ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ອະ​ດີດ​ເຈົ້າ​ໜ້າ​ທີ່ ທຳ​ນຽບ​ຂາວ ຖືກ​ໝາຍເກາະຂອງ​ສານ ຮຽກ​ໂຕ ຕື່​ມ​ອີກ​ສອງ​ຄົນ


ປ້າຍສະ​ແດງ​ໃຫ້​ເຫັນ​ຊື່​ຂອງ​ອະ​ດີດ​ທີ່​ປຶກ​ສາ​ທຳ​ນຽບ​ຂາວ ທ່ານ ດອນ ແມັກ​ແກນ, ຜູ້​ທີ່ບໍ່​ໄດ້​ໄປ​ປາ​ກົດ​ຕົວ​ໃນ​ການ​ໃຫ້​ປາກ​ຄຳ​ຕໍ່​ຄະ​ນະ​ກຳ​ມະ​ການ ຕຸ​ລາ​ການ ສະ​ພາ​ຕ່ຳ, ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 21 ພຶດ​ສະ​ພາ, 2019.
ປ້າຍສະ​ແດງ​ໃຫ້​ເຫັນ​ຊື່​ຂອງ​ອະ​ດີດ​ທີ່​ປຶກ​ສາ​ທຳ​ນຽບ​ຂາວ ທ່ານ ດອນ ແມັກ​ແກນ, ຜູ້​ທີ່ບໍ່​ໄດ້​ໄປ​ປາ​ກົດ​ຕົວ​ໃນ​ການ​ໃຫ້​ປາກ​ຄຳ​ຕໍ່​ຄະ​ນະ​ກຳ​ມະ​ການ ຕຸ​ລາ​ການ ສະ​ພາ​ຕ່ຳ, ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 21 ພຶດ​ສະ​ພາ, 2019.

ຄະ​ນະ​ກຳ​ມະ​ການ ຕຸ​ລາ​ການ​ສະ​ພາ​ຕ່ຳ ໄດ້​ອອກ​ໝາຍ​ສານ​ຮຽກ​ຕົວອະ​ດີດ​ເຈົ້າ​ໜ້າ​ທີ່
ທຳນຽບຂາວສອງຄົນເພີ່ມເຕີມ ຫຼັງຈາກອະດີດທີ່ປຶກສາທຳນຽບຂາວ ທ່ານ ດໍໂນລ
ແມັກແກນ ບໍ່ຍອມຮັບຮູ້ໝາຍສານ ເພື່ອໄປໃຫ້ປາກຄຳ ກ່ຽວກັບ ການກ່າວຫາທີ່ວ່າ
ປະທານາທິບໍດີ ດໍໂນລ ທຣຳ ໄດ້ຂັດຂວາງຂະບວນການຍຸຕິທຳ.

ປະ​ທານຄະ​ນະ​ກຳ​ມະ​ການ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ເຈີ​ໂຣ​ລ ແນດ​ເລີ ໄດ້​ກ່າວ​ວ່າ
ຄະນະກຳມະການຢາກໄດ້ຍິນຈາກອະດີດຜູ້ອຳນວຍການ ການສື່ສານ ທ່ານນາງ ໂຮບ
ຮິກສ໌ ແລະ ອະດີດຫົວໜ້າທີ່ປຶກສາຂອງທ່ານ ແມັກແກນ, ທ່ານນາງ ແອນນີ ດໍໂນລສັນ.

ເຂົາ​ເຈົ້າ​ໄດ້​ຖືກ​ສັ່ງ​ໃຫ້​ສະ​ໜອງ​ເອ​ກະ​ສານ ແລະ ຖືກ​ເອີ້ນ​ໃຫ້​ໄປ​ປາ​ກົດ​ຕົວ​ຕໍ່​ບັນ​ດາ​ສະ​
ມາຊິກສະພາໃນເດືອນໜ້າ.

ບໍ່​ດົນ​ຫຼັງ​ຈາກ​ໄດ້​ລາ​ອອກ​ໃນ​ເດືອນ​ມີ​ນາ ປີ 218 ແລ້ວ ທ່ານ​ນາງ ຮິກ​ສ໌ ກໍ​ໄດ້​ກ່າວ​ຕໍ່​ຄະ
ນະກຳມະການສືບລັບສະພາຕ່ຳວ່າ ບາງຄັ້ງ ທ່ານນາງກໍໄດ້ “ຕົວະ” ເລັກໆນ້ອຍໆ ໃຫ້
ແກ່ທ່ານທຣຳ.

ໃນ​ຖາ​ນະ​ເປັນຮອງ​ຂອງ​ທ່ານ ແມັກ​ແກນ ນັ້ນ, ທ່ານ​ນາງ ດໍ​ໂນ​ລ​ສັນ ເຊື່ອ​ວ່າ​ມີເອ​ກະ​
ສານຫຼາຍໃບ ທີ່ກ່ຽວຂ້ອງກັບທ່ານ ທຣຳ ແລະ ປະຕິກິລິຍາຂອງທ່ານ ກັບການສືບ
ສວນສອບສວນຂອງທ່ານ ມັລເລີ.

ໃນ​ຂະ​ນະ​ດຽວ​ກັນ, ທ່ານ ແນດ​ເລີ ໄດ້​ຂົ່ມ​ຂູ່​ວ່າ​ຈະ​ຕັ້ງ​ຂໍ້​ຫາ​ການ​ຂັດ​ຂວາງ ​ການ​ດຳ​ເນີນ
ການຂອງສະພາຕ່ຳຕໍ່ທ່ານ ແມັກແກນ ສຳລັບການປະຕິເສດທີ່ຈະໃຫ້ປາກຄຳໃນວັນ
ອັງຄານວານນີ້, ຫຼັງຈາກທ່ານ ທຣຳ ໄດ້ບອກໃຫ້ທ່ານ ບໍ່ຮັບຮູ້ການຮຽກຕົວ ແລະ ກະ
ຊວງຍຸຕິທຳໄດ້ກ່າວວ່າ ທ່ານບໍ່ສາມາດຖືກບັງຄັບໃຫ້ໄປປາກົດຕົວໄດ້.

ທ່ານ ແນດ​ເລີ ໄດ້​ກ່າວ​ໃນ​ຂະ​ນະ​ທີ່​ທ່ານ​ໄດ້​ນັ່ງ​ພຽງ​ບໍ່​ເທົ່າ​ໃດ​ແມັດ ​ຫ່າງ​ຈາກ​ຕັ່ງ​ສັກ​ຂີ​
ພິຍານ ທີ່ເປົ່າຫວ່າງ ຂອງທ່ານ ແມັກແກນ ນັ້ນວ່າ, “ໝາຍຮຽກຕົວຂອງພວກເຮົາບໍ່
ໄດ້ໝາຍຄວາມວ່າມັນບໍ່ຈຳເປັນ. ອະນຸຍາດໃຫ້ຂ້າພະເຈົ້າອະທິບາຍ ຄະນະກຳມະ
ການນີ້ ຈະຟັງການໃຫ້ປາກຄຳຂອງທ່ານ ແມັກແກນ ແມ່ນກະທັ້ງທີ່ພວກເຮົາຕ້ອງໄປ
ສານ ເພື່ອໃຫ້ໄດ້ຟັງ. ພວກເຮົາຈະບໍ່ອະນຸຍາດໃຫ້ປະທານາທິບໍດີ ຢຸດການສືບສວນ
ສອບສວນ ຂອງຄະນະກຳມະການນີ້.”

ທ່ານ ແນດ​ເລີ ໄດ້​ກ່າວ​ວ່າ ການ​ໃຫ້​ປາກ​ຄຳ​ຂອງ​ທ່ານ ແມັກ​ແກນ ແມ່ນ​ສຳ​ຄັນຫຼາຍ
ຫຼັງຈາກລາຍງານຂອງທ່ານ ມັລເລີ ໄດ້ບັນລະຍາຍວ່າ ທ່ານ ທຣຳ ໄດ້ສັ່ງໃຫ້ທ່ານ
ແມັກແກນ ກຳຈັດທ່ານ ມັລເລີ ແລ້ວຕົວະ ກ່ຽວກັບ ເລື່ອງນີ້​ຕໍ່​ສື່ມ​ວນ​ຊົນ. ທ່ານ ແມັກ
ແກນ ໄດ້ປະຕິເສດທີ່ຈະດຳເນີນຕາມຄຳສັ່ງຂອງທ່ານ ທ​ຣຳ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG