ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​​​​​​​​​​ທວິຕເຕີ ເລີ່ມໃຊ້ກົດລະບຽບ ທີ່ຈະກັ່ນກອງ ຄວາມເຫັນທີ່ໃຊ້ພາສາ ໃນແງ່ກຽດຊັງ ແລະ ກ່າວຮ້າຍ


​​​​​​​​​​ທຣິຕເຕີ ເອບ ທີ່ເຫັນໃນ ໂທລະສັບມືຖື ໃນຟິລາແດລເຟຍ.
​​​​​​​​​​ທຣິຕເຕີ ເອບ ທີ່ເຫັນໃນ ໂທລະສັບມືຖື ໃນຟິລາແດລເຟຍ.

ທວິຕເຕີ (Twitter) ໄດ້ເລີ່ມອອກກົດລະບຽບໃໝ່ ທີ່ມີຈຸດປະສົງ ທີ່ຈະກັ່ນກອງຄວາມເຫັນ
ຕ່າງໆ ທີ່ເປັນພາສາໃນທຳນອງທີ່ສະແດງອອກ ຊຶ່ງຄວາມ “ກຽດຊັງແລະກ່າວຮ້າຍ” ທາງດ້ານສື່ສັງຄົມ ທີ່ຮວມທັງ ແມເຊັນເຈີ ຫຼືສະໜັບສະໜຸນ ຫຼືບໍ່ ກໍກ່າວຍົກຍ້ອງຊື່ນຊົມ
ຄວາມຮຸນແຮງ.

ແວບໄຊຕ໌ສື່ສັງຄົມທີ່ເປັນທີ່ນິຍົມ ໄດ້ຍົກເລີກ ບັນຊີທັງຫຼາຍຂອງກຸ່ມຫົວຈັດ ທີ່ເອີ້ນວ່າ
ບຣີຕັນ ເຟຣີດ (Britain First) ຊຶ່ງໄດ້ນຳອອກເຜີຍແຜ່ພາບວີດີໂອ ທີ່ສະແດງອອກ
ເຖິງຄວາມຮຸນແຮງຂອງພວກມຸສລິມທີ່ທຳການທໍລະມານນັ້ນ.

ບັນຊີຂອງສ່ວນບຸກຄົນຂອງພວກຜູ້ນຳ ສອງຄົນ ແມ່ນທ້າວ ເຈດາ ແຟຣນເຊັນ (Jayda Fransen) ພອລ ໂກລ໌ດິງ (Paul Golding) ກໍໄດ້ຖືກປິດລົງ.

ໃນເດືອນແລ້ວນີ້ ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ນຳເອົາພາບວີດີໂອ
ຈາກບັນຊີທ້າວ ແຟຣນເຊນ 3 ອັນ ອອກມາສາຍໃໝ່ ກ່ຽວກັບການທໍລະມານທີ່ຮຸນ
ແຮງຂອງພວກມຸສລິມ. ຂໍ້ຄວາມທີ່ຂຽນລົງໄປນັ້ນ ແມ່ນຊັກຈູງໃຫ້ສະມາຊິກສະພາສູງ
ສະຫະລັດ ແລະອັງກິດ ໃຫ້ປາກເວົ້າອອກມາ ຕໍ່ຕ້ານທ່ານທຣຳ ແລະກຸ່ມບຣີຕັນ ເຟຣີດ ຮ່ວມກັບສະມາຊິກສະພາອັງກິດ ຮຽກຮ້ອງໃຫ້ຍົກເລີກການຢ້ຽມຢາມປະເທດອັງກິດ
ຂອງທ່ານ.

ຫຼັງຈາກການປະຕິເສດຂອງ ເນເທີແລນ (Netherlands) ຕໍ່ວີດີໂອ ທີ່ທ່ານທຣຳ ໄດ້ນຳ
ເອົາພາບອອກມາລົງຕື່ມແລ້ວ, ທຳນຽບຂາວ ກໍໄດ້ປົກປ້ອງຕໍ່ການເອົາບາດກ້າວ
ຂອງທ່ານທຣຳ ໂດຍກ່າວວ່າ “ມັນບໍ່ເປັນຫຍັງດອກ” ຖ້າຫາກວ່າ ພາບວີດີໂອນັ້ນ
ແມ່ນຄວາມຈິງ ຫຼືບໍ່ນັ້ນ ຍ້ອນວ່າ “ຂໍ້ຄວາມທີ່ຂຽນລົງໃນທຣິຕເຕີນັ້ນ ແມ່ນຄວາມຈິງ.”
ທຣິຕເຕີ ໄດ້ຖືກຕິຕຽນໃນການທີ່ໄດ້ເປັນ “ຜູ້ກວດກາ” ສະຖານະທີ່ພົວພັນກັບກຸ່ມຂວາ
ຈັດ ແລະ ກຸ່ມ ນິໂອ-ນາຊີ.

ໃນວັນຈັນວານນີ້ ບໍລິສັດດັ່ງກ່າວ ໄດ້ພິມເຜີຍແຜ່ ຂໍ້ຄວາມໃນ ບລອຄ ທີ່ວ່າຕົນຈະເລີ່ມ
ໃຊ້ກົດລະບຽບການທີ່ໄດ້ມີຈຸດປະສົງທີ່ຈະຫຼຸດຜ່ອນຂໍ້ຄວາມທີ່ໃຊ້ຄຳເວົ້າທີ່ “ກຽດຊັງ
ແລະກ່າວຮ້າຍ”
ລົງ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG