ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

21 ຄົນ ເສຍຊີວິດ ຍ້ອນໄຟໄໝ້ ໂຮງໝໍຜູ້ເຖົ້າ ທີ່ ເກົາຫຼີໃຕ້ (ວີດີໂອ)


ເຈົ້າໜ້າທີ່ຄົນນຶ່ງ ກຳລັງສືບສວນສາເຫດໄຟໄໝ້ ທີ່ໂຮງໝໍ
Hyosarang ໃກ້ກັບເມືອງ Janseong ເກົາຫລີໃຕ້
ເຈົ້າໜ້າທີ່ຄົນນຶ່ງ ກຳລັງສືບສວນສາເຫດໄຟໄໝ້ ທີ່ໂຮງໝໍ Hyosarang ໃກ້ກັບເມືອງ Janseong ເກົາຫລີໃຕ້
ບັນດາ​ເຈົ້າ​ໜ້າ​ທີ່ເກົາຫລີ​ໃຕ້ ກ່າວ​ວ່າ 21 ຄົນ​ໄດ້​ເສຍ​ຊີ
ວິດ ​ແລະ​ອີກ​ 7 ຄົນ​ໄດ້​ຮັບ​ບາດ​ເຈັບ ຈາກ​ການ​ເກີດ​ໄຟ​
ໄໝ້​ໃນ​ຕອນ​ເຊົ້າ​ ວັນ​ພຸດ​ມື້​ນີ້ ທີ່​ໂຮງໝໍ​ຜູ້​ເຖົ້າແຫ່ງນຶ່ງ ຢູ່
​ພາກໃຕ້​ຂອງ​ປະ​ເທດ.

​ໄຟ​ໄດ້​ເກີດ​ໄໝ້​ຂື້ນ​ຢູ່​ຊັ້ນ​ທີ່ສອງ ຂອງຕຶກ​ສາມ​ຊັ້ນ ທີ່ເມືອງ
Jangseong ບ່ອນ​ທີ່​ຄົນ​ເຈັບ​ສ່ວນ​ຫລາຍ​ມີ​ອາຍຸ 70 ຫາ
80 ປີ ​ແລະ​ນອນ​ຢູ່​ຄາ​ຕຽງ.

ທ່ານ Lin Min-ho ຫົວໜ້າ​ໜ່ວຍ​ດັບ​ເພີງ Damyang ​ທີ່
ໃກ້​ກັບ​ໂຮງໝໍ​ ກ່າວ​ວ່າ ຜູ້​ເຄາະ​ຮ້າຍ 6 ຄົນ ແມ່ນຢູ່ໃນອາການສາຫັດ.

“ພວກ​ເຮົາ​ໄດ້​ນຳ​ສົ່ງ​ຄົນ​ເຈັບ 28 ຄົນ ​ແລະ​ຜູ້​ເສຍ​ຊີວິດ​ທັງ​ໝົດ 21 ຄົນ. ມີ​ 6 ຄົນ​ທີ່​ໄດ້​
ມີອາການຮ້າຍແຮງ ​ແລະ​ອີກ 1 ຄົນ​ໄດ້​ຮັບ​ບາດເຈັບບໍ່ຮ້າຍແຮງປານໃດ. ມີ​ຢູ່​ທັງ​ໝົດ
34 ຄົນ​ຢູ່​ໃນ​ຊັ້ນດັ່ງກ່າວ. 26 ຄົນ​ໄດ້ຖືກ​ສັນລະສູດແລ້ວ ​ແລະ​ອີກ​ສອງ​ຄົນກຳລັງ​ສັນ
​ລະ​ສູດຢູ່.”

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຜູ້​ເຄາະ​ຮ້າຍ​ຫລາຍ​ຄົນ ​ເສຍ​ຊີວິດ​ຍ້ອນຄວັນ​ໄຟ ຫລັງ​ຈາກ
​ໄດ້​ຫາຍ​ໃຈ​ເອົາ​ອາຍ​ຜິດ​ຂອງ​ຄວັນ. ນາງ​ໝໍ​ຄົນ​ນຶ່ງ​ ມີ​ລາຍ​ງານ​ວ່າ ​ຮວມຢູ່ ໃນຈຳນວນ​
ຜູ້ຕາຍ.

ຜູ້​ປົກຄອງ​ໂຮງໝໍ ທ່ານ Lee Yung-seok ​ໄດ້​ປາກົດ​ໂຕ​ຕໍ່ໜ້າ​ບັນ​ດາ​ນັກ​ຂ່າວ ກົ້ມ​ຫົວ​
ລົງ​ຢ່າງ​ສຸດ​ຊຶ້ງ ​ແລະ​ຂໍອະ​ໄພ​ຍະ​ໂທດ​ຕໍ່ເຫດໄຟໄໝ້ໃນຄັ້ງນີ້.

​ໄຟ​ໄດ້ລຸກໄໝ້ຂື້ນ ໃນ​ຂະນະ​ທີ່ ຊາວ​ເກົາຫລີໃຕ້ຍັງສືບຕໍ່ໄວ້ອາໄລໃຫ້ແກ່ພວກ ເຄາະ
ຮ້າຍຍ້ອນ​ເຮືອ​ຫລົ້ມ ​ໃນ​ວັນ​ທີ 16 ​ເດືອນ​ເມສາຜ່ານ​ມາ ຊຶ່ງເຮັດ​ໃຫ້ 300 ຄົນ​ເສ​ຍຊີວິດ
ສ່ວນຫລາຍ​ເປັນ​ນັກຮຽນ​ມັດທະຍົມ.
SOUTH KOREA FIRE VO
please wait
Embed

No media source currently available

0:00 0:00:53 0:00
XS
SM
MD
LG