີ.

ຫລັງ​ຈາກ​ການ​ໂຕມຕີ​ໃນ​ເດືອນ​ທັນວາ​ແລ້ວ​ນີ້ ​ໄດ້​ເຮັດ​ໃຫ້​ເກີດ​ການ​ປະ​ທ້ວງ​ທົ່ວ​ປະເທດ
ອິນ​ເດຍ ​ໄດ້​ຜ່ານ​ກົດໝາຍ​ເພີ້​ມ​ເຕີມ​ການ​ລົງ​ໂທດ​ຕໍ່ ຄວາມ​ຮຸນ​ແຮງ​ຕ້ານ​ຜູ​ຍິງ.

india
please wait
Embed

No media source currently available

0:00 0:00:50 0:00
XS
SM
MD
LG