ຢ່າງໜ້ອຍ 30 ຄົນໄດ້ເສຍຊີວິດໃນພາກຕາເວັນອອກສຽງເໜືອ
ຂອງ Nigeria ຫລັງຈາກເຫດລະເບີດແຕກ ໃນລັດ Borno
ບ່ອນທີ່ກຸ່ມຫົວຮຸນແຮງ Boko Haram ກຳລັງປະຕິບັດງານ
ຢູ່ນັ້ນ.
ບັນດາເຈົ້າໜ້າທີ່ຮັບມືກັບເຫດສຸກເສີນຂອງ Nigeria ກ່າວໃນ
ວັນສຸກມື້ນີ້ວ່າ ຜູ້ວາງລະເບີດສະຫລະຊີບ ສອງຄົນ ໄດ້ບີບຄະ
ນວນລະເບີດໃຫ້ແຕກຂຶ້ນ ຢູ່ໃນວັດອິສລາມແຫ່ງໜຶ່ງ ໃນຕອນ
ແລງວັນພະຫັດວານນີ້ຢູ່ເມືອງ Maiduguri ຊຶ່ງເປັນເມືອງຫຼວງ
ຂອງລັດດັ່ງກ່າວ.
ເຫດລະເບີດແຕກ ແມ່ນໄດ້ຕັ້ງເວລາໄວ້ ເພື່ອໃຫ້ລະເບີດໜ່ວຍທີສອງແຕກຂື້ນ ໃນເວລາ
ຄົນພາກັນໄປເຕົ້າໂຮມເພື່ອໃຫ້ການຊ່ວຍເຫລືອ ຫລັງຈາກລະເບີດໜ່ວຍທຳອິດໄດ້ແຕກ. ເຫດລະເບີດນີ້ໄດ້ມີຂື້ນ ໃນຂະນະທີ່ຜູ້ຄົນພາກັນໄປເຕົ້າໂຮມເພື່ອສູດມົນໃນຕອນແລງ.
ໃນຂະນະທີ່ຍັງບໍ່ມີກຸ່ມໃດ ອ້າງເອົາຄວາມຮັບຜິດຊອບໃນການວາງລະເບີດເທື່ອ ກຸ່ມຫົວ
ຮຸນແຮງ Boko Haram ທີ່ຈັດຕັ້ງຂຶ້ນຢູ່ທາງຕາເວັນອອກສຽງເໜືອຂອງ Nigeria ແລະ
ໄດ້ປະກາດເຖິງຈຸດປະສົງ ເພື່ອຈະກໍ່ຕັ້ງລັດອິສລາມທີ່ເຄັ່ງຄັດ ຢູ່ທີ່ນັ້ນ.
ກຸ່ມ Boko Haram ໄດ້ທຳການໂຈມຕີຂ້າມຊາຍແດນ ເຂົ້າໄປໃນປະທດອຶ່ນໆ ທີ່ມີຊາຍ
ແດນຕິດກັບ Nigeria. ໃນວັນພຸດຜ່ານມານີ້ ປະທານາທິບໍດີສະຫະລັດ ທ່ານ Barack
Obama ໄດ້ປະກາດວ່່າ ສະຫະລັດ ກຳລັງສົ່ງທະຫານ ເພື່ອໄປປະຕິບັດງານ ສັງເກດ
ການທາງອາກາດ ໃນຄວາມພະຍາຍາມໃຫ້ການຊ່ວຍເຫລືອແກ່ Nigeria, Chad, Cameroon, Benin ແລະ Niger ໃນການດຳເນີນງານຮ່ວມກັນ ເພື່ອກຳຈັດໄດ້ຂົ່ມຂູ່
ຂອງກຸ່ມຫົວຮຸນແຮງດັ່ງກ່າວ.
ທ່ານ Obama ກ່າວວ່າ ກຳລັງສະຫະລັດ ຈະຕັ້ງກອງບັນຊາການຢູ່ Came-roon ແລະ
ໃນທີ່ສຸດກໍຈະມີຈຳນວນ 300 ຄົນ. ເຈົ້າໜ້າທີ່ທະຫານສະຫະລັດ ກ່າວວ່າ ເຂົາເຈົ້າຈະຢູ່ທີ່
ນັ້ນ “ດົນນານເທົ່າທີ່ເຂົາເຈົ້າຍັງມີຄວາມຕ້ອງການ.”
ເບິ່ງວີດີໂອກ່ຽວຂ້ອງ: