ບັນດາເຈົ້າໜ້າທີ່ສາທາລະນະສຸກ ໃນຮົງກົງ ຂ້າໄກ່ປະມານ
20,000 ໂຕໃນວັນອັງຄານມື້ນີ້ ຫລັງຈາກໄດ້ຄົ້ນພົບ ເຊື້ອໄວຣັສ
ໄຂ້ຫວັດສັດປີກຮ້າຍແຮງ H7N9 ຢູ່ນໍາໄກ່ ທີ່ສົ່ງມາຈາກຈີນແຜ່ນ
ດິນໃຫຍ່.
ໂດຍນຸ່ງເຄຶ່ອງປ້ອງກັນສີຂາວ ແລະໜ້າກາກ ບັນດາພະນັກງານ
ພາກັນຂົນເອົາໄກ່ ເຂົ້າໄສ່ໃນຖົງຢາງສີດໍາ ຊຶ່ງຫລັງຈາກນັ້ນ ເຂົາ
ເຈົ້າໄດ້ເອົາແກັສພິດໃສ່.
ຫົວໜ້າຮັບຜິດຊອບໃນດ້ານອາຫານ ແລະສຸຂະພາບ ຂອງຮົງກົງ
Dr. Ko Wing-man ກ່າວໃນຕອນແລງວັນຈັນວານນີ້ວ່າ ໄກ່ທີ່
ຕິດເຊື້ອໄດ້ນໍາເຂົ້າມາແຕ່ແຂວງ Guongdong ທາງພາກໃຕ້ຂອງຈີນ.
Dr. Ko ກ່າວວ່າ “ກະຊວງກະສິກໍາ ປະມົງ ແລະອະນຸລັກ ໄດ້ຢືນຢັນວ່າ ໂຕຢ່າງທີ່ຖືກນໍາມາຈາກໄກ່ໂຕນຶ່ງ ທີ່ສົ່ງເຂົ້າມາຈາກ ຈີນແຜ່ນດິນໃຫຍ່ ໄດ້ຖືກກວດພົບວ່າ ຕິດເຊື້ອໄວຣັສໄຂ້ ຫວັດສັດປີກ H7N9.”
ຕະຫລາດ Cheung Sha Wan ບ່ອນທີ່ໄດ້ມີການພົບເຫັນ
ເຊື້ອໄວຣັສນັ້ນ ໄດ້ຖືກສີດຢາຂ້າເຊື້ອ ແລະປິດເປັນເວລາ 21
ມື້. ການນຳເຂົ້າໄກ່ເປັນໆ ຈາກຈີນແຜ່ນດິນໃຫຍ່ ໄດ້ຖືກໂຈະ
ເປັນການຊົ່ວຄາວ.
ບັນດາເຈົ້າໜ້າທີ່ໃນພາກຕາເວັນອອກຂອງຈີນ ກໍໄດ້ປະກາດ
ຫ້າມການຂາຍໄກ່ ທີ່ມີຊີວິດ ທ່າມກາງຄວາມຢ້ານກົວທີ່ເຊື້ອ
ໄວຣັສ ອາດຈະແຜ່ຜາຍໄດ້ງ່າຍດາຍ ຂຶ້ນໃນລະຫວ່າງວັນພັກ
ບຸນປີໃໝ່ກຸດຈີນ ເວລາທີ່ມີຜູ້ຄົນພາກັນເດີນທາງເປັນ ຈຳນວນຫຼວງຫຼາຍນັ້ນ.
ອົງການອານະໄມໂລກ ກ່າວວ່າ ບໍ່ມີຫລັກຖານ ທີ່ສະແດງໃຫ້ເຫັນວ່າ ມີການຕິດເຊື້ອໄວ
ຣັສ H7N9 ຈາກຄົນນຶ່ງໄປຫາອີກຄົນນຶ່ງ. ແຕ່ມັນເປັນການແຜ່ຜາຍຈາກສັດປີກ ໄປຫາ
ສັດປີກດ້ວຍກັນ.
ສື່ມວນຊົນຂອງທາງການຈີນກ່າວວ່າ 98 ຄົນໄດ້ຕິດເຊື້ອໄວຣັສ H7N9 ໃນປີນີ້ ແລະ19
ຄົນໄດ້ເສຍຊີວິດ.
ມີສອງຄົນເສຍຊີວິດ ຢູ່ໃນຮົງກົງ ນັບແຕ່ເດືອນທັນວາ ເປັນຕົ້ນມາ ຫລັງຈາກໄດ້ຕິດເຊື້ອ H7N9 ຢູ່ທີ່ຈີນແຜ່ນດິນໃຫຍ່.
ເຊື້ອໄວຣັສໄຂ້ຫວັດສັດປີກອີກຊະນິດນຶ່ງ ທີ່ຜູ້ຄົນຮູ້ກັນດີ ກໍຄື H5N1 ໄດ້ເຮັດໃຫ້ມີຜູ້ເສຍ
ຊີວິດຫລາຍກວ່າ 360 ຄົນຢູ່ໃນທົ່ວໂລກ ໃນໄລຍະສິບປີທີ່ຜ່ານມາ ຮວມທັງຫລາຍຄົນຢູ່
ໃນຈີນ.