ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົ້ນພົບແລ້ວ 11 ສົບ, 150 ຄົນ ຍັງຫາບໍ່ພໍ້ ຈາກເຫດການອາຄານທີ່ຢູ່ອາໄສພັງ ໃນລັດຟລໍຣິດາ


ທີມງານຄົ້ນຫາ ຢູ່ຊາກຫັກພັງຂອງຕຶກອາຄານ ແຊມເພລນ ທາວເວີ້ ເຊົ້າທ໌ ເມື່ອວັນຈັນທີ 28 ມິຖຸນາ, ປີ 2021 ທີ່ເມືອງ ເຊີຟຊາຍ, ລັດຟລໍຣິດາ ຍັງມີຫລາຍຄົນທີ່ຍັງຫາບໍ່ພົບ ໃນເຫດຕຶກອາຄານພັກ ພັງໃນວັນພະຫັດ ທີ່ຜ່ານມາ (AP Photo/Lynne Sladky)
ທີມງານຄົ້ນຫາ ຢູ່ຊາກຫັກພັງຂອງຕຶກອາຄານ ແຊມເພລນ ທາວເວີ້ ເຊົ້າທ໌ ເມື່ອວັນຈັນທີ 28 ມິຖຸນາ, ປີ 2021 ທີ່ເມືອງ ເຊີຟຊາຍ, ລັດຟລໍຣິດາ ຍັງມີຫລາຍຄົນທີ່ຍັງຫາບໍ່ພົບ ໃນເຫດຕຶກອາຄານພັກ ພັງໃນວັນພະຫັດ ທີ່ຜ່ານມາ (AP Photo/Lynne Sladky)

ມີການພົບສົບ ເພີ້ມອີກສອງສົບຈາກຊາກຫັກພັງຂອງອາຄານ 12 ຊັ້ນແຄມທະເລ ເຊິ່ງໄດ້ພັງລົງມາບາງສ່ວນເມື່ອອາທິດທີ່ຜ່ານມາ ທີ່ເມືອງ ເຊີຟຊາຍ, ລັດຟລໍຣິດາໃກ້ກັບຫາດຊາຍໄມອາມີ, ອັນໄດ້ເຮັດໃຫ້ມີຍອດຜູ້ເສຍຊີວິດລວມ ໃນປັດຈຸບັນ ຢູ່ທີ່ 11 ຄົນແລ້ວ.

ມີປະມານ 150 ຄົນທີ່ຍັງຄົງສູນຫາຍ, ທ່ານນາງແດນນີລລາ ເລວີນ ຄາວາ (Daniella Levine Cava) ເຈົ້າເມືອງ ໄມອາມີ-ເດດ ໄດ້ປະກາດເມື່ອວັນຈັນວານນີ້.

ສ່ວນນຶ່ງຂອງອາຄານທີ່ມີອາພາຕເມັນ 55 ຫ້ອງໄດ້ພັງລົງມາໃນຕອນເຊົ້າກ່ອນແຈ້ງຂອງວັນພະຫັດອາທິດແລ້ວນີ້.

ທ່ານເລວີນ ຄາວາ ໄດ້ປະກາດໂຕເລກຂອງຜູ້ເສຍຊີວິດຫລ້າສຸດຢູ່ບໍລິເວນໃກ້ກັບບ່ອນທີ່ພັງລົງມາ. ເຈົ້າໜ້າທີ່ກູ້ໄພກ່າວວ່າ ຜູ້ເສຍຊີວິດໄດ້ຖືກຊ່ວຍອອກມາ ໃນຂະນະທີ່ທີມຄົ້ນຫາໄດ້ພາກັນຍ້າຍເສດຫິນອອກຈາກສິ່ງທີ່ພວກເຂົາຮ້ອງວ່າ ເປັນຂັ້ນຕອນທີ່ຊັກຊ້າໃນການຄົ້ນຫາຜູ້ທີ່ລອດຊີວິດ ເຊິ່ງເຈົ້າເມືອງໄດ້ເນັ້ນຢໍ້າວ່າ ຈໍານວນໂຕເລກ “ຍັງບໍ່ແນ່ນອນ” ແລະອາດຈະມີການປ່ຽນແປງ.

ຜູ້ຊ່ວຍຫົວໜ້າໜ່ວຍກູ້ໄພ ຂອງເຂດໄມອາມີ-ເດດ ທ່ານເຣ ຈາເດລລາ (Ray Jadallah) ເມື່ອຖືກຖາມວ່າ ເປັນຫຍັງຂັ້ນຕອນຈຶ່ງດໍາເນີນຊັກຊ້າແທ້ ທ່ານໄດ້ຕອບວ່າ ການຄົ້ນຫາ ຕາມຊາກຕຶກອາຄານທີ່ພັງ ບໍ່ແມ່ນແຕ່ການເຄື່ອນຍ້າຍແຜ່ນຫີນຂະໜາດໃຫຍ່ ແຕ່ຍັງຕ້ອງຜ່ານກ້ອນຫິນຂະໜາດນ້ອຍນໍາ ລາວກ່າວວ່າ ການຄົ້ນຫາສ່ວນໃຫຍ່ແມ່ນດໍາເນີນການດ້ວຍມື ແລະທຸກຄັ້ງທີ່ມີການເຄື່ອນຍ້າຍວັດຖຸເຫລົ່ານັ້ນ ວັດຖຸອື່ນໆກໍ່ຈະເຈື່ອນລົງມາແທນທີ່.

ທ້າວ ຈາເດລລາ ກ່າວວ່າ ຂັ້ນຕອນນີ້ຍັງເປັນອັນຕະລາຍນໍາອີກດ້ວຍ ເຊິ່ງລາວເວົ້າວ່າ ທີມຄົ້ນຫາ ແລະໜ່ວຍກູ້ໄພຄົນນຶ່ງ ໄດ້ຕົກລົງໄປໃນຊາກຫັກພັງທີ່ເລິກເຖິງ 7 ແມັດ ໃນວັນອາທິດແລ້ວນີ້. ເຊິ່ງຂະນະນີ້ທາງທີມຄົ້ນຫາໄດ້ຢູ່ໃນທີ່ເກີດເຫດມາເປັນເວລາຕໍ່ເນື່ອງກວ່າ 100 ຊົ່ວໂມງແລ້ວ.

ທ່ານເຈົ້າເມືອງໄດ້ກ່າວວ່າ ຂັ້ນຕອນໃນການຄົ້ນຫາເປັນຄໍາຖາມທີ່ທ່ານນາງໄດ້ຮັບຈາກຄອບຄົວຂອງຜູ້ຍັງຫາຍສາບສູນ. ທ່ານນາງກ່ວາວ່າ ບັນດາສະມາຊິກໃນຄອບຄົວ ແລະຄົນທີ່ຮັກທັງຫລາຍ ຖືກພາໄປຍັງສະຖານທີ່ເກີດເຫດ ເພື່ອສັງເກດການດໍາເນີນງານ. ບັນດາທີມຄົ້ນຫາຍັງໄດ້ໃຊ້ໝາກູ້ໄພ ແລະເຄື່ອງໂຊນາ ເພື່ອຊ່ວຍໃນການຄົ້ນຫາຜູ້ລອດຊີວິດ ທີ່ເປັນໄປໄດ້ ເຊິ່ງອາໄສຢູ່ຕຶກກ້ຳໃຕ້ຂອງອາຄານ ແຊມເພລນ ທາວເວີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG