ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໑ ມິຖຸນາ ໒໐໒໓

ບາດເຈັບ 23 ຄົນ ຍ້ອນງົວຊົນ ໃນງານບຸນ San Fermin ທີ່ສະເປນ (ສະໄລດ໌)


ພວກແລ່ນໜີງົວ ກໍາລັງດິ້ນຮົນ ເອົາຕົວລອດ ບໍ່ໃຫ້ຖືກງົວແທງ ຫຼື ຢຽບເອົາ ໃນງານບຸນ San Fermin ທີ່ເມືອງ Pamplona ປະເທດສະເປນ
ມີ 23 ຄົນ​ໄດ້​ຮັບ​ບາດ​ເຈັບ ​ໃນ​ລະ​ວ່າງ​ງານ​ບຸນປ່ອຍ​ງົວ​ກະທິງ​ໃຫ້​ແລ່ນ​ໄລ່​ຄົນ ຂອງ​ເມືອງ Pamplona ປະ​ເທດສະ​ເປ​ນ.

ຊາວ​ສະ​ເປ​ນຄົນ​ນຶ່ງ ​ແລະ​ຊາວ​ອາ​ເມ​ຣິກັນຄົນ​ນຶ່ງ​ ຖືກ​ງົວແທງ​ເອົາ​ເມື່ອ​ວັນ​ເສົາວານ​ນີ້ ​ໃນ​ລະຫວ່າງ​ການປ່ອຍງົວດັ່ງກ່າວ ຊຶ່ງ​ເປັນກິລາ​ປະ​ເພນີ​ປະ​ຈໍາປີ. ອີກຫຼາຍໆ​ຄົນ​ຖືກງົວແລ່ນ​ຢຽບເອົາ ຫຼັງຈາກ​ເຂົາ​ເຈົ້າ​ໄປ​ຕິດ​ຄາ​ຢູ່​ທາງ​ເຂົ້າ​ໄປ​ຍັງ​ສະໜາມສູ້​ງົວ ​ຂອງ​ເມືອງ Pamplona.

​ພວກ​ງົວ​ເຫຼົ່ານັ້ນ ​ໄດ້​ຖືກ​ປ່ອຍ​ໃຫ້​ແລ່ນເຂົ້າ​ໄປ​ໃນອຸ​ໂມງ​ທາງ​ເຂົ້າ​ສະໜາມ ສູ້​ງົວ ບ່ອນ​ທີ່​ພວກ​ທີ່​ແລ່ນ​ໜີ​ງົວ​ແລ່ນ​ເຂົ້າ​ໄປ​ກ່ອນ​ແລະ​ໄປ​ອັ່ງ​ອໍ ຢູ່​ທາງເຂົ້າ​ທີ່​ແຄບໆ​ນັ້ນ.

ຊາຍຄົນນີ້ຖືກງົວໄລ່ແທງ ສາມເທື່ອ, ວັນທີ 12 ກໍລະກົດ 2013.
ຊາຍຄົນນີ້ຖືກງົວໄລ່ແທງ ສາມເທື່ອ, ວັນທີ 12 ກໍລະກົດ 2013.

ການ​ປ່ອຍ​ງົວອອກ​ແລ່ນ​ໃນ​ຕອນ​ເ​ຊົ້າໆ ​ໂດຍ​ມີ​ພວກ​ຄົນ​ທີ່​ມັກ
ຜະຈົນ​ໄພ ພາກັນ​ແລ່ນ​ໜີ​ຢູ່​ທາງ​ໜ້າງົວນັ້ນ ຖື​ວ່າ​ເປັນ​ພາກສ່ວນ
​ສໍາຄັນ​ຂອງ​ພິທີ​ບຸນ San Fermin ທີ່​ເຮັດ​ໃຫ້​ມີ​ຊື່​ສຽງ​ໂດ່​ງດັງ
​ໂດຍນິຍາຍ​ເລື້ອງ The Sun Also Rises ຂອງ​ນັກ​ປະພັນ
​ຊື່​ດັງ Ernest Hemingway.

ຜູ້​ຄົນ​ທີ່ເຂົ້າມາ​ຮ່ວມ​ໃນ​ງານ​ບຸນ​ດັ່ງກ່າວ​ໃນ​ເມືອງ Pamplona
​ທີ່​ຕັ້ງ​ຢູ່​ພາກ​ເໜືອ​ຂອງ ສະ​ເປ​ນນັ້ນ ຈະ​ມີ​ຈໍານວນ​ຫຼາຍ​ໃນ​ວັນ
​ສຸດ​ສັບປະດາ ອັນ​ເປັນ​ການ​ເພີ່ມ​ຄວາມ​ສ່ຽງ​ໄດ້ທີ່​ຈະຮັບ​ບາດ
​ເຈັບ ​ແລະ​ຈໍານວນຄົນ​ທີ່​ລົ້ມ​ກອງ​ກັນ​ຂຶ້ນ​ໃຫ້​ງົວ​ຢຽບນັ້ນ.

ການ​ຖືກ​ງົວ​ຊົນ​ທີ່​ເຖິງ​ແກ່​ຊີວິດ​ບັ້ນ​ລ່າ​ສຸດ​ໃນ​ງານ​ບຸນ​ ປ່ອຍ​ງົວກະທິງ​ໃຫ້ ແລ່ນ​ໄລ່​ຄົນ​ນັ້ນ ​ແມ່ນ​ໃນ​ປີ 2009.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG