ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

​3 ຄົນ​​​​ເສຍ​ຊີວິດ ໃນເຫດລະ​ເບີດ ສອງ​ຄັ້ງ ຢູ່ເຄັນ​ຢາ (ວີດີໂອ)


ແຜນທີ່ ເມືອງທ່າ Mombasa ໃນປະເທດ ເຄັນຢາ.
ແຜນທີ່ ເມືອງທ່າ Mombasa ໃນປະເທດ ເຄັນຢາ.
ມີຢ່າງ​ນ້ອຍ ​3 ຄົນເສຍ​ຊີວິດ ​ໃນ​ວັນ​ເສົາວານ​ນີ້ ຫຼັງຈາກເກີດ
​ເຫດລະ​ເບີດ ຢ່າງສະ​ນັ່ນຫວັ່ນ​ໄຫວ ສອງ​ຄັ້ງ ຢູ່ເມືອງທ່າ​
Mombasa ຂອງ​ເຄັນ​ຢາ .

​ເຈົ້າໜ້າ​ທີ່​ສືບສວນ​ສອບ​ສວນ ກ່າວ​ວ່າ ມີວັດຖຸລະ​ເບີດອັນ​ນຶ່ງ
​ແຕກ​ຂຶ້ນ ຢູ່​ໃກ້​ກັບ​ບ່ອນລົດເມຈອດ ຊຶ່ງ​ເຮັດ​ໃຫ້ 3 ຄົນ​ເສຍ​
ຊີວິດ​ທັນທີ ​ແລະ ອີກຫຼາຍຄົນ​ໄດ້​ຮັບ​ບາດ​ເຈັບ.

ລະ​ເບີ​ດ​ໜ່ວຍ​ທີ​ສອງ ​ໄດ້​ແຕກ​ຂຶ້ນ​ ໃກ້ໆ​ກັບ​ໂຮງ​ແຮມ​ແຄມ​
ຊາຍ​ຫາດ ​ແຫ່ງນຶ່ງ. ບໍ່ມີ​ລາຍ​ງານ​ວ່າ ມີ​ໃຜ​ໄດ້ຮັບ​ບາດ​ເຈັບ​.

ບໍ່​ມີ​ກຸ່ມ​ໃດ​ອອກ​ມາ​ອ້າງ​ຄວາມ​ຮັບຜິດຊອບ​ໃນທັນ​ທີ່ນີ້​ເທື່ອ ​ຫາກ​ແຕ່​ວ່າ​ ປະ​ເທດດັ່ງກ່າວ
​ໄດ້​ຖືກ​ໂຈມ​ຕີເປັນ​ໄລຍະມາ​ແລ້ວຫຼາຍຄັ້ງ ຕັ້ງ​ແຕ່​ປີ 2011 ມາ ​ເວລາ​ເຄັນ​ຢາ ​ສົ່ງ​ກຳລັງ​
ທະຫານ ​ໄປ​ປະ​ເທດໂຊມາ​ເລຍ ​ເພື່ອ​ຊ່ອຍ​ເຫຼືອປະ​ເທດ​ດັ່ງກ່າວ ​ຕໍ່ສູ້​ກັບກຸ່ມ​ຫົວ​ຮຸນແຮງ
al-Shabab.

​ໃນ​ເດືອນເມສາ ທີ່ຜ່ານ​ມາ ​ໄດ້ມີລະ​ເບີດ​ແຕກ ຢູ່​ນອກ​ປ້ອມ​ຕຳຫຼວດ​ແຫ່ງ​ນຶ່ງ ໃນນະຄອນຫລວງ Nairobi ທີ່​ສັງຫານ 4 ຄົນ.
KENYA EXPLOSIONS VO
please wait
Embed

No media source currently available

0:00 0:00:34 0:00
XS
SM
MD
LG