ລະເບີດ 2 ລູກໄດ້ແຕກຂຶ້ນ ໃກ້ໆກັບສະຖານີຕໍາຫຼວດແຫ່ງນຶ່ງ
ໃນໃຈກາງນະຄອນຫລວງຂອງຊິເຣຍ ໂດຍໄດ້ສັງຫານຢ່າງນ້ອຍ
14 ຄົນ.
ເຫດລະເບີດ ທີ່ເກີດຂຶ້ນໃນເຊົ້າມືດໃນວັນອັງຄານມື້ນີ້ ແມ່ນຢູ່
ບໍລິເວນຈະຕຸລັດ Al-Marjeh ໃນນະຄອນຫຼວງ Damascus.
ໂທລະພາບລັດໄດ້ຖິ້ມໂທດໃສ່ ພວກ “ກໍ່ການຮ້າຍ” ສະລະຊີບ
ວ່າ ເປັນຜູ້ວາງລະເບີດແລະກ່າວວ່າ ມີ 31 ຄົນໄດ້ຮັບບາດເຈັບ.
ລັດຖະບານຊີເຣຍ ໃຊ້ຄໍາວ່າ “ພວກກໍ່ການຮ້າຍ” ອ້າງເຖິງ
ກຸ່ມຕໍ່ຕ້ານ ທີ່ທໍາການຕໍ່ສູ້ເພື່ອຈະໂຄ່ນລົ້ມປະທານາທິບໍດີ Bashar al-Assad ນັ້ນ.
ກຸ່ມສັງເກດການສິດທິມະນຸດຊີເຣຍ ທີ່ມີສໍານັກງານຢູ່ໃນອັງກິດ ໃຫ້ຕົວເລກກ່ຽວກັບຜູ້
ເສຍຊີວິດວ່າ ມີ 15 ຄົນ. ຫຼາຍໆຄົນໃນນັ້ນແມ່ນເປັນພວກຕໍາຫຼວດ.
ກຸ່ມດັ່ງກ່າວເວົ້າອີກວ່າ ເຫດລະເບີດບັ້ນນຶ່ງແມ່ນເປັນການວາງລະເບີດຂ້າຕົວຕາຍ ຢູ່ໃນ
ສະຖານີຕໍາຫຼວດ ແລະອີກລະເບີດລູກນຶ່ງ ໄດ້ແຕກຢູ່ຂ້າງນອກຕຶກ.
ເຂດ Marjeh ແມ່ນເປັນເຂດທີ່ຖືກໂຈມຕີດ້ວຍລະເບີດຫຼາຍໆບັ້ນ ນັບຕັ້ງແຕ່ມີການຂັດແຍ້ງ
ກັນ ໃນຊີເຣຍ ທີ່ເລີ່ມຈາກການປະທ້ວງຢ່າງສັນຕິ ໃນເດືອນມີນາ 2011. ການວາງ ລະເບີດ
ບັ້ນນຶ່ງຢູ່ໃນເຂດນັ້ນ ເມື່ອເດືອນເມສາຜ່ານມາ ໄດ້ສັງຫານຢ່າງນ້ອຍ 13 ຄົນ ແລະບາດເຈັບ
ອີກ 70 ຄົນ.