ຫຼາຍກວ່າເຄິ່ງນຶ່ງຂອງຜູ້ໃຊ້ທວິດເຕີ 17 ລ້ານ 5 ແສນຄົນ ຜູ້ທີ່ໄດ້ຕອບຕໍ່ການຢັ່ງຫາງສຽງທີ່ຖາມວ່າມະຫາເສດຖີພັນລ້ານ ທ່ານ ອີລອນ ມັສຄ໌ ຄວນລົງຈາກຕຳແໜ່ງຫົວໜ້າຂອງບໍລິສັດ ທວິດເຕີ ຫຼືບໍ່ນັ້ນໄດ້ລົງຄະແນນສຽງວ່າເຫັນດີ ເວລາທີ່ການຢັ່ງຫາງສຽງໄດ້ປິດ ໃນວັນຈັນວານນີ້.
ມັນບໍ່ໄດ້ມີການປະກາດໃນທັນທີຈາກບໍລິສັດ ທວິດເຕີ ຫຼື ທ່ານ ມັສຄ໌, ກ່ຽວກັບວ່າ ມັນຈະເກີດຂຶ້ນຫຼືບໍ່, ເຖິງແມ່ນທ່ານໄດ້ກ່າວວ່າ ທ່ານຈະປະຕິບັດຕາມຜົນທີ່ອອກມາກໍ່ຕາມ.
ທ່ານ ມັສຄ໌ ໄດ້ໂຕ້ຖຽງກັບຜູ້ໃຊ້ບາງຄົນໃນຫຼາຍດ້ານ ແລະ ໃນວັນອາທິດທີ່ຜ່ານມາ, ທ່ານໄດ້ຖາມຜູ້ໃຊ້ທວິດເຕີທັງຫຼາຍໃຫ້ຕັດສິນວ່າທ່ານຄວນຢູ່ເປັນຜູ້ຄວບຄຸມບໍລິສັດສື່ສັງຄົມນັ້ນຫຼືບໍ່ຫຼັງຈາກໄດ້ຍອມຮັບວ່າທ່ານໄດ້ທຳຄວາມຜິດພາດໃນການເປີດມາດຕະການຫ້າມການປາກເວົ້າໃໝ່ ທີ່ຫ້າມການເວົ້າເຖິງເວັບໄຊ້ຄູ່ແຂ່ງສື່ສັງຄົມ.
ແລະໃນການປ່ຽນແປງນະໂຍບາຍທີ່ສຳຄັນອີກອັນນຶ່ງນັ້ນ, ທວິດເຕີໄດ້ປະກາດວ່າຜູ້ໃຊ້ທັງຫຼາຍຈະບໍ່ສາມາດເຊື່ອມຕໍ່ Facebook, Instagram, Mastodon ແລ ສື່ສັງຄົມອື່ນໆທີ່ບໍລິສັດໄດ້ອະທິບາຍວ່າ “ຕ້ອງຫ້າມ.”
ແຕ່ການຕັດສິນໃຈນັ້ນໄດ້ກໍ່ໃຫ້ເກີດການຕຳໜິວິຈານໃນທັນທີ, ລວມທັງຜູ້ປ້ອງກັນເຈົ້າໜ້າບໍລິສັດທວິດເຕີມະຫາເສດຖີພັນລ້ານຄົນໃໝ່, ທີ່ທ່ານ ມັສຄ໌ ໄດ້ສັນຍາວ່າຈະບໍ່ທຳການປ່ຽນແປງນະໂຍບາຍທີ່ສຳຄັນອີກ ໂດຍປາສະຈາກການສຳຫຼວດຂອງຜູ້ໃຊ້ອອນໄລນ໌.
ການດຳເນີນການເພື່ອກີດກັ້ນຄູ່ແຂ່ງແມ່ນການພະຍາຍາມຄັ້ງຫຼ້າສຸດຂອງທ່ານ ມັສຄ໌ ເພື່ອປາບປາມການປາກເວົ້າບາງຢ່າງ ຫຼັງຈາກທ່ານໄດ້ປິດບັນຊີທວິດເຕີທີ່ຕິດຕາມຖ້ຽວບິນຂອງເຮືອບິນສ່ວນຕົວຂອງທ່ານ ໃນອາທິດທີ່ຜ່ານມາ.
ສື່ສັງຄົມທີ່ຖືກຫ້າມ ລວມມີເວັບໄຊ້ທີ່ສຳຄັນ ເຊັ່ນ Facebook ແລະ Instagram, ແລະ ຄູ່ແຂ່ງທີ່ປາກົດຕົວຂຶ້ນມາໃໝ່ຄື Mastodon, Tribel, Nostr, Post ແລະສື່ສັງຄົມ Truth ຂອງອະດີດປະທານາທິບໍດີ ດໍໂນລ ທຣຳ. ທວິດເຕີ ບໍ່ໄດ້ໃຫ້ການອະທິບາຍໃດໆສຳລັບວ່າເປັນເຂົາເຈົ້າຈຶ່ງໄດ້ຂຶ້ນບັນຊີດຳ ສື່ສັງຄົມທີ່ລວມມີ 7 ເວັບໄຊ້ ທີ່ວ່ານັ້ນ ແຕ່ບໍ່ແມ່ນເວັບໄຊ້ອື່ນຄື Parler, TikTok ຫຼື LinkedIn.