ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

26 ຄົນ ເສຍຊີວິດ ໃນເຫດ ລົດບັນທຸກ ບັ້ງໄຟດອກ ລະເບີດ ຢູ່ຈີນ


ລົດລຳລຽງ​ບັ້ງ​ໄຟ​ດອກ ລະເບີດ​ຢູ່ໃນພາກກາງປະ​ເທດ​ຈີນ
ລົດລຳລຽງ​ບັ້ງ​ໄຟ​ດອກ ລະເບີດ​ຢູ່ໃນພາກກາງປະ​ເທດ​ຈີນ
ມີຢ່າງ​ໜ້ອຍ 26 ຄົນ​ໄດ້​ເສຍ​ຊີວິດ ​ແລ​ະອີກປະມານ 15 ຄົນ​ໄດ້​
ຮັບ​ບາດ​ເຈັບ ​ເວລາ​ລົດ​ບັນທຸກ​ຄັນ​ນຶ່​ງ ທີ່​ລຳລຽງ​ບັ້ງ​ໄຟ​ດອກ
ລະເບີດ​ຂື້ນ ຢູ່​ໃນພາກ​ກາງຂອງປະ​ເທດ​ຈີນ ​ເຮັດ​ໃຫ້​ຂົວແຫ່ງ​
ນຶ່ງຫັກ​ລົງ.

ສື່​ມ​ວນຊົນຂອງ​ທາງ​ການ​ຈີນ​ກ່າວ​ວ່າ ລະ​ເບີດ​ໄດ້​ເກີດຂື້ນ​ໃນ​ວັນ​ສຸກ​ມື້ນີ້ ຢູ່​ທີ່ແຂວງ Henan ​ໃນ​ພາກ​ກາງຂອງ​ປະ​ເທດ​. ​ເຂົາ​ເຈົ້າ​ກ່າວ​ວ່າ ລົດ​ບັນທຸກ​ໄດ້​ເກີດ​ລະ​ເບີດ​ຂື້ນໃນທັນທີ​ທັນ​ໃດ ຂະນະ​ທີ່ພວມແລ່ນ​ຂ້າມ​ຂົວ​ທາງ​ດ່ວນ​ແຫ່ງ​ນຶ່ງ.

ລາຍ​ງານ​ກ່າວ​ວ່າ ​ເຫດ​ລະ​ເບີດ​ໄດ້​ເຮັດ​ໃຫ້ພາກ​ສ່ວນ​ຂອງ​ຂົວທີ່​ມີ​ຄວາມ​ຍາວ 80 ​ແມັດ​ເສຍ​ຫາຍ ​ແລະເຮັດ​ໃຫ້​ລົດ​ຫລາຍໆ​ຄັນ​ຕົກລົງ​ໄປ​ສູ່ພື້ນ​ດິນ.
XS
SM
MD
LG