ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ມີຢ່າງນ້ອຍ 118 ເສຍຊີວິດ ເຫດລະ​ເບີດ ​ໃນໄນເຈີເຣຍ (​ສະ​ໄລ​ດ໌/ວີດີໂອ)


Nigerria Explosions 1st UPD
please wait

No media source currently available

0:00 0:00:57 0:00
ບັນດາ​ເຈົ້າ​ໜ້າ​ທີ່​ໄນເຈີ​ເຣຍ ກ່າວ​ວ່າ ​ຕົນໄດ້​ພົບ​ເຫັນ 118 ສົບ
ຈາກ​ສະຖານ​ທີ່​ ທີ່ມີການໂຈມຕີດ້ວຍ​ລະ​ເບີດສອງຄັ້ງຊ້ອນ ​ໃນຍ່ານທຸລະກິດການຄ້າທີ່ແອອັດໄປດ້ວຍ​ຝູງ​ຊົນ ຢູ່​ໃນ​ເຂດ
ໃຈ​ກາງ​ເມືອງ Jos.

ເຫດລະ​ເບີດ ທີ່​ໄດ້ເກີດ​ຂຶ້ນ ​ໃນ​ວັນ​ອັງຄານ​ວານ​ນີ້ ​ໃນ​ບໍລິເວນ
ຕະຫຼາດທີ່​ແອອັດໄປດ້ວຍ​ຜູ້​ຄົນ​ນັ້ນ ​ໄດ້​ເຮັດ​ໃຫ້​ຕຶກ​ອາຄານ
​ຫຼາຍ​ຫຼັງ ພັງ​ລົງ​ມາ ​ແລະ​ພາ​ໃຫ້ເກີດໄຟ​ໄໝ້ ທີ່​ຍັງລຸກ​ເຜົາ ​ໄໝ້
ອີກ​ຫຼາຍ​ຊົ່ວ​ໂມງ​ຕໍ່​ມາ. ເຈົ້າໜ້າທີ່​ຄາດ​ວ່າຈະ​ພົບ​ເຫັນຊາກສົບ
​ພວກທີ່ເສຍຊີວິດ​ຕື່ມອີກ.

ປະທາ​ນາທີ​ບໍດີໄນເຈີ​ເຣຍ ທ່ານ Goodluck Jonathan ​ເອີ້ນ​ການໂຈມຕີດ້ວຍລະເບີດ​
ດັ່ງກ່າວ​ນີ້ວ່າ “ໂຫດຮ້າຍປ່າ​ເຖື່ອນ​ແລະ​ຊົ່ວຊ້າສາມານ”​ ແລະ​ເວົ້າວ່າ ທ່ານ​ໄດ້ໝາຍ
ໝັ້ນ ຕັ້ງ​ໃຈຢ່າງເຕັມທີ່ ທີ່ຈະເອົາ​ຊະນະ​ສົງຄາມ​ຕໍ່ຕ້ານ​ພວກ​ກໍ່​ການຮ້າຍ.

ຍັງ​ບໍ່​ທັນ​ມີ​ກຸ່ມ​ໃດ ​ອ້າງ​ເອົາ​ຄວາມ​ຮັບຜິດຊອບໃນ​ການໂຈມຕີ​ຄັ້ງ​ນີ້​ເທື່ອ ​ແຕ່​ກໍມີການ​ສົງ​ໄສ​ໃນທັນທີວ່າ​ ເປັນນ້ຳມືຂອງ​ Boko Haram ກຸ່ມສາສະໜາ​ອີສລາມຫົວຮຸນ​ແຮງ ທີ່​ມີການ ຖິ້ມໂທດໃສ່ວ່າ ເປັນຜູ້ຮັບຜິດຊອບກ່ຽວກັບການເສຍຊີວິດຂອງຫລາຍພັນຄົນ ໃນຂະນະ
ທີ່ ກຸ່ມດັ່ງກ່າວພະຍາຍາມຈະສ້າງຕັ້ງລັດທີ່ນັບຖືສາສະໜາອິສລາມຂຶ້ນໃນພາກເໜືອ
ຂອງໄນເຈີເຣຍ.

ນອກນັ້ນ ກຸ່ມ​ Boko Haram ຍັງ​ເປັນ​ຜູ້​ຢູ່​ເບື້ອງ​ຫຼັງ ການ​ລັກ​ພາ​ຕົວ​ຂອງ​ພວກ​ເດັກນ້ອຍ​ນັກຮຽນ​ແມ່ຍິງເກືອບ 300 ຄົນ​ ຈາກບ້ານທີ່ສອກຫລີກຫ່າງໄກແຫ່ງນຶ່ງ​ ໃນລັດ Borno.

ພວກສະມາຊິກ​ສະພາໄນເຈີ​ເຣຍ​ໄດ້​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ອັງຄານ​ວານນີ້​ເພື່ອ​ຕໍ່ອາຍຸ
ການ​ ປະກາດພາວະສຸກ​ເສີນໃຫ້​ເປັນ 6 ​ເດືອນໃນເຂດພາກ​ຕາ​ເວັນ​ອອກສຽງເໜືອ
ຂອງປະເທດ ບ່ອນ​ທີ່ກຸ່ມ Boko Haram ຍັງປະຕິບັດ​ງານ​ຢ່າງແຂງຂັນ​ນັ້ນ.
XS
SM
MD
LG