ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດເຫດລະເບີດສອງບັ້ນ ທີ່ຕຶກກອງບັນຊາການ ກອງທັບຊີເຣຍ (ວີດີໂອ)


ຄວັນໄຟຈາກເຫດລະເບີດສອງບັ້ນ ທີ່ແນເປົ້າໝາຍໃສ່
ຕຶກກອງບັນຊາການກອງທັບຊີເຣຍ ຊຶ່ງບໍ່ມີຜູ້ບັນຊາການ ກອງທັບບາດເຈັບຈັກຄົນ.
ຄວັນໄຟຈາກເຫດລະເບີດສອງບັ້ນ ທີ່ແນເປົ້າໝາຍໃສ່ ຕຶກກອງບັນຊາການກອງທັບຊີເຣຍ ຊຶ່ງບໍ່ມີຜູ້ບັນຊາການ ກອງທັບບາດເຈັບຈັກຄົນ.
ເຈົ້າ​ໜ້າ​ທີ່​ຊີ​ເຣຍກ່າວ​ວ່າ ​ເຫດລະ​ເບີດ​ສອງ​ບັ້ນທີ່​ແນ​ເປົ້າໝາຍ​ໃສ່​ຕຶກຫລັງ​ນຶ່ງ​ຂອງ​ກອງທັບ​ຊີ​ເຣຍ ​ໃນ​ໃຈກາງ​ນະຄອນຫຼວງດາ​ມັສກັສ ບໍ່​ໄດ້​ເຮັດ​ໃຫ້​ຜູ້​ບັນຊາ​ການ​ທະຫານ​ໄດ້​ຮັບ​ບາດ​ເຈັບຈັກ​ຄົນ. ​

​ເຫດ​ລະ​ເບີດສອງ​ບັ້ນ​ດັ່ງກ່າວ​ເກີດ​ຂື້ນຫ່າງ​ກັນ​ບໍ່​ເທົ່າ​ໃດ​ນາທີ​ ເມື່ອ​ວັນ​ພຸດ​ມື້​ນີ້ ທີ່​ຍັງ​ຜົນ​ໃຫ້ບາງ​ສ່ວນ​ຂອງ​ຕຶກ​ເກີດໄຟ​ໄໝ້.

ທ່ານ Omran Zoubi ລັດຖະມົນຕີ​ກະຊວງ​ຖະ​ແຫຼງຂ່າວ​ຊີ​ເຣຍ​ເວົ້າ​ວ່າ ​ເຫດການ​ລະ​ເບີດ​ຄັ້ງ​ນີ້ ພຽງ​ແຕ່​ສ້າງ​ຄວາມ​ເສຍ​ຫາຍທາງ​ດ້ານວັດຖຸເທົ່າ​ນັ້ນ ​ແລະຖິ້ມ​ໂທດ​ໃສ່​ພວກ​ກໍ່​ການ​ຮ້າຍ​ສໍາລັບ​ການ​ໂຈມ​ຕີ​ຄັ້ງນີ້. ຖະ​ແຫຼງ ການ​ສະບັບນຶ່ງ​ຂອງ​ກອງທັບ​ຊີ​ເຣຍ​ເວົ້າ​ວ່າ ລະ​ເບີດ​ລູກ​ນຶ່ງແມ່ນ​ມາຈາກ​ລົດ​ທີ່​ມີ​ລະ​ເບີດຫ້າງ​ໄວ້.

​ໂທລະ​ພາບ​ຂ່າວ​ຂອງ​ອິຣ່ານ ​ເວົ້າ​ວ່າ ຜູ້​ສື່​ຂາວ​ຂອງ​ຕົນ​ຄົນ​ນຶ່ງ​ຖືກ​ຂ້າ​ຕາຍ ​ໂດຍ​ມື​ປືນ​ດັກ​ຍິງ ຫຼື sniper ​ແລະຫົວໜ້າ​ສໍານັກງານ​ອົງການ​ຂ່າວອີກ ແຫ່ງ​ນຶ່ງ​ປະ​ຈໍາດາມັສກັສ​ ໄດ້​ຮັບ​ບາດ​ເຈັບໃນ​ວັນ​ພຸດ​ມື້​ນີ້ ​ເວລາ​ເຂົາ​ເຈົ້າ​ໄປລາຍ​ງານ​ຂ່າວ​ເຫດການ​ລະ​ເບີດ​ນັ້ນ.

​ເຫດການ​ລະ​ເບີດ​ດັ່ງກ່າວ​ນັບ​ວ່າ​ເປັນ​ຄັ້ງ​ລ່າ​ສຸດ​ທີ່​ປະ​ທະ​ເມືອງຫຼວງ ​ໃນ ລະຫວ່າງການ​ຂັດ​ແຍ້​ງກັນ​ມາເປັນ​ເວລາ 18 ​ເດືອນ​ຂອງ​ປະ​ເທດ ​ແລະ​ຕິດຕາມ​ມາ ລຸນຫຼັງເຫດລະ​ເບີດ​ບັ້ນ​ນຶ່ງ​ເມື່ອ​ວັນ​ອັງຄານ​ວານ​ນີ້ ຢູ່​ຕຶກຫລັງ​ນຶ່ງ​ທີ່​ຍຶດຄອງ​ໂດຍ​ທະຫານບ້ານທີ່​ນິຍົມ​ລັດຖະບານ. ພວກ​ກະບົດ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້ຫວັງ​ວ່າ ການ​ໂຈມ​ຕີ​ບັ້ນ​ດັ່ງກ່າວ​ນັ້ນ ​ຈະ​ສັງຫານ​ບັນດາ​ເຈົ້າໜ້າ​ທີ່​ຄວາມ​ປອດ​ໄພ​ລະດັບ​ສູງ.

​ເມື່ອ​ເດືອນ​ຜ່ານ​ມາ ລະ​ເບີດໄດ້​ປະ​ທະສໍານັກງານ​ໃຫຍ່​ຂອງໂທລະພາບ ລັດ​ຊີ​ເຣຍທີ່​ນະຄອນຫຼວງດາ​ມັສກັສ ​ຢູ່​ໃກ້​ໂຮງ​ແຮມ​ແຫ່ງ​ນຶ່ງ​ທີ່ເປັນ​ບ່ອນ ພັກຂອງຄະນະນັກ​ສັງ​ເກດ​ການ​ສະຫະ​ປະຊາ​ຊາດ. ​ເຫດ​ລະ​ເບີດ​ບັ້ນ​ນຶ່ງ ​ໃນ​ເດືອນ​ກໍລະກົດ ​ໄດ້​ສັງຫານ​ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຊີ​ເຣຍ ​ແລະເຈົ້າໜ້າ​ທີ່ຮັກສາ​ຄວາມ​ປອດ​ໄພ​ລະດັບ​ສູງ​ອີກ​ສາມ​ຄົນ.

ລາຍງານວີດີໂອ: ລັດຖະມົນຕີຕ່າງປະເທດສະຫະລັດຮຽກຮ້ອງໃຫ້
ສະຫະປະຊາຊາດ ເອົາບາດກ້າວໜັກແໜ້ນ ຕໍ່ຊີເຣຍ:

ກ່ຽວຂ້ອງກັນ

XS
SM
MD
LG