ເຈົ້າໜ້າທີ່ໃນພາກຕາເວັນຕົກສຽງເໜືອຂອງປາກິສຖານ ກ່າວ
ວ່າ ລະເບີດທີ່ແນເປົ້າໝາຍໃສ່ຂະບວນລົດກອງທັບຈຸນຶ່ງ ໄດ້
ສັງຫານທະຫານປາກິສຖານ ຢ່າງໜ້ອຍ 20 ຄົນແລະເຮັດໃຫ້
ບາດເຈັບຕື່ມອີກ ຢ່າງໜ້ອຍ 30 ຄົນ.
ທາງການປາກິສຖານກ່າວວ່າ ການໂຈມຕີດັ່ງກ່າວມີຂຶ້ນໃນວັນ
ອາທິດມື້ນີ້ ໃນຂະນະທີ່ຂະບວນລົດຂອງກອງທັບ ກຳລັງກຽມ
ຈະອອກເດີນທາງ ທີ່ເຮັດເປັນປະຈໍາທຸກສັບປະດາ ຈາກເມືອງ
Bannu ໄປຫາຂົງເຂດຊົນເຜົ່າ Waziristan ເໜືອທີ່ປະສົບກັບ
ຄວາມວຸ້ນວາຍ ທີ່ຖືວ່າເປັນບ່ອນລີ້ຊ່ອນຫລົບໄພຂອງພວກນັກ
ຕໍ່ສູ້ຫົວຮຸນແຮງ ທີ່ເຊື່ອມໂຍງກັບເຄືອຂ່າຍ al-Quaida ນັ້ນ.
ເຈົ້າໜ້າທີ່ກອງທັບ ກ່າວວ່າ ລົດຄັນນຶ່ງໃນຂະບວນໄດ້ລະເບີດຂຶ້ນນັ້ນ ຊຶ່ງເປັນລົດທີ່ເຊົ່າມາ
ຈາກຊາວເມືອງ Bannu ຄົນນຶ່ງ. ກອງທັບກ່າວວ່າ ພວກຕົນໄດ້ເຊົ່າຍານພາຫະນະເຫຼົ່ານີ້
ມາຈາກປະຊາຊົນໃນເຂດທ້ອງຖິ່ນ ຢູ່ເລື້ອຍໆ.
ກຸມຕາລີບານ ໄດ້ອ້າງເອົາຄວາມຮັບຜິດຊອບໃນການໂຈມຕີຄັ້ງນີ້. ໂຄສົກກຸ່ມຕາລີບານ
ກ່າວວ່າ ກຸ່ມຂອງຕົນຈະທທຳການໂຈມຕີແບບນີ້ຫລາຍຂຶ້ນ ໃນອະນາຄົດ.