ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

34 ຄົນ ເສຍຊີວິດ ຍ້ອນເຫດ​ລະ​ເບີດ​ ຢູ່​ຊີ​ເຣຍ (ສະໄລດ໌)


ພະນັກງານດັບໄຟ ກໍາລັງດັບໄຟທີ່ກໍາລັງເຜົາໄໝ້ລົດ
ພະນັກງານດັບໄຟ ກໍາລັງດັບໄຟທີ່ກໍາລັງເຜົາໄໝ້ລົດ
ເຫດ​ລະ​ເບີດ​ແຕກ​ຈາກ​ລົດສອງ​ຄັນ​ພ້ອມໆ​ກັນ ​ໃນເຂດ​ຊານ​ເມືອງຂອງນະຄອນຫຼວງ Damascus ຂອງ​ຊີ​ເຣຍ ​ໄດ້​ສັງຫານຢ່າງໜ້ອຍ ​34 ຄົນ.

ບັນດາ​ນັກ​ເຄື່ອນ​ໄຫວ​ກ່າວ​ວ່າ ​ເຫດ​ລະ​ເບີດ​ສອງ​ບັ້ນ​ຕິດໆ​ກັນດັ່ງກ່າວ​ເມື່ອ ວັນ​ພຸດ​ມື້​ນີ້ ​ແມ່ນ​ໄດ້​ແນ​ເປົ້າ​ ໂຈມ​ຕີຄຸ້ມ​ Jermana ທີ່ຕັ້ງຢູ່​ໃນ​ເຂດຊານ​ເມືອງຂອງ​ນະຄອນຫຼວງ​ດາ​ມັສກັສ ທີ່​ມີຊາວ​ຄຣີສຕຽນ​ແລະ​ຊາວ Druse ອາໄສ​ຢູ່​ເປັນ​ສ່ວນ​ໃຫຍ່​ນັ້ນ. ລາຍ​ງານ​ຂ່າວ​ໂທລະ​ພາບ​ສະ​ແດງ​ໃຫ້​ເຫັນ ວ່າ ພວກ​ພະນັກງານ​ດັບໄຟ ​ໄດ້​ສີດ​ນໍ້າ​ມອດ​ໄຟ ທີ່​ກໍາ​ລັງ​ໄໝ້​ລົດຫຼາຍໆ ຄົນ. ຊາກຫັກ​ພັງ​ຈາກ​ແຮງ​ລະ​ເບີດກໍຢາຍ​ຊະຊາຍຢູ່​ຕາມຖະໜົນ​ຫົນທາງ.

ອົງການ​ຂ່າວ SANA ຂອງ​ທາງ​ການ​ຊີ​ເຣຍ ​ເອີ້ນການ​ໂຈມ​ຕີ​ດັ່ງກ່າວ​ນີ້ວ່າ ​ເປັນ​ນໍ້າມື​ຂອງ​ພວກ​ກໍ່​ການ​ຮ້າຍ.

ກຸ່ມ​ສິ້ງ​ຊອມສິດທິ​ມະນຸດ​ຂອງ​ຊີ​ເຣຍ ​ເວົ້າ​ວ່າ ​ເຫດການ​ຄວາມ​ຮຸນ​ແຮງ​ຢູ່ ທົ່ວ​ປະ​ເທດ​ໄດ້​ສັງ ຫານ​ຜູ້ຄົນ​ໄປ​ແລ້ວຫຼາຍກວ່າ 40,000 ຄົນ ນັບ​ຕັ້ງແຕ່ໄດ້​ມີການ​ລຸກ​ຮື​ຕໍ່ຕ້ານ​ປະທານາທິບໍດີ ຊີ​ເຣຍ ທ່ານ Bashar al-Assad ທີ່​ເລີ່​ມຂຶ້ນ​ໃນ​ເດືອນ​ມີນາ​ປີ​ແ​ລ້ວ​ນັ້ນ.

XS
SM
MD
LG