ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ລະ​ເບີດ​ສອງ​ລູກ ​ແຕກ​ທີ່​ໂບດໃນ​ ຟິ​ລິບ​ປິນ ຫຼາຍ​ສິບ​ຄົນ​ເສຍ​ຊີ​ວິດ ແລະ ​ບາດ​ເຈັບ


ທະ​ຫານ​ຄົນ​ນຶ່ງ​ກຳ​ລັງ​ກວດ​ເບິ່ງ​ຢູ່ ໂບດໂຣ​ມັນ​ກາ​ໂຕ​ລິກ​ ໃນ​ເມືອງ​ ໂຈ​ໂລ ​ເມືອງຫຼວງຂອງ​ແຂວງ​ຊູ​ລູ ປະ​ເທດ​ຟິ​ລິບ​ປິນ ວັນ​ທີ 27 ມັງ​ກອນ 2019.
ທະ​ຫານ​ຄົນ​ນຶ່ງ​ກຳ​ລັງ​ກວດ​ເບິ່ງ​ຢູ່ ໂບດໂຣ​ມັນ​ກາ​ໂຕ​ລິກ​ ໃນ​ເມືອງ​ ໂຈ​ໂລ ​ເມືອງຫຼວງຂອງ​ແຂວງ​ຊູ​ລູ ປະ​ເທດ​ຟິ​ລິບ​ປິນ ວັນ​ທີ 27 ມັງ​ກອນ 2019.

ລະ​ເບີດ​ສອງ​ລູກ​ໄດ້​ແຕກໃນ​ວັນ​ອາ​ທິດ​ມື້​ນີິ້ ຢູ່​ທີ່​ໂບດ​ທາງ​ພາກ​ໃຕ້​ຂອງ​ ຟິ​ລິບ​ປິນ ສັງ​
ຫານ​ຢ່າງ​ໜ້ອຍ 21 ຄົນ ແລະ​ ​ຮັບ​ບາດ​ເຈັບ​ຢ່າງ​ໜ້ອຍ 70 ຄົນ.

ລະ​ເບີດ​ລູກ​ທຳ​ອິດ​ໄດ້​ແຕກ​ ໃນ​ລະ​ຫວ່າງ​ ພິ​ທີ​ທາງ​ສາ​ສະ​ໜາ​ຢູ່​ໃນ​ໂບດ ໃນ​ເມືອງ​
ໂຈ​ໂລ ຢູ່ໃນ​ແຂວງຊູ​ລູ.

ລະ​ເບີດ​ລູກ​ທີ​ສອງແຕກ​ຢູ່​ບ່ອນ​ຈອດ​ລົດ​ຂອງ​ໂບດ ໃນ​ຂະ​ນະ​ທີ່​ກຳ​ລັງ​ລັດ​ຖະ​ບານໄດ້​
ອອກ​ມາ​ຮັບ​ມື​ກັບ​ລ​ະ​ເບີດລູກ​ທຳ​ອິດນັ້ນ. ບັນ​ດາ​ສະ​ມາ​ຊິກ​ທະ​ຫານ ແລະ ​ພົນ​ລະ
​ເຮືອນແມ່​ນ​ຮວມ​ຢູ່​ໃນ​ບັນ​ດາ​ຜູ້​ເສຍ​ຊີ​ວິດ​ນັ້ນ.

ພວກ​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ແຕກ ໄດ້​ຮັບ​ການ​ປິ​່ນ​ປົວ​ຢູ່​ໂຮງ​ໝໍ.
ພວກ​ເຄາະ​ຮ້າຍ​ຈາກ​ລະ​ເບີດ​ແຕກ ໄດ້​ຮັບ​ການ​ປິ​່ນ​ປົວ​ຢູ່​ໂຮງ​ໝໍ.

ເມືອງ​ໂຈ​ໂລ ຕັ້ງ​ຢູ່​ໃນ​ພາກ​ພື້ນ​ທີ່​ມີ​ຊາວ ມຸ​ສ​ລິມ ອາ​ໄສ​ຢູ່​ສ່ວນ​ໃຫຍ່ ຂອງ​ປະ​ເທດ
ຟີ​ລິບ​ປິນ ທີ່​ມີ​ຜູ້​ນັບ​ຖື​ສາ​ສະ​ໜາ​ກາ​ໂຕ​ລິກ​ສ່ວນຫຼາຍ​.

ລະ​ເບີດ​ແຕກ​ໄດ້​ເກີດ​ຂຶ້ນ​ພຽງ​ບໍ່​ເທົ່າ​ໃດ​ມື້​ ຫຼັງ​ຈາກ​ພ​າກ​ພື້ນ​ດັ່ງ​ກ່າວ ໄດ້ລົງ​ປະ​ຊາ​
ມະ​ຕິ​ປົກ​ຄອງ​ຕົນ​ເອງ ເຊິ່ງ​ຖືກ​ຮັບ​ຮອງຢ່າງ​ຖ້ວມ​ລົ້ນ. ເຖິງ​ຢ່າງ​ໃດ​ກໍ​ດີ ບັນ​ດາ​ຜູ້​ປ່ອນ
​ບັດໃນແຂວງ​ຊູ​ລູ ໄດ້​ປະ​ຕິ​ເສດ​ການ​ລົງ​ຄະ​ແນນ​ສຽງ​ປົກ​ຄອງ​ຕົນ​ເອງ ແຕ່​ຍັງ​ຈະ​ຢູ່​
ພາກ​ສ່ວນ​ຂອງ​ລະ​ບົບ​ໃໝ່.

ເມືອງ​ຊູ​ລູ ເປັນ​ບ້ານຂອງ​ກຸ່ມ​ຫົວ​ຫົວ​ຮຸນ​ແຮງ​ອິ​ສ​ລາມ ​ອາ​ບູ ເຊ​ຢັ​ຟ ທີ່ຖື​ກ​ກ່າວ​ຫາ​ສຳ

​ລັບ​ການວາງ​ລ​ະ​ເບີດ​ທີ່​ຮ້າຍນ​ແຮງ​ຫຼາຍຄັ້ງ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG