ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທະ​ຫານ ອາ​ເມ​ຣິ​ກັນ 2 ຄົນ ແລະ​ອັງ​ກິດ ຄົນ​ນຶ່ງ ​ເສຍ​ຊີ​ວິດ ໃນ​ການ​ໂຈມ​ຕີ ດ້ວຍ​ຈະຫຼວດ ຢູ່​ໃນ​ຄ້າຍ ແຫ່ງ​ນຶ່ງ​ໃນ ​ອີ​ຣັກ


ຂະ​ບວນລົດ​ກອງ​ທັບ​ສະ​ຫະ​ລັດ ແລ່ນ​ໄປ​ຮອດ​ເມືອງ ບາ​ຣ​ດາ​ຣາ​ສ ໃນ​ເຂດ​ປົກ​ຄອງ​ໂດ​ຮຸກ ຢູ່ໃກ້​ເຂດ​​ຂອງຊາວ​ເຄີດ​ອີ​ຣັກ ອາ​ໄສ​ຢູ່ ຫຼັງ​ຈາກ​ທີ່​ຖອນ​ກຳ​ລັງ​ອອກ​ມາ​ຈາກ​ພາກ​ເໜືອ​ຂອງ​ຊີ​ເຣຍ ໃນ​ວັນ​ທີ 21 ຕຸ​ລາ 2019. (Photo by SAFIN HAMED / AFP)
ຂະ​ບວນລົດ​ກອງ​ທັບ​ສະ​ຫະ​ລັດ ແລ່ນ​ໄປ​ຮອດ​ເມືອງ ບາ​ຣ​ດາ​ຣາ​ສ ໃນ​ເຂດ​ປົກ​ຄອງ​ໂດ​ຮຸກ ຢູ່ໃກ້​ເຂດ​​ຂອງຊາວ​ເຄີດ​ອີ​ຣັກ ອາ​ໄສ​ຢູ່ ຫຼັງ​ຈາກ​ທີ່​ຖອນ​ກຳ​ລັງ​ອອກ​ມາ​ຈາກ​ພາກ​ເໜືອ​ຂອງ​ຊີ​ເຣຍ ໃນ​ວັນ​ທີ 21 ຕຸ​ລາ 2019. (Photo by SAFIN HAMED / AFP)

ທະ​ຫານ​ອາ​ເມ​ຣິ​ກັນສອງ​ຄົນ ແລະ​ອັງ​ກິດ​ຜູ້​ນຶ່ງ ໄດ້​ເສຍ​ຊີ​ວິດ ພ້ອມ​ທັງ​ສິບກວ່າ​ຄົນ​ໄດ້​ຮັບ​ບາດ​ເຈັບ ຫຼັງ​ຈາກ​ຈະ​ຫຼວດ​ລູກ​ນຶ່ງໄດ້​ຕົກລົງໃສ່​ຄ້າຍ​ຕາ​ຈີທີ່​ຕັ້ງ​ຢູ່​ທາງ​ເໜືອ​ຂອງ​ນະ​ຄອນ​ຫຼວງ​ແບັກ​ແດັດ ​ຊຶ່ງ​ເປັນ​ບ່ອນ​ທີ່​ກຳ​ລັງ​ຂອງ​ກຸ່ມ​ແນວ​ໂຮມ​ພັກເຊົາ​ຢູ່ນັ້ນ.

ອີງ​ຕາມ​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ແລະ​ອີ​ຣັກ​ແລ້ວ ການ​ໂຈມ​ຕີ​ດັ່ງ​ກ່າວ​ມີ​ຂຶ້ນ​ໃນ​ຕອນແລງ​ຂອງວັນ​ພຸດ​ວານນີ້ ໂດຍ​ພວກ​ຫົວ​ຮຸນ​ແຮງທີ່​ໃຊ້​ລົດ​ບັນ​ທຸກ​ດັດ​ແປງ​ໃຫ້​ເປັນ​ລົດ​ຍິງຈະ​ຫຼ​ວດ ໄດ້​ຍິງ​ຈະ​ຫຼວດ​ກາ​ຢຸດ​ຊາ 30 ລູກ ເຂົ້າ​ໃສ່​ຄ້າຍ​ຕາ​ຈີ ​ມີ​ແຕ່ 18 ລູກໄດ້​ຕົກ​ຖືກ​ຄ້າຍ​ດັ່ງ​ກ່າວ.

ໂຄ​ສົກ​ຂອງກອງ​ບັນ​ຊາ​ການ​ກຳ​ລັງ​ສ​ະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ຮ້ອຍ​ເອກ​ບິ​ລ ເອີ​ແບນ ໃຫ້​ການ​ຢືນ​ຢັນ​ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຂອງ​ທະ​ຫານ​ອາ​ເມ​ຣິກັນ​ສອງ​ຄົນ. ເຈົ້າ​ໜ້າ​ທີ່​ທະ​ຫານ​ຄົນ​ນຶ່ງ​ກ່າວ​ວ່າ ບຸກ​ຄົນ​ທີສາມ​ແມ່ນ​ມາ​ຈາກ​ປະເທດ​ອັງ​ກິດ.

ມີ​ຜູ້​ໄດ້​ຮັບ​ບາດ​ເຈັບ​ຫຼາຍກວ່າ 12 ຄົນ ຮວມ​ທັງ​ທະ​ຫານ​ອາ​ເມ​ຣິ​ກັນ​ແລະ​ທະ​ຫານ​ແນວ​ໂຮມ ແລະ​ກໍ​ມີ​ພະ​ນັກ​ງານ​ສັນ​ຍາ​ຈ້າງ​ຄົນ​ນຶ່ງ.

ເຈົ້າ​ໜ້າ​ທີ່ກອງ​ທັບ​ອີ​ຣັກ ຊຶ່ງ​ເປັນ​ເຈົ້າ​ໜ້າ​ທີ່​ຈຸ​ທຳ​ອິດ​ທີ່​ໄດ້​ເປີດ​ເຜີຍ​ໃຫ້​ຊາບ​ກ່ຽວກັບ​ການ​ໂຈມ​ຕີ​ດ້ວຍ​ຈະ​ຫຼວດ ​ໄດ້​ສົ່ງ​ຮູບ​ຜ່ານ​ທາງ​ທ​ວີດ​ເຕີ້ ແລະ​ລົດ​ບັນ​ທຸກ​ທີ່ຖືກ​ປະ​ຖິ້ມ​ໄວ້ ຊຶ່ງ​ເຂົາ​ເຈົ້າ​ກ່າວ​ວ່າ ພົບ​ເຫັນ​ຢູ່​ໃກ້ໆ​ຄ້າຍນັ້ນ.

ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ມາ​ຮອດ​ປັດ​ຈຸ​ບັນ​ນີ້ ຍັງ​ບໍ່​ໄດ້​ມີ​ການ​ຖິ້ມ​ໂທດ​ໃດໆ​ກ່ຽວ​ກັບ​ການ​ໂຈມ​ຕີ​ດັ່ງ​ກ່າວ ໂດຍ​ກ່າວ​ວ່າ ການ​ສືບ​ສວນ​ພວມ​ດຳ​ເນີນ​ຢູ່. ແຕ່​ເຈົ້າ​ໜ້າ​ທີ່ທະ​ຫານ​ຄົນ​ນຶ່ງ​ທີ່​ຂໍ​ສະ​ຫງວນ​ຊື່ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ສະ​ຫະ​ລັດ​ເຊື່ອ​ວ່າ ພວກທະຫານ​ບ້ານ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣ່ານ ​ທີ່​ຮູ້​ກັນ​ໃນ​ຊື່ ໜ່ວຍ​ລະ​ດົມ​ກຳ​ລັງມະ​ຫາ​ຊົນ ເປັນ​ຜູ້​ຮັບ​ຜິດ​ຊອບ.

ນີ້​ບໍ່​ແມ່ນ​ເທື່ອ​ທຳ​ອິດ ທີ່​ໄດ້​ຖືກ​ໂຈມ​ຕີ​ໂດຍ​ພວກ​ທະ​ຫານ​ບ້ານ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣ່ານທີ່​ແນ​ເປົ້າ​ໝາຍ​ໃສ່​ທະ​ຫານ​ສະ​ຫະ​ລັດ​ແລະ​ກຳ​ລັງ​ແນວ​ໂຮມ ແລະການ​ໂຈມ​ຕີ​ໃນ​ວັນ​ພຸດ​ວານນີ້ ອາດ​ເປັນ​ສັນ​ຍາ​ຂອງ​ການ​ເລີ້ມ​ຕົ້ນ ໃນ​ການ​ເປັນ​ປໍລະ​ປັກ​ກັນ​ຄືນ​ໃໝ່.

ໃນ​ເດືອນ​ທັນ​ວາ​ຜ່ານ​ມາ ການ​ໂຈມ​ຕີ​ທີ່​ຄ້າຍ​ຄື​ກັນ​ນີ້ ຂອງ​ກຸ່ມ​ທະ​ຫານ​ບ້ານ​ຄາ​ຕາ​ອີບ ເຮັ​ສ​ໂບ​ລ​ລາໄດ້​ສັງ​ຫານ​ພະ​ນັກ​ງາ​ນ​ສັນ​ຍາ​ຈ້າງ​ຂອ​ງ​ສະ​ຫະ​ລັດ​ຄົນ​ນຶ່ງທີ່​ຄ້າຍ​ທະ​ຫານ​ຕັ້ງ​ຢູ່​ໃກ້ໆ​ເມືອງ​ເກີ​ກຸກ ທີ່​ອຸ​ດົມ​ສົມ​ບູນ​ໄປ​ດ້ວຍ​ນ້ຳ​ມັນ​ຂອງ​ອີ​ຣັກ.


ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG