ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສອດແນມຄົນນຶ່ງ ຖືກຍິງຕາຍ ໃນເມືອງຫລວງ Damuscus


ຮູບພາບນີ້ແຈກຢາຍໂດຍ ພວກຕໍ່ຕ້ານລັດຖະບານຊີເຣຍ ສະແດງໃຫ້ເຫັນຊາວບ້ານກໍາລັງເວົ້າກັບຜູ້ສັງເກດການ Moroccan ຂອງສະຫະປະຊາຊາດ ພັນເອກ Ahmed Himmiche (ຂວາ) ໃນລະຫວ່າງການຢ້ຽມຢາມເຂດ ເທດສະບານ Khalidiya ຢູ່ໃນເມືອງ Homs, ທີ່ 21 ເມສາ ປີ 2012.
ຮູບພາບນີ້ແຈກຢາຍໂດຍ ພວກຕໍ່ຕ້ານລັດຖະບານຊີເຣຍ ສະແດງໃຫ້ເຫັນຊາວບ້ານກໍາລັງເວົ້າກັບຜູ້ສັງເກດການ Moroccan ຂອງສະຫະປະຊາຊາດ ພັນເອກ Ahmed Himmiche (ຂວາ) ໃນລະຫວ່າງການຢ້ຽມຢາມເຂດ ເທດສະບານ Khalidiya ຢູ່ໃນເມືອງ Homs, ທີ່ 21 ເມສາ ປີ 2012.

ບັນດາ​ນັກ​ເຄື່ອນໄຫວກ່າວ​ວ່າ ສອດ​ແນມ​ຄົນ​ນຶ່ງ​ຂອງ​ຊີ​ເຣຍ​ໄດ້​ຖືກ​ຍິງ​ຕາຍ​ຢູ່​ໃນ
ເມືອງຫລວງ Damuscus ​ໃນ​ຂະນະ​ດຽວ​ກັນເຫດລະ​ເບີດ​ແຕກ​ເຮັດ​ໃຫ້​ມີ​ຜູ້​
ໄດ້​ຮັບ​ບາດ​ເຈັບ
ສາມ​ຄົນ.

ການ​ໂຈມ​ຕີ​ເກີດ​ຂື້ນທ່າມກາງທີ່ມີ​ຄວາມ​ຢ້ານ​ກົວ​ວ່າ ບັນຫາ​ຂັດແຍ້​ງທີ່ ດຳ​ເນີນ​
ມາ​ເປັນເວລາ 13 ​ເດືອນ ​ໄດ້​ມີ​ການ​ໃຊ້ກໍາລັງ​ທະຫານ​ເພີ່ມ​ຂຶ້ນ ​ແລະການ​ດຳ​ເນີນ​
ຄວາມ​ພະຍາຍາມ​ທາງ​ດ້ານ​ການ​ທູດ ເພື່ອ​ຮັກສາ​ໄວ້​ຊຶ່ງ​ການ​ຢຸດ​ຍິງ​ທີ່​ວ່າ​ເກືອບ​ບໍ່​
ມີ​ຄວາມໝາຍ​ເລີຍ​ນັ້ນ ຍັງ​ດໍາ​ເນີນ​ຕໍ່​ໄປ.

ກຸ່ມ​ສັງ​ເກດ​ການ​ສິດທິ​ມະນຸດຊີ​ເຣຍ ທີ່​ມີ​ສຳນັກງານ​ຢູ່​ອັງກິດ ກ່າວ​ຕໍ່ວີ​ໂອ​ເອວ່າ
ເຈົ້າໜ້າ​ທີ່​ຄົນ​ນຶ່ງ​ສືບ​ລັບ​ຊີ​ເຣຍຄົນ​ນຶ່ງໄດ້​ຖືກ​ຂ້າ​ຕາຍ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ອັງຄານ
ມື້ນີ້ ​ທີ່ຄຸ້​ມ Barzeh ແຕ່ບໍ່​ໄດ້​ໃຫ້​ຂໍ້ມູນ​ເພີ້​ມ​ເຕີມ. ລັດຖະບານ​ຊີ​ເຣຍກໍບໍ່​ໄດ້ໃຫ້​
ຄວາມ​ເຫັນ​ໃດໆ​ກ່ຽວ​ກັບ​ເລື້ອງດັ່ງກ່າວ.

ພວກ​ກະບົດ​ທີ່ກໍາລັງ​ຊອກ​ຫາ​ທາງໂຄນ​ລົ້ມປະທານາທິບໍດີ Bashar al-Assad ​
ໄດ້​ທຳ​ການ​ໂຈມ​ຕີ​ເພີ່ມ​ຂຶ້ນ​ໃສ່​ເປົ້າໝາຍ​ທາງ​ທະຫານ​ແລະ​ ເຈົ້າໜ້າ​ທີ່​ຮັກສາ​ຄວາມ
ປອດ​ໄພ ຊຶ່ງຈໍານວນ​ນຶ່ງ​ໄດ້ຂ້າ​ຕາຍ​ຢູ່​ໃນ​ລົດ ຂອງ​ພວກ​ເຂົາ​ເຈົ້າ ໃນ​ລ​ະຫວ່າງ​ທີ່
ກໍາລັງ​ໄປ​ເຮັດ​ວຽກ.

ເຫດຮ້າຍ​ອັນ​ທີ່​ສອງ​ນັ້ນ ລາຍ​ງານ​ໂທລະພາບ​ທີ່​ສະໜັບສະໜຸນ​ລັດຖະ ບານ​ໄດ້
ຖິ້ມ​ໂທດ​ໃສ່ “ພວກ​ກໍ່​ການ​ຮ້າຍ​ທີ່​ຕິດ​ອາ​ວຸດ” ​ເວລາ​ລົດ​ບັນ​ທຸກ​ຂອງທະຫານ​ໄດ້​ລະ​
ເບີດ​ຂື້ນທີ່​ຄຸ້ມ ​ຢູ່ Marjeh ໃນ​ກຸງ Damuscus ຄົນ​ຂັບ​ລົດ​ບັນທຸກ ​ແລະ​ຄົນ​ໂດຍ
ສານ​ສອງ​ຄົນໃນ​ລົດ​ທີ່ຢູ່​ໃກ້​ຄຽງໄດ້​ຮັບ​ບາດ​ເຈັບ ​ແລະ​ຖືກນໍາ​ສົ່ງ​ໂຮງໝໍ.

ການ​ໂຈມ​ຕີ​ໄດ້​ມີ​ຂື້ນໃນ​ຂະ​ນະ​ທີ່ ຄະນະ​ສັງ​ເກດ​ການ​ຂອງ​ສະຫະ​ປະຊາ​ຊາດ ​ໄປ
ຢ້ຽມຢາມ​ຄຸ້ມ Douma ທີ່​ຕັ້ງຢູ່​ໃນ​ເຂດ​ຊານ​ເມືອງ. ພວກ​ນັກ ​ເຄື່ອນ​ໄຫວ​ແລະນັກ
ຖ່າຍ​ພາບ​ວີ​ດີ​ໂອສະໝັກ​ຫຼິ້ນຄົນ​ນຶ່ງ ລາຍ​ງານ​ການ​ຍິງປືນ​ໃຫຍ່ຖະຫລົ່ມ ​ແລະ​ການ
ສູ້​ລົບ​ກັນ​ຢູ່​ໃນເຂດດັ່ງກ່າວ ນຶ່ງ​ມື້​ຫລັງ​ຈາກ 55 ​ໄດ້​ເສຍ​ຊີວິດ​ໃນ​ທົ່ວ​ຊີ​ເຣຍສ່ວນ​ໃຫ່ຍ​
ແມ່ນຢູ່ທີ່​ເມືອງ Hama ​ເມືອງ​ທີ່​ຜູ້​ສັງ​ເກດ​ການ​ໄດ້​ຢ້ຽມຢາ​ມມື້ນຶ່ງກ່ອນ​ໜ້າ​ນີ້.

ຕໍ່​ມາ​ໃນ​ວັນ​ອັງຄານມື້ນີ້ ທູດ​ນາໆ​ຊາດ​ທ່ານ Kofi Annan ​ຈະ​ລາຍ​ງານຕໍ່ສະພາ​
ຄວາມໝັ້ນຄົງ​ສະຫະ​ປະຊາ​ຊາດ​ ​ໃນ​ການ​ດຳ​ເນີນຄວາ​ມ ພະຍາຍາມ​ໄກ່​ເກ່ຍຂອງ​
ທ່ານ ​ແລະ​ການ​ສົ່ງ​ຜູ້​ສັງ​ເກດການ​ຈໍານວນ 300 ຄົນໄປ​ຊີ​ເຣຍ ທີ່​ຫາ​ກໍ່​ໄດ້​ຮັບ​ອະນຸ​
ຍາດ​ຈາກສະພາ​ຄວາມ​ໝັ້ນຄົງ​ໃນ​ວັນ​ເສົາ​ແລ້ວ​ນີ້.

ບັນດາ​ຜູ້​ນໍາ​ຝ່າຍ​ຄ້ານ​ຊີ​ເຣຍທີ່​ລີ້​ໄພ​ຢູ່​ຕ່າງ​ປະ​ເທດກ່າວ​ວ່າ ຈໍາ​ນວນ​ດັ່ງກ່າວ​ນີ້ ​ແມ່ນ
ນ້ອຍ​ເກີນໄປ​ທີ່​ຈະ​ຄວບ​ຄຸມ​ແດນໃນຊີ​ເຣຍທັງ​ໝົດ​.

XS
SM
MD
LG