ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

22 ຄົນເສຍຊີວິດ ແລະ 4 ຄົນຫາຍສາບສູນ ຍ້ອນໄພນ້ຳຖ້ວມ ຢູ່ໃນເກົາຫຼີເໜືອ


ພວກແມ່ຍິງຖືຄັນຮົ່ມ ຍ່າງຜ່ານຝົນທີ່ຕົກລົງມາຢ່າງໜັກ ໃນວັນພຸດ ທີ 5 ສິງຫາ 2020, ຢູ່ໃນນະຄອນຫຼວງພຽງຢາງ ຂອງເກົາຫຼີເໜືອ. (AP Photo)
ພວກແມ່ຍິງຖືຄັນຮົ່ມ ຍ່າງຜ່ານຝົນທີ່ຕົກລົງມາຢ່າງໜັກ ໃນວັນພຸດ ທີ 5 ສິງຫາ 2020, ຢູ່ໃນນະຄອນຫຼວງພຽງຢາງ ຂອງເກົາຫຼີເໜືອ. (AP Photo)

ເກີດໄພນ້ຳຖ້ວມຫຼາຍແຫ່ງຢູ່ໃນເກົາຫຼີເໜືອ ທີ່ໄດ້ເຮັດໃຫ້ຢ່າງໜ້ອຍ 22 ຄົນເຊຍຊີວິດ ແລະອີກສີ່ຄົນຫາຍສາບສູນ ອີງຕາມສະຫະພັນກາແດງສາກົນ ຫຼື IFRC ແລະອົງການສັງຄົມວົງເດືອນສີແດງ.

ໃນຖະແຫລງການສະບັບນຶ່ງທີ່ອ້າງເຖິງຕົວເລກ ຈາກບັນດາເຈົ້າໜ້າທີ່ຂອງເກົາຫຼີເໜືອ ຊຶ່ງ IFRC ໄດ້ກ່າວວ່າ ໄພນໍ້າຖ້ວມຍັງໄດ້ເຮັດໃຫ້ພືດຜົນຕ່າງໆເສຍຫາຍຢ່າງກວ້າງຂວາງ ໂດຍພາໃຫ້ມີຄວາມເປັນຫ່ວງທາງດ້ານເສດຖະກິດຫຼາຍຂຶ້ນອີກ ຢູ່ໃນປະເທດດັ່ງກ່າວ ທີ່ໄດ້ປະສົບກັບການຂາດແຄນອາຫານເປັນປະຈຳຢູ່ແລ້ວ.

ອົງການຂ່າວສູນກາງຂອງທາງການເກົາຫຼີເໜືອ ຫຼື KCNA ໄດ້ລາຍງານໃນວັນສຸກມື້ນີ້ ວ່າ ພື້ນທີ່ເກືອບ 40,000 ເຮັກຕາຂອງພືດຜົນ ໄດ້ຖືກທຳລາຍ ແລະ ເຮືອນຊານ 17,000 ຫລັງໄດ້ຖືກທຳລາຍ ຫຼືເພພັງໝົດ.

“ເສັ້ນທາງຫຼາຍສາຍ ຂົວຫຼາຍແຫ່ງ ແລະສ່ວນນຶ່ງຂອງທາງລົດໄຟ ໄດ້ຖືກຕັດ ຂາດ ເຂື່ອນໄຟຟ້າແຫ່ງນຶ່ງພັງລົງ ແລະມີການເສຍຫາຍຢ່າງໜັກອື່ນໆອີກໃນເຂດເສດຖະກິດແຫ່ງຊາດຫຼາຍແຫ່ງ” ອົງການຂ່າວ KCNA ໄດ້ລາຍງານໄປ.

ແຫຼມເກົາຫຼີ ໄດ້ປະສົບກັບລະດູລົມມໍລະສຸມ ດົນກວ່າປົກກະຕິ. ບາງເຂດທາງພາກໃຕ້ຂອງເກົາຫຼີ ເມື່ອມໍ່ໆມານີ້ ໄດ້ເຫັນຝົນຕົກຕິດຕໍ່ກັນ 49 ວັນ ຈຶ່ງສົ່ງຜົນໃຫ້ເກີດນ້ຳຖ້ວມ ແລະດິນເຈື່ອນຫຼາຍແຫ່ງ ທີ່ໄດ້ສັງຫານຫຼາຍກວ່າ 20 ຄົນແລ້ວ.

ເກົາຫຼີເໜືອ ໂດຍສະເພາະແລ້ວ ມີຄວາມສ່ຽງສູງທີ່ຈະປະສົບກັບໄພນ້ຳຖ້ວມ. ປະເທດນີ້ ຂາດພື້ນຖານໂຄງລາງທີ່ພຽງພໍ ແລະໄດ້ປະສົບກັບການຕັດໄມ້ທຳ ລາຍປ່າຢ່າງແຜ່ຫຼາຍ ຊຶ່ງເປັນຜົນໃນສ່ວນນຶ່ງ ມາຈາກພວກປະຊາຊົນຕັດຕົ້ນ ໄມ້ເພື່ອນຳມາໃຊ້ເປັນພະລັງງານ ຫຼື ຟືນ ຫຼືບຸກເບີກພື້ນທີ່ສຳລັບການປູກຝັງ.

ໄພນ້ຳຖ້ວມໄດ້ມີຂຶ້ນ ໃນຂະນະທີ່ເກົາຫຼີເໜືອ ພະຍາຍາມທີ່ຈະປ້ອງກັນການລະລາດຂອງໄວຣັສໂຄໂຣນາ. ເມື່ອເດືອນແລ້ວນີ້ ເກົາຫຼີເໜືອ ໄດ້ປິດເມືອງ ໃນບໍລິເວນອ້ອມເມືອງເຄຊົງ ທາງພາກຕາເວັນຕົກສຽງໃຕ້ ຫຼັງຈາກທີ່ມີການເຕືອນວ່າ ຜູ້ໂຕນໜີມາຈາກເກົາຫຼີໃຕ້ ອາດນຳເອົາເຊື້ອໄວຣັສ ຂ້າມຊາຍແດນເຂົ້າໄປໃນປະເທດ.

ໃນວັນສຸກມື້ນີ້ ອົງການຂ່າວ KCNA ໄດ້ລາຍງານວ່າ ມາດຕການປິດເມືອງເຄຊົງ ໄດ້ຖືກຍົກເລີກ “ບົນພື້ນຖານຂອງການຢັ້ງຢືນທາງດ້ານວິທະຍາສາດ ແລະການຮັບປະກັນໂດຍຜູ້ຊ່ຽວຊານຂອງອົງການຕໍ່ຕ້ານໂຣກລະບາດ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG