ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

20 ຄົ​ນ​ເສຍ​ຊີ​ວິດ, 81 ບາດ​ເຈັບ ໃນ​ເຫດ​ລະເບີດ​ແຕກ ຢູ່​ໂບດ​ພະ​ວິ​ຫານ​ ຟີ​ລິບ​ປິນ


ທະ​ຫານ​ຄົນ​ນຶ່ງ​ເບິ່ງ​ພາຍ​ໃນ​ໂບດ​ພະ​ວິ​ຫານ ໂ​ຣ​ມັນ​ກາ​ໂຕ​ລິກ ໃນ​ເມືອງ ໂຈ​ໂລ, ເມືອງຫຼວງ​ຂອງແຂ​ວງ ຊູ​ລູ, ຟີ​ລິ​ປິນ. 27 ມັງ​ກອນ, 2019.
ທະ​ຫານ​ຄົນ​ນຶ່ງ​ເບິ່ງ​ພາຍ​ໃນ​ໂບດ​ພະ​ວິ​ຫານ ໂ​ຣ​ມັນ​ກາ​ໂຕ​ລິກ ໃນ​ເມືອງ ໂຈ​ໂລ, ເມືອງຫຼວງ​ຂອງແຂ​ວງ ຊູ​ລູ, ຟີ​ລິ​ປິນ. 27 ມັງ​ກອນ, 2019.

ລະ​ເບີດ​ສອງ​ລູກ​ໄດ້​ແຕກຂຶ້ນໃນ​ວັນ​ອາ​ທິດ​ວານນີ້ ຢູ່​ໂບດພະ​ວິ​ຫານ​ໃນ​ພາກ​ໃຕ້​ທີ່​ມີ
ຄວາມວຸ້ນວາຍຂອງ ຟີລິບປິນ ເຮັດໃຫ້ມີຜູ້ເສຍຊີວິດ 20 ຄົນ ແລະ ບາດເຈັບ 81 ຄົນ.
ຕຳຫຼວດໄດ້ກ່າວວ່າ ຈຳນວນຜູ້ເສຍຊີວິດສູງສຸດກ່ອນໜ້ານີ້ ແມ່ນບໍ່ຖືກຕ້ອງ ເພາະວ່າ
ມີການນັບຊ້ຳກັນ.

ລັດ​ຖະ​ບານ​ໄດ້​ສັນ​ຍາ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ​ ຈະ​ຕາມ​ລ່າ​ພວກ​ນັກ​ໂຈມ​ຕີ “ຈົນ
ກວ່າພວກນັກສັງຫານທຸກຄົນຈະຖືກນຳມາລົງໂທດ ແລະ ຈັບເຂົ້າຄຸກ.” ຖະແຫຼງການ
ໄດ້ເວົ້າວ່າ, “ພວກຄົນຮ້າຍທີ່ໂຫດຫ້ຽມນັ້ນ” ຈະບໍ່ໄດ້ຮັບ “ຄວາມເມດຕາ.”

ລະ​ເບີດ​ລູກ​ທຳ​ອິດ ​ໄດ້​ແຕກ​ໃນ​ລະ​ຫວ່າງ​ການ​ສູດ​ມົນ​ຢູ່​ພາຍ​ໃນ​ໂບດ​ພະ​ວິ​ຫານ​ໃນ​
ເມືອງ ໂຈໂລ, ແຂວງ ຊູລູ. ໃນຂະນະທີ່ກອງທັບ ແລະ ກອງກຳລັງຕຳຫຼວດໄດ້ຟ້າວ
ເຂົ້າໄປຊ່ວຍເຫຼືອນັ້ນ, ລະເບີດລູກທີສອງ ກໍໄດ້ແຕກອີກ.

ປ​ະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ທ່ານ ໂຣດ​ຣິ​ໂກ ດູ​ເຕີ​ເຕ ໄດ້​ກ່າວ​ປະ​ນາມ​ການ​ລະ​ເບີດ​ດັ່ງ
ກ່າວວ່າ “ເປັນການກະທຳຂອງລັດທິກໍ່ການຮ້າຍ.”

ເລ​ຂາ​ທິ​ການ​ໃຫຍ່ ສະ​ຫະ​ປະ​ຊ​າ​ຊາດ ທ່ານ ແອນໂຕ​ນີ​ໂອ ກູ​ເຕ​ເຣັ​ສ ໄດ້​ຮຽກ​ຮ້ອງ
“ໃຫ້ນຳເອົາພວກຄົນຮ້າຍຂອງອາຊະຍາກຳດັ່ງກ່າວນີ້ ນຳຕົວມາລົງໂທດຢ່າງວ່ອງ
ໄວ.”

ໃນ​ຕອນ​ແລງວັນ​ອາ​ທິດ​ວານ​ນີ້, ອົງ​ການ​ຂ່າວ​ Amaq ຂອງ​ພວກ​ລັດ​ອິ​ສ​ລາມ ໄດ້​
ກ່າວວ່າ ກຸ່ມກໍ່ການຮ້າຍດັ່ງກ່າວ ໄດ້ອ້າງເອົາຄວາມຮັບຜິດຊອບ ສຳລັບການລະເບີດ
ພວກນັ້ນ.

​ເມືອງ ໂຈ​ໂລ ຕັ້ງ​ຢູ່​ພາກ​ພື້ນ​ທີ່​ມີ​ຊາວ​ມຸ​ສ​ລິມ​ອາ​ໄສ​ຢູ່​ສ່ວນ​ໃຫຍ່ ຂອງ​ປະ​ເທດ ຟີ​ລິບ
ປິນ ທີ່ສ່ວນຫຼາຍນັບຖືສາສະໜາກາໂຕລິກ.

ການ​ລະ​ເບີດ​ດັ່ງ​ກ່າວ ​ໄດ້​ເກີດ​ຂຶ້ນ​ພຽງ​ບໍ່​ເທົ່າ​ໃດ​ວັນ ຫຼັງ​ຈາກ​ພາກ​ພື້ນ​ນັ້ນ ໄດ້​ຈັດ​ການ
ລົງປະຊາມາຕິປົກຄອງຕົນເອງ, ເຊິ່ງໄດ້ຖືກຮັບຮອງເອົາຢ່າງຖ້ວມລົ້ນ. ແນວໃດກໍ
ຕາມ, ຜູ້ລົງຄະແນນສຽງໃນແຂວງ ຊູລູ, ໄດ້ປະຕິເສດການລົງຄະແນນສຽງປົກຄອງ
ຕົນເອງ ແຕ່ເຂົາເຈົ້າຍັງຈະເປັນສ່ວນນຶ່ງຂອງລະບົບໃໝ່.

ແຂ​ວງ ຊູ​ລູ ເປັນ​ບ້ານ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ ອິ​ສ​ລາມ ອາ​ບູ ເຊ​ຢັ​ຟ, ເຊິ່ງ​ຖືກ​ກ່າວ​ຫາ​
ສຳລັບການລະເບີດທີ່ຮ້າຍແຮງຫຼາຍຄັ້ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG