ປະຊາຊົນເກືອບ 30 ຄົນຖືກຂ້າຕາຍ ແລະ ຫຼາຍກວ່າ 10 ຄົນໄດ້ຮັບບາດເຈັບ ຈາກການລະເບີດຫຼາຍຄັ້ງ ທີ່ຄິວລົດເມ 2 ແຫ່ງ ໃນເມືອງ Gombe ທາງພາກເໜືອຂອງປະເທດ ໄນຈີເຣຍ ໃນຕອນແລງຂອງວັນພຸດວານນີ້.
ບໍ່ມີກຸ່ມໃດອອກມາສະແດງຄວາມຮັບຜິດຊອບໂດຍທັນທີສຳລັບການລະເບີດດັ່ງກ່າວ, ແຕ່ມັນສະແດງໃຫ້ເຫັນວ່າ ເປັນການ ກະທຳຂອງພວກ ໂບໂກ ຮາຣາມ, ເຊິ່ງຜ່ານມາເຄີຍແນເປົ້າໝາຍໂຈມຕີ ຄິວລົດເມທີ່ແອອັດ, ຕະຫຼາດ ແລະ ວັດອິສລາມ ແລະ ໂບດຫຼາຍແຫ່ງ ໃນລະຫວ່າງການກໍ່ການຮ້າຍນອງເລືອດເປັນເວລາ 6 ປີ.
ມີຢ່າງໜ້ອຍ 50 ຄົນໄດ້ຖືກຂ້າຕາຍໃນການວາງລະເບີດ 2 ຄັ້ງທີ່ຕະ ຫຼາດແຫ່ງໜຶ່ງໃນເມືອງດຽວກັນ ເມື່ອວັນສຸກທີ່ຜ່ານມາ.
ພວກ ໂບໂກ ຮາຣາມ ໄດ້ເພີ່ມທະວີຄວາມຖີ່ ແລະ ຄວາມເຂັ້ມຂຸ້ນໃນການໂຈມຕີຂອງຕົນ ຕັ້ງແຕ່ປະທານາທິບໍດີ ໄນຈີເຣຍ ທ່ານ Muhammadu Buhari ໄດ້ຖືກເລືອກຕັ້ງເປັນປະທານາທິບໍດີໃນເດືອນ ພຶດສະພາ ບໍ່ດົນມານີ້.
ໃນວັນອັງຄານທີ່ຜ່ານມາ, ທ່ານ Buhari ໄດ້ກ່າວຕໍ່ ວີໂອເອ ໃນການສຳພາດ ເຊິ່ງກຳລັງທະຫານປະສົມສະເພາະກິດໃນພາກພື້ນ ເພື່ອຕໍ່ສູ້້ ກັບກຸ່ມພວກຫົວຮຸນແຮງ ໂບໂກ ຮາຣາມ ຈະເປັນທີ່ພຽບພ້ອມ ແລະ ສາມາດປະຕິບັດໄດ້ພາຍໃນທ້າຍເດືອນນີ້.
ທ່ານ Buhari ໄດ້ກ່າວວ່າ ໄນຈີເຣຍຈະເປັນຜູ້ນຳພາ ກຳລັງດັ່ງກ່າວ, ແລະ ກອງທະຫານ ຈາກປະເທດໃກ້ຄຽງຂອງ ໄນຈີເຣຍ ຫຼາຍປະເທດ ຈະຖືກສົ່ງໄປປະຕິບັດການ ຕໍ່ສູ້ກັບພວກຫົວຮຸນແຮງ ລວມມີປະເທດ Chad, Niger, Nigeria, ສາທາລະນະລັດ Benin ແລະ Camaroon.