ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

21 ຄົນ ໄດ້ຮັບການຢືນຢັນ ວ່າເສຍຊີວິດ ໃນເຫດເຮືອແກ່ ຂອງຈີນຫຼົ້ມ


ແຜນທີ່ ບ່ອນເຮືອແກ່ທົດລອງ ຂອງຈີນຫລົ້ມ.
ແຜນທີ່ ບ່ອນເຮືອແກ່ທົດລອງ ຂອງຈີນຫລົ້ມ.

ບັນດາ​ເຈົ້າ​ໜ້າ​ທີ່​ຈີນ ຢືນຢັນ​ວ່າ 21 ຄົນ​ໄດ້ເສຍ​ຊີວິດ ​ແລະ​ອີກ
​ນຶ່ງ​ຄົນ​ຍັງ​ຫາຍ​ສາບ​ສູນ ຫລັງ​ຈາກ​ເຮືອ​ແກ່ລຳນຶ່ງ ທີ່ກຳລັງ​ແລ່ນ
ທົດ​ລອງ​ຢູ່​ນັ້ນ ​ໄດ້​ຫລົ້ມ​ຢູ່​ໃນ​ແມ່​ນໍ້າ Yangtze ​ໃນ​ຕອນ​ບ່າຍ
ຂອງ​ວັນ​ພະຫັດ​ທີ່​ຜ່ານ​ມານີ້.

ເຮືອ​ທີ່​ຫາ​ກໍ່​ສ້າງ​ໃໝ່ລຳນີ້ ​ໄດ້​ຫລົ້ມ ທີ່​ແຂວງ Jiangsu ໃນ​ພາກ​
ຕາ​ເວັນ​ອອກ ຂອງປະເທດ ພ້ອມ​ດ້ວຍຜູ້​ຄົນທີ່ຢູ່ເທິງເຮືອລຳດັ່ງ
ກ່າວ 25 ຄົນ​.

ບັນ​ດາ​ເຈົ້າ​ໜ້າ​ທີ່ ​ກ່າວໃນ​ວັນ​ສຸກ​ວານ​ນີ້​ວ່າ ສາມ​ຄົນ ​ໄດ້​ຖືກ
ຊ່ອຍຊີວິດໄວ້​ໄດ້. ຜູ້ຄົນທີ່ຢູ່​ໃນ​ເຮືອ​ນັ້ນ ມີ​ຊາວ​ຕ່າງປະ​ເທດ
ຫຼາຍໆຄົນ ຮວມທັງ​ຊາວສີ​ງກະ​ໂປ ອິນ​ເດຍ ​ແລະ​ຍີ່​ປຸ່ນ.

CHINA BOAT SINKS VO
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG